ທ໊ອດແນມ ຮ໊ອດສະເປີ ປົດຕໍາແໜ່ງ ນູໂນ ອອກຈາກຜູ້ຈັດການທີມ ກຽມແຕ່ງຕັ້ງ ຄອນເຕ້ ຄຸມແທນ

488

ທ໊ອດແນມ ຮ໊ອດສະເປີ ປະກາດປົດ ນູໂນ ເອັສປິຣິໂຕ ຊານໂຕ ອອກຈາກຜູ້ຈັດການທີມຢ່າງເປັນທາງການ ເມື່ອວັນທີ 1 ພະຈິີກ 2021 ກ່ອນຈະມີຂ່າວພ້ອມດືງ ອັນໂຕນິໂອ ຄອນເຕ້ ມາຄຸມທີມແທນ.

ພາຍຫຼັງທີ່ ນູໂນ ຜູ້ຈັດການທີມອາຍຸ 47 ປີຫາກໍພາ ທ໊ອດແນມ ຮ໊ອດສະເປີ ເປີດບ້ານເສຍໃຫ້ກັບ ແມນເຊັສເຕີ ຢູໄນເຕັດ 0-3 ໃນການແຂ່ງຂັນພຣີເມຍລີກ ອັງກິດ ເມື່ອທ້າຍອາທິດ ທີ່ຜ່ານມາ ເຮັດໃຫ້ຕົກລົງໄປຢູ່ອັນດັບທີ 8 ຂອງຕາຕະລາງຄະແນນລວມ ກ່ອນຫຼ້າສຸດຈະຖືກປົດຕໍາແໜ່ງຢ່າງເປັນທາງການ.

ຖະແຫຼງການຂອງ ທ໊ອດແນມ ຮ໊ອດສະເປີ ລະບຸວ່າ: “ ວັນນີ້ສະໂມສອນປະກາດວ່າ ນູໂນ ເອັສປິຣິໂຕ ຊານໂຕ ແລະ ທີມງານຂອງລາວ ຖືກປົດຕໍາແໜ່ງຮຽບຮ້ອຍ, ພວກເຮົາຮູ້ວ່າ ນູໂນ ແລະ ທີມງານຕ້ອງການປະສົບຄວາມສໍາເລັດຫຼາຍປານໃດ ແລະ ຮູ້ສຶກສາເສຍໃຈໃນການຕັດສິນໃຈຄັ້ງນີ້ ເຊິ່ງສະໂສອນຕ້ອງຂອບໃຈທຸກຄົນ ແລະ ຂໍໃຫ້ໂຊກດີໃນເສັ້ນທາງຕໍ່ໄປ ”.

ສໍາລັບ ນູໂນ ມາຄຸມທີມແທນ ເຈໂຊ ມູຣິນໂຢ ດ້ວຍສັນຍາ 2 ປີ ເມື່ອເດືອນມິຖຸນາ 2021 ເຮັດໃຫ້ລາວໄດ້ຄຸມ ສະເປີ ພຽງ 124 ວັນເທົ່ານັ້ນ. ຫຼ້າສຸດມີຂ່າວຈາກຫຼາຍສໍານັກວ່າ ສະເປີ ພ້ອມເຊັນສັນຍາກັບ ຄອນເຕ້ ຈົນເຖິງປີ 2023.