ໂພນໂຮງ ກຽມສູນປິ່ນປົ່ວພະຍາດໂຄວິດແຫ່ງທີສອງ ຫຼັງພົບຜູ້ຕິດເຊື້ອເພີ່ມຂຶ້ນ

671

ໃນໄລຍະຜ່ານມາ ເມືອງໂພນໂຮງແມ່ນມີສູນປິ່ນປົວພຽງແຫ່ງດຽວ ແຕ່ກໍ່ເຫັນວ່າມີຄວາມພຽງພໍກັບຈຳນວນຂອງຜູ້ຕິດເຊື້ອ ແຕ່ປັດຈຸບັນທົ່ວປະເທດ ຍັງມີການແຜ່ລະບາດຂອງເຊື້ອພະຍາດຮ້າຍນີ້ຢ່າງຮຸນແຮງ ໂດຍສະເພາະທາງເມືອງໂພງໂຮງເອງພົບຜູ້ຕິດເຊື້ອເພີ່ມຂຶ້ນ ຈິ່ງເຫັນວ່າຕ້ອງໄດ້ກະກຽມ ສູນປິ່ນປົວເພີ່ມອີກແຫ່ງ ເພື່ອຮອງຮັບຜູ້ປ່ວຍທີ່ອາດເພີ່ມຂຶ້ນໃນສະເພາະໜ້ານີ້ໃຫ້ພຽງພໍ.

ໃນເຊົ້າວັນທີ 22 ຕຸລາ2021 ນີ້ ຄະນະສະເພາະກິດແຂວງວຽງຈັນ ແລະ ເມືອງໂພນໂຮງ ນຳໂດຍທ່ານ ດຣ ຄຳປຸ່ນ ພົມປັນຍາ ຮອງຫົວໜ້າ ພະແນກສາທາລະນະສຸກແຂວງວຽງ ຄະນະສະເພາະກິດຂັ້ນແຂວງ,ທ່ານ ບຸນແທນ ແກ້ວປະເສີດ ຫົວໜ້າ ສະເພາະກິດຂັ້ນເມືອງ ພ້ອມຄະນະ ໄດ້ລົງຕິດຕາມການອອກແຮງງານຢູ່ໂຮງຮຽນ ມສ ໂພນໂຮງກະກຽມ ເພື່ອສ້າງເປັນສູນປິ່ນປົວພະຍາດໂຄວິດແຫ່ງທີ ສອງ ເມືອງໂພນໂຮງ.

ທ່ານ ບຸນແທນ ແກ້ວປະເສີດ ຫົວໜ້າສະເພາະກິດ ສະກັດກັ້ນ ຕ້ານ ແລະ ປ້ອງກັນພະຍາດໂຄວິດ19 ເມືອງໂພນໂຮງໃຫ້ຮູ້ວ່າ : ໃນການອອກແຮງງານລວມຂອງພະນັກງານ ລັດຖະກອນຂອງເມືອງ ຄັ້ງນີ້ ກໍ່ເພື່ອປະຕິບັດຕາມທິດຊີນຳຂອງຂັ້ນເທິງໃນການຮັບມືກັບພະຍາດໂຄວິດ19 ໂດຍສະເພາະເພື່ອກະກຽມສະຖານທີ່ເປັນສູນປິ່ນປົວຄົນເຈັບຂອງເມືອງທີ່ພະຍາດໄດ້ແຜ່ລະບາດມີລັກສະນະເພີ່ມຂື້ນເຮັດໃຫ້ສູນແຫ່ງນີ້ມີຄວາມພ້ອມດ້ານເຕັກນິກໃນການຮັກສາຄົນເຈັບໃຫ້ຫາຍດີ.

ການອອກແຮງງານຄັ້ງນີ້ ແມ່ນອານາໄມສະຖານທີ່ດ້ານໃນ ແລະ ດ້ານນອກ,ກວດກາຄືນລະບົບນ້ຳ, ໄຟຟ້າ ແລະ ວຽກງານອື່ນໆເພື່ອໃຫ້ມີຄວາມຮັບໃຊ້ວຽກງານຕົວຈີງໃຫ້ໄວທີ່ສຸດ.