ວິທີປູກ ລາຊາບີ ຫຼື ຟ້າທະລາຍໂຈນ ພືດສະໝຸນໄພ ທີ່ກໍາລັງເປັນທີ່ຕ້ອງການໃນປັດຈຸບັນ

1336

ລາຊາບີ ຫຼື ຫຼາຍຄົນເອີ້ນ ຟ້າທະລາຍໂຈນ ແລະ ມີອີກຫຼາຍຊື່ແລ້ວແຕ່ລະທ້ອງຖິ່ນຈະເອີ້ນ ມີຊື່ທາງວິທະຍາສາດ ວ່າ: ( Kariyat, The Creat ) ເປັນພືດລົ້ມລຸກ, ມີຄວາມສູງປະມານ 30 – 70 ຊັງຕີແມັດ, ທຸກສ່ວນຂອງຕົ້ນລາຊາບີ ນັບແຕ່ຮາກຮອດໝາກ ແມ່ນມີລົດຊາດຂົມ, ລໍາຕົ້ນ ແລະ ກິ່ງຫງ່າຈະເປັນຫຼ່ຽມ, ໃບສີຂຽວຄ້າຍຄືຕົ້ນໃບຜັກຫວານປ່າ ແລະ ໃບຕົ້ນໝາກເຜັດປ່າ, ມີອາຍຸປະມານ 3 – 6 ເດືອນ ສາມາດນໍາໄປໃຊ້ໄດ້ສົດ ແລະ ແຫ້ງ.

ລາຊາບີ ຫຼາຍຄົນມັກເອົາໄປຕົ້ມໃສ່ແກງ ຫຼື ເມນູທີ່ຕ້ອງການລົດຊາດຂົມ ( ເພາະສາມາດເພີ່ມຄວາມຂົມແບບທະວີຄູນເລີຍ ) ແຕ່ຄົນບໍ່ຄ່ອຍນິຍົມນໍາໄປປະກອບປຸງແຕ່ງອາຫານປານໃດ ເພາະມັນມີລົດຊາດຂົມສຸດໆ ສົມກັບຊື່ວ່າ: “ ລາຊາບີ ” ແຕ່ສ່ວນຫຼາຍເພິ່ນຈະນໍາໄປປະສົມປຸງເປັນຢາພື້ນເມືອງຫຼາຍກວ່າ ແລະ ຍິ່ງປັດຈຸບັນແພດໝໍລາວກຳລັງສຶກສາຄົ້ນຄວ້າການນຳໃຊ້ຕົ້ນລາຊາບີ ເຂົ້າປະກອບເປັນຢາພື້ນເມືອງປິ່ນປົວພະຍາດໂຄວິດ – 19 ທີ່ກໍາລັງລະບາດຢູ່ໃນປັດຈຸບັນ ລາຊາບີ ກໍເປັນທີ່ຕ້ອງການຂອງຫຼາຍຄົນ ແລະ ມື້ນີ້ພວກເຮົາກໍຈະມາແນະນຳວິທີປູກລາຊາບີ ເພື່ອໃຫ້ທ່ານໄວ້ໃຊ້ເອງ.

ไม่มีคำอธิบายรูปภาพ

ຕົ້ນລາຊາບີ ເປັນພືດທີ່ປູກ ແລະ ຂຶ້ນງ່າຍ ຂຶ້ນໄດ້ກັບເກືອບທຸກສະພາບດິນເລີຍກໍວ່າໄດ້, ບໍ່ຕ້ອງຮັກສາບົວລະບັດຫຍັງຫຼາຍ ຍິ່ງປູກໃສ່ບ່ອນດິນຊຸ່ມເກືອບວ່າບໍ່ໄດ້ບົວລະບັດກໍຂຶ້ນ.

ວິທີປູກ ແລະ ວິທີຮັກສາ:

ຂັ້ນຕອນທຳອິດຕ້ອງກຽມດິນກ່ອນ ໂດຍຂຸດເປັນຂຸມກວ້າງປະມານ 15 – 20 ຊັງຕີແມັດ, ຈາກນັ້ນນຳແກ່ນແກ່ມັນມາແຊ່ນໍ້າ 6 – 8 ຊົ່ວໂມງ ເພື່ອໃຫ້ຕົ້ນອ່ອນຫງອກຂຶ້ນ, ຈາກນັ້ນກໍນໍາແກ່ນໄປຫວ່ານໃນໜານນ້ອຍ ຫຼື ບ່ອນເພາະເບ້ຍ, ຈາກນັ້ນເມື່ອໃຫຍ່ປະມານ 12 – 20 ຊັງຕີແມັດກໍໃຫ້ນຳໄປລົງຂຸມທີ່ກຽມໄວ້ ຫຼື ຫຼັງແຊ່ນໍ້າແລ້ວຈະເອົາແກ່ນລາຊາບີ ລົງມາປູກໃນຂຸມທີ່ກຽມໄວ້ເລີຍກໍໄດ້ ແລ້ວກໍຫົດນໍ້າຈົນກວ່າຈະໄດ້ປະມານ 2 ເດືອນ ຈາກຫົດອາທິດລະຄັ້ງ ຫຼື 2 ຄັ້ງກໍໄດ້.

ไม่มีคำอธิบายรูปภาพ

ການປູກເປັນໜານ: ກໍໄຖພວນດິນໃຫ້ມຸ່ນກ່ອນແລ້ວຕາກດິນໄວ້ 2 ອາທິດ, ປະສົມກັບປຸ໋ຍຄອກ ຫຼື ປຸ໋ຍໝັກ ແລ້ວຈຶ່ງແປງເປັນໜານແລ້ວກໍນຳແກ່ນແກ່ໄປແຊ່ນໍ້າ 6 – 8 ຊົ່ວໂມງ, ຈາກນັ້ນກໍນໍາມາຫວ່ານ ( ຫາກ ຫວ່ານຕົ້ນຈະບໍ່ງາມ ເພາະຖີ່ກັນຫຼາຍ ) ຫຼື ຈະເຈາະເປັນຂຸມ ຫ່າງກັນ 40 – 50 ຊັງຕີແມັດກໍຍິ່ງດີ ເພາະເວລາມັນໃຫຍ່ຈະເປັນພຸ່ມແຕກຫງ່າອອກຫຼາຍ. ຈາກນັ້ນ, ກໍຫົດນໍ້າຈົນກວ່າຕົ້ນອ່ອນລາຊາບີ ຈະເຕີບໃຫຍ່ເຕັມທີ່ ຖ້າຫາກວ່າງາມ ແລະ ໃຫຍ່ຕາມທີ່ເຮົາຕ້ອງການແລ້ວຫຼຸດການຫົດນໍ້າລົງກໍໄດ້ ( ທ່ານສາມາດໃສ່ປຸ໋ຍໄດ້ໃນລະຫວ່າງຫຼັງປູກ 90 – 110 ມື້ ).

ไม่มีคำอธิบายรูปภาพ

ສຳລັບການເກັບກ່ຽວໃນໄລຍະເດືອນທີ 4 – 6 ເປັນໄລຍະການເກັບກ່ຽວ ກໍໃຫ້ທ່ານຕັດອອກ ຫຼື ຫຼົກເອົາກໍໄດ້ແລ້ວນຳໄປໃຊ້ຕາມທີ່ຕ້ອງການ ( ຫາກທ່ານຕ້ອງການຈົ່ງຕົ້ນໄວ້ເອົາແນວພັນເພື່ອປູກໃນຄັ້ງຕໍ່ໄປກໍປະສ່ວນນັ້ນໄວ້ຈົນກວ່າໝາກມັນຈະເປັນສີນໍ້າຕານແກ່ ຈຶ່ງເກັບກ່ຽວ ແລະ ແຍກໝາກມັນໄວ້ຕ່າງຫາກ ).

[ ຂໍ້ມູນ:Kubotasolutions ]