ວິທີປູກຜັກຄາວທອງ ພືດຫຼາຍສັບພະຄຸນໄວ້ກິນເອງ ຫຼື ເປັນສິນຄ້າ

688

ຜັກຄາວທອງ ມີຊື່ທາງວິທະຍາສາດວ່າ: Houttuynia cordata Thunb ເປັນພືດລົ້ມລຸກ ເປັນທັງຜັກທີ່ນຳມາປະກອບໃນການປຸງແຕ່ງອາຫານ, ເປັນຜັກກັບ ແລະ ເປັນທັງສະໝຸນໄພປົວພະຍາດໄດ້ອີກດ້ວຍ ເຊິ່ງຜັກຊະນິດນີ້ຄົນລາວເຮົາຮູ້ຈັກກັນດີ ແລະ ເປັນໜຶ່ງໃນຜັກທີ່ຄົນມັກປູກໃນສວນຄົວ.

ຜັກຄາວທອງແມ່ນມີອາຍຸຄ້າຍຄືກັບຜັກແພວ ທີ່ຈະຂຶ້ນເປັນຂໍ້ ແລະ ມີໃບອອກທີ່ຂໍ້ລຳຕົ້ນ, ລຳຕົ້ນກົມ, ໃບຂຽວ ແລະ ເປັນໃບດ່ຽວ ( ໃບລ້ຽງດ່ຽວ ) ສະລັບກັນຂຶ້ນຕາມຂໍ້ລໍາຕົ້ນທີ່ຍາວຂຶ້ນ ຫາກມັນແກ່ແລ້ວກໍຈະອອກດອກສີຂາວ ແລ້ວກໍມີໝາກສີຂຽວອອກມາ ເປັນຜັກທີ່ມີສັບພະຄຸນຫຼາຍຢ່າງ ແຕ່ຈະມີກິ່ນຂິວສະເພາະໂຕທີ່ຫຼາຍຄົນບໍ່ມັກ, ແຕ່ມື້ນີ້ພວກເຮົາຈະມາແນະນໍາບາງເຕັກນິກໃນການປູກຜັກຄາວທອງໄວ້ກິນ ຫຼື ໄວ້ຂາຍເປັນສິນຄ້າ.

No description available.

ຜັກຄາວທອງ ຈະມີ 2 ຊະນິດ ຄື: ຊະນິດກ້ານ ຫຼື ລຳຕົ້ນສີແດງ ແລະ ຊະນິດລໍາຕົ້ນສີຂາວ ( ຂຽວ ) ເປັນຜັກທີ່ເກີດຂຶ້ນງ່າຍເກືອບທຸກສະພາບດິນແມ່ນສາມາດເກີດຂຶ້ນໄດ້ ຫາກດິນບໍ່ງາມ ແລະ ນໍ້າບໍ່ພຽງພໍກໍຈະມີໃບນ້ອຍ, ລຳຕົ້ນຈ່ອຍ ແຕ່ຫາກຂຶ້ນຢູ່ໃນສະພາບດິນຊຸ່ມ ມີສານອາຫານດີ ກໍຈະມີລຳຕົ້ນອວບໃຫຍ່ ແລະ ໃບໃຫຍ່ຂຽວງາມ.

ສຳລັບການປູກແມ່ນສາມາດປູກໃສ່ຖັງ ຫຼື ເປັນໜານ ( ແປງ ) ກໍໄດ້:

ປູກໃສ່ຖັງ: ແມ່ນນໍາດິນເພື່ອປູກໄປປະສົມກັບແກບດິບ ແລະ ແກບເຜົາ ຫຼື ຫາກບໍ່ມີກໍປະສົມກັບປຸ໋ຍຄອກກໍໄດ້ເຊັ່ນກັນ, ຈາກນັ້ນກໍຫົດນໍ້າໃສ່ໃຫ້ຊຸ່ມພໍປະມານ ແລ້ວນໍາດິນລົງຖັງ, ຈາກນັ້ນກໍນໍາກ້ານແກ່ຂອງຜັກຄາວທອງ ເອົາທາງກົກມັນມາຕັ້ງຊໍານໍ້າໄວ້ 2 – 3 ຄືນ ເພື່ອໃຫ້ຮາກມັນປົ່ງ ( ບາງຄົນກໍນຳໄປປູກເລີຍໂດຍບໍ່ຖ້າຊໍາ ) ແລ້ວຈຶ່ງນໍາໄປປູກໃສ່ຖັງທີ່ກຽມດິນໄວ້ ຫຼັງຈາກປູກແລ້ວໃຫ້ຫົດນໍ້າໃຫ້ຊຸ່ມ ຈາກນັ້ນກໍຫົດນໍ້າປົກກະຕິ ມື້ລະ 2 ເທື່ອ.

No description available.

+ ຫາກປູກໃສ່ໜານ ຫຼື ແປງ: ກໍໃຫ້ຂຸດດິນເປັນໜານໄວ້ແລ້ວພັກດິນຕາກໄວ້ ປະມານ 5 – 7 ມື້ ເພື່ອຂ້າເຊື້ອ ແລະ ສັດຕູພືດຢູ່ພື້ນດິນ, ຈາກນັ້ນກໍຄາດໃຫ້ມຸ່ນແລ້ວກໍປະສົມຝຸ່ນຄອກ ຫຼື ອາດຈະປະສົມຂີ້ແກບດິບ ແລະ ແກບເຜົາແລ້ວ ມາປະສົມໃນອັດຕາ 500 ກິໂລຕໍ່ພື້ນທີ່ 1 ໄລ່, ຫາກໃຊ້ປຸ໋ຍເຄມີສູດ 25 – 7 – 7 ແມ່ນໃສ່ອັດຕາ 30 ກິໂລຕໍ່ໄລ່ ພ້້ອມຄູໜານຂຶ້ນໃຫ້ສູງປະມານ 10 – 15 ຊັງຕີແມັດ ແລ້ວກໍນໍາກ້ານແກ່ຂອງຜັກຄາວທອງ ເອົາທາງກົກມັນມາຕັ້ງຊໍານໍ້າໄວ້ 2 – 3 ຄືນ ເພື່ອໃຫ້ຮາກມັນປົ່ງ ( ບາງຄົນກໍນຳໄປປູກເລີຍໂດຍບໍ່ຖ້າຊໍາ ) ແລ້ວຈຶ່ງນໍາໄປປູກໃສ່ໜານ ຫຼື ແປງ ທີ່ກຽມດິນໄວ້ ຫຼັງຈາກປູກແລ້ວໃຫ້ຫົດນໍ້າໃຫ້ຊຸ່ມແລ້ວເອົາເຟືອງມາປົກຄຸມເທິງໜານໄວ້ໃຫ້ໜາພໍປະມານ 1 – 2 ຊັງຕີແມັດ ເພື່ອກັນສັດຕູພືດ ແລະ ເກັບຄວາມຊຸ່ມຂອງດິນໄວ້, ຈາກນັ້ນກໍຫົດນໍ້າປົກກະຕິ ມື້ລະ 2 ເທື່ອ.

ຫາກແບບທຳມະຊາດ: ແກ່ນແກ່ມັນລົ່ນກໍຈະຂຶ້ນເອງເລີຍ.

No description available.

ຜັກຄາວທອງ ປູກສູງປະມານ 15 – 30 ຊັງຕີແມັດ ກໍສາມາດເກັບກ່ຽວໄດ້ ເຊິ່ງວິທີເກັບກໍໃຫ້ເອົາມີດມາຕັດເອົາລຳຕົ້ນຊໍ່າເຮົາຕ້ອງການແລ້ວຈົ່ງລຳຕົ້ນແກ່ໄວ້ ແລ້ວໃສ່ປຸ໋ຍຫົດນໍ້າໄປຕໍ່ ແມ່ນມີໄລຍະເກັບກ່ຽວໄດ້ດົນເຖິງ 6 – 8 ເດືອນ.
ສ່ວນຂໍ້ຄວນລະວັງໃນການຮັກສາແມ່ນຮາກເໜົ່າ ຫາກເກີດຮາກເໜົ່າຍ້ອນການເກີດເຊື້ອຣາໃນດິນ ກໍຂຸດເອົາດິນບໍລິເວນນັ້ນອອກແລ້ວເອົາດິນໃໝ່ມາໃສ່ແທນ, ສ່ວນດ້ານແມງໄມ້ບໍ່ຄ່ອຍມີແມງໄມ້ມາລົບກວນຫຼາຍ ເພາະກິ່ນຂອງຜັກຊະນິດນີ້ຈະມີກິ່ນຂິວແຮງ.