ຄວນເອົາເປັນແບບຢ່າງ ຫຼັງລະດູຝົນປະຊາຊົນຈັບມືກັນແປງທາງເຂົ້າບ້ານ

521

ໄລຍະນີ້ ແມ່ນເປັນຊ່ວງທີ່ລະດູຝົນໃກ້ທີ່ຈະຜ່ານພົ້ນໄປ ເຊິ່ງມັນເປັນເວລາທີ່ເໝາະແກ່ການບູລະນະສະຖານທີ່ຕ່າງໆ ໂດຍສະເພາະຖະໜົນຫົນທາງທີ່ໃຊ້ການສັນຈອນໃນຊີວິດປະຈຳວັນ ທີ່ມີການເປ່ເພຈາກບັນຫານ້ຳອັ່ງຂັງໃນທີ່ຜ່ານມາ ດັ່ງກັບຊາວບ້ານ ດົງທະນາ ທີ່ພ້ອມກັນສ້ອມແປງເສັ້ນທາງເຂົ້າບ້ານຕົນເອງ ຫຼັງຮັບຜົນເສຍຫາຍອັນເນື່ອງມາຈາກນ້ຳຝົນອັ່ງ.

ໃນວັນທີ 22 ຕຸລາ 2021 ນີ້ ທ່ານ ນາງ ບຸນທະລັງສີ ຄຳມະນີວົງ ເຈົ້າເມືອງອາດສະພອນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ການສ້າງຂະບວນການສ້ອມແປງເສັ້ນທາງ ແຕ່ທາງໃຫຍ່ ເຂົ້າຫາບ້ານດົງທະດາ , ເສັ້ນທາງດັ່ງກ່າວແມ່ນມີຄວາມຍາວ 3,5 ກິໂລແມັດ.

ເຊິ່ງ ໃນໄລຍະລະດູຝົນຜ່ານມາເຮັດໃຫ້ເສັ້ນທາງເກີດເປັນບວກ ເປັນຂຸມ ຫຼາຍຈຸດ ການສັນຈອນໄປມາບໍ່ສະດວກສະບາຍ, ຈຶ່ງພ້ອມພາກັນສ້ອມແປງຄືນໃໝ່ໂດຍການນຳໃຊ້ລົດໄຖນາໃຫຍ່ມາໄຖຮ່ອງນ້ຳໄຫຼສອງຂ້າງທາງ, ວາງທໍ່ນ້ຳໄຫຼລອດທາງ ໃຫ້ນ້ຳໄຫຼສະດວກ, ຖົມຫີນໜ້າທາງບ່ອນທີ່ເປັນບວກ, ຂຸມ ເພື່ອບໍ່ໃຫ້ນ້ຳອັ່ງໜ້າທາງ.

ໂດຍການຊີ້ນຳໆພາຂອງ ທ່ານ ສົມດີ ດອກດາລາ ກຳມະການພັກເມືອງ ຜູ້ຊີ້ນຳໜ່ວຍພັກບ້ານດົງທະດາ, ທ່ານພອນໄຊ ມີວໍລະຈັກ ຮອງຫົວໜ້າຫ້ອງການໂຍທາທິການ ແລະຂົນສົ່ງເມືອງ ແລະບັນດາທ່ານໃນຄະນະນຳຂອງບ້ານ, ເຊິ່ງມີ ແຮງງານ ພໍ່ແມ່ປະຊາຊົນ, ຊາວໜຸ່ມ, ແມ່ຍິງ ພາຍໃນບ້ານເຂົ້າຮ່ວມຂະບວນການ ໃນຄັ້ງນີ້ທັງໝົດ 65 ຄົນ, ຍິງ 10 ຄົນ, ການສ້າງຂະບວນການໃນຄັ້ງນີ້ແມ່ນໄດ້ນຳໃຊ້ງົບປະມານທັງໝົດ 3 ລ້ານກ່ວາກີບ.

ເຊຶ່ງໄດ້ມາຈາກການປະກອບສ່ວນຂອງພໍ່ ແມ່ປະຊາຊາວບ້ານດົງທະດາເອງ ,ຫີນຖົມໜ້າທາງແມ່ນການປະກອບສ່ວນຂອງບໍລິສັດຄູນໄຊພັດທະນາກໍ່ສ້າງຂົວທາງຈຳກັດ ຈຳນວນ 20 ແມັດກ້ອນ, ພາຫະນະນຳໃຊ້ເຂົ້າໃນການສ້ອມແປງມີລົດໄຖນາໃຫຍ່, ລົດດ້າມແກ່ຫີນ ແມ່ນການປະກອບສ່ວນຂອງປະຊາຊົນພາຍໃນບ້ານ.

ຈາກ: ວິທະຍຸກະຈາຍສຽງ ແຂວງ ສະຫວັນນະເຂດ