ກະຊວງ ຮສສ ແນະນຳໃຫ້ເກັບກຳລະອຽດແຮງງານ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ

676

ເພື່ອປະຕິບັດຕາມ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1141/ຫສນຍ, ລົງວັນທີ 7 ກັນຍາ 2021 ກ່ຽວກັບ ທິດຊີ້ນໍາຕໍ່ຜົນການແກ້ໄຂສະພາບການເຄື່ອນໄຫວຂອງແຮງງານລາວ ແລະຕ່າງປະເທດ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ແຂວງບໍ່ແກ້ວ.

ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີຄຳເຫັນ ຕໍ່ ກອງປະຊຸມ ປຶກສາຫາລືກ່ຽວກັບການຂຶ້ນທະບຽນແຮງງານ ແລະ ກວດສຸຂະພາບແຮງງານ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ແຂວງບໍ່ແກ້ວ ຮ່ວມກັບເຈົ້າແຂວງແຂວງບໍ່ແກ້ວ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງແຂວງບໍ່ແກ້ວ, ມີທ່ານຮອງລັດຖະມົນຕີ, ຫົວໜ້າຫົວວ່າການປົກຄອງແຂວງ, ອົງການປົກຄອງທ້ອງຖິ່ນ, ຫົວໜ້າກົມ, ຮອງກົມ ເຂົ້າຮ່ວມ (ໃນຮູບແບບອອນລາຍ) ໃນວັນວັນທີ 23 ຕຸລາ 2021ຜ່ານມາ, ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ)

ໃນກອງປະຊຸມໄດ້ມີຄໍາເຫັນໂດຍໃຫ້ຮູ້ວ່າ: ການນຳໃຊ້ແຮງງານ ທັງລາວ ແລະ ຕ່າງປະເທດຫລາຍສິບພັນຄົນ ແລະ ອາດເຖິງ ແສນຄົນໃນອະນາຄົດອັນໃກ້ ແຕ່ການນຳໃຊ້ແຮງງານແມ່ນຍັງບໍ່ທັນຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງໄດ້ກຳນົດ ໂດຍຍັງບໍ່ສາມາດເກັບກຳຕົວເລກຕົວຈິງຂອງຜູ້ອອກແຮງງານລາວ ແລະ ຜູ້ອອກແຮງງານຕ່າງປະເທດ ທີ່ເຮັດວຽກຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ລວມທັງຈຳນວນທີ່ຖືກກົດໝາຍ, ຜິດກົດໝາຍ, ສັນຊາດຂອງຜູ້ອອກແຮງງານ ແລະ ອື່ນໆ.

ຄຽງຄູ່ກັນນັ້ນ, ບໍ່ສາມາດຕິດຕາມ ແລະ ຄຸ້ມຄອງຜູ້ອອກແຮງງານ ໂດຍສະເພາະແມ່ນສັນຍາແຮງງານ, ລາຍຮັບ, ສະຫວັດດີການສງັຄົມ ແລະ ການປົກປ້ອງທາງສັງຄົມຕ່າງໆ. ການຂຶ້ນທະບຽນແຮງງານ ຈະເຮັດໃຫ້ສາມາດເກັບກຳຂໍ້ມູນຂອງຜູ້ອອກແຮງງານທີ່ກຳລັງເຮັດວຽກຢູ່ເຂດເສດຖະ ກິດພິເສດສາມຫຼ່ຽມຄຳ, ແຂວງບໍ່ແກ້ວ ຢ່າງລະອຽດ ເຊັ່ນ: ຈຳນວນຜູ້ວ່າງງານ, ຜູ້ບໍ່ມີຫົວໜ່ວຍແຮງງານສັງກັດ, ຜູ້ຕ້ອງການຝຶກສີມືແຮງງານ, ຜູ້ອອກແຮງງານທີ່ຖືກກົດໝາຍ, ຜິດກົດໝາຍ, ຜູ້ຕ້ອງການສືບຕໍ່ເຮັດວຽກ ແລະ ຜູ້ຕ້ອງການກັບຄືນປະເທດ ຊຶ່ງຈະຊ່ວຍໃຫ້ສາມາດກຳນົດກົນໄກໃນການແກ້ໄຂບັນຫາໄດ້ຢ່າງຖືກຕ້ອງ ລວມທັງການຮ່ວມມືສອງຝ່າຍເພື່ອແກ້ໄຂບັນຫາຕໍ່ກັບຜູ້ອອກ ແຮງງານທີ່ເຮັດວຽກແບບຜິດກົດໝາຍ.

ການຂຶ້ນທະບຽນແຮງງານແມ່ນ ຈະໄດ້ຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ ເພື່ອເຮັດໃຫ້ຜູ້ອອກແຮງງານລາວ ແລະ ຜູ້ອອກແຮງງານຕ່າງປະເທດທີ່ເຮັດວຽກຢູ່ ໃນວິສາຫະກິດ, ໂຄງການ ແລະ ການຈັດຕັ້ງຕ່າງໆ ທັງໝົດ ຖືກບັນທຶກເຂົ້າໃນລະບົບຖານຂໍ້ມູນແຮງງານ ເພື່ອສະໜອງໃຫ້ຂະແໜງການເງິນໄດ້ນຳໃຊ້ເປັນຂໍ້ມູນພື້ນຖານ ໃນການຄິດໄລ່ອາກອນລາຍໄດ້ໃຫ້ຖືກຕ້ອງຕາມກົດໝາຍວ່າດ້ວຍແຮງງານ ແລະ ກົດໝາຍວ່າດ້ວຍການຄຸ້ມຄອງສ່ວນສາອາກອນ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍອາກອນລາຍໄດ້ ແລະ ກົດໝາຍວ່າດ້ວຍອາກອນຊົມໃຊ້ ໃຫ້ຖືກຕ້ອງ ແລະ ໂປ່ງໃສ. ຖ້າຈະເຮັດໃຫ້ບັນລຸຕາມເປົ້າໝາຍທີ່ກ່າວມາຂ້າງເທິງນັ້ນທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງມີສ່ວນຮ່ວມ, ໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກໃຫ້ວຽກງານການຂຶ້ນທະບຽນແຮງງານໃນຄັ້ງນີ້.
ໃນກອງປະຊຸມດັ່ກາ່ວ, ຍັງໄດ້ສະເໜີກ່ຽວກັບຈຸດປະສົງ, ເປົ້າໝາຍ, ວິທີການ, ຂັ້ນຕອນ ແລະ ມາດຕະການປະຕິບັດ, ຜົນປະໂຫຍດທີ່ຄາດວ່າຈະໄດ້ຮັບຂອງແຮງງານ, ເວລາ ແລະ ການລາຍງານຕ່າງໆ, ພ້ອມນີ້ບັນດາຜູ້ເຂົ້າຮ່ວມຍັງໄດ້ພັດປ່ຽນກັນປະກອບຄຳເຫັນຢ່າງກົງໄປກົງມາເພື່ອໃຫ້ແກ້ໄຂໃນໄລຍະອັນໃກ້ນີ້.
ຂ່າວ+ພາບ: ຂ່າວສານ ຮສສ