ຜົນດໍາເນີນທຸລະກິດທະນາຄານຮ່ວມພັດທະນາ ໄຕມາດ 3 ມີຜົນກໍາໄລ 100 ກວ່າຕື້ກີບ

1315

ໃນວັນທີ 29 ຕຸລາ 2021 ທີ່ສໍານັກງານໃຫຍ່ທະນາຄານຮ່ວມພັດທະນາ ໄດ້ມີພິທີຊົມເຊີຍຜົນສໍາເລັດຂອງການດໍາເນີນທຸລະກິດ ໄຕມາດ3 ປີ 2021 ແລະ ຄາດຄະເນ 3 ເດືອນທ້າຍປີ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານ ພ້ອມດ້ວຍຜູ້ບໍລິຫານລະດັບສູງກໍ່ໄດ້ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້.

ກ່າວເປີດພິທີຢ່າງເປັນທາງການໂດຍ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ ໄດ້ສະຫຼຸບໂດຍຫຍໍ້ກ່ຽວກັບຜົນປະກອບການດໍາເນີນທຸລະກິດບັນລຸເປົ້າໝາຍ KPI ເຊິ່ງຕົວເລກກໍາໄລປະຕິບັດໄດ້ 100 ກວ່າຕື້ກີບ, ເຖິງແມ່ນວ່າຈະໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ກໍຕາມ ຍັງເຮັດໃຫ້ການດໍາເນີນທຸລະກິດເປັນໄປຢ່າງປົກກະຕິ; ຍ້ອນຄວາມເອົາໃຈໃສ່ຂອງຜູ້ບໍລິຫານ ແລະ ພະນັກງານທຸກຄົນ, ເຮັດວຽກເປັນທີມມີຄວາມສາມະຄີເປັນເອກະພາບກັນບໍລິການລູກຄ້າດ້ວຍຄວາມຊື່ສັດໂປ່ງໃສ, ເຮັດໃຫ້ລູກຄ້າມີຄວາມເຊື່ອໝັ້ນ ແລະ ການຊີ້ນໍາຢ່າງໃກ້ຊິດຈາກຂັ້ນເທິງ ກໍຄືທະນາຄານ ແຫ່ງ ສປປ ລາວ.

ສໍາລັບແຜນການ 3 ເດືອນທ້າຍປີ 2021 ໄດ້ວາງຄາດໝາຍໃຫ້ບັນລຸຜົນກໍາໄລ 150 ຕື້ກີບ ເຊິ່ງເປັນຄວາມທ້າທາຍສົມຄວນທີ່ຜູ້ບໍລິຫານ ແລະ ພະນັກງານທຸກຄົນ ຕ້ອງໄດ້ສຸມທຸກສະຕິປັນຍາ ແລະ ຄວາມສາມາດບົ່ມຊ້ອນຂອງຕົນ ເພື່ອເຮັດໃຫ້ການດໍາເນີນທຸລະກິດໄປຕາມແຜນການທີ່ຕັ້ງໄວ້. ນອກນັ້ນ, ທະນາຄານຮ່ວມພັດທະນາ ຈະຮັກສາຖານລູກຄ້າເກົ່າໄວ້ ແລະ ຂະຫຍາຍລູກຄ້າໃໝ່ໃຫ້ກວ້າງຂວາງ, ການປ່ອຍສິນເຊື່ອເຫັນວ່າເພີ່ມຂຶ້ນຫຼາຍເທົ່າຕົວເມື່ອປຽບທຽບໃສປີຜ່ານມາ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານທະນາຄານຮ່ວມພັດທະນາ ກໍໄດ້ໃຫ້ກຽດເປີດແຊມເປນ ເພື່ອສະເຫຼີມສະຫຼອງຜົນສໍາເລັດຂອງທະນາຄານຮ່ວມພັດທະນາ ກໍຄືຄະນະຜູ້ບໍລິຫານ ແລະ ພະນັກງານທຸກຄົນ ທີ່ຍາດມາໄດ້ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ໂດຍໄປຕາມຄໍາຂວັນຂອງທະນາຄານຮ່ວມພັດທະນາ “ ເຕີບໃຫຍ່ໄປພ້ອມກັນ ”