ຢູ 23 ລາວ ກັບອີກໜຶ່ງອຸປະສັກຄືອາກາດໜາວຕິດລົບ

755

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ອອກເດີນທາງໃນຕອນເຊົ້າຂອງວັນທີ 13 ຕຸລາ 2021 ແລະ ຮອດປະເທດມົງໂກລີ ເວລາ 13:30 ໂມງຕາມເວລາໃນທ້ອງຖິ່ນ ເຊິ່ງການເດີນທາງໄປຄັ້ງນີ້ກໍເພື່ອໄປແຂ່ງຂັນບານເຕະຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 23 ປີ 2022 ຮອບຄັດເລືອກ ກຸ່ມ J ປະກອບມີ ໄທ, ມາເລເຊຍ, ລາວ ແລະ ມົງໂກລີ ( ເຈົ້າພາບ).

ຫຼ້າສຸດ ທີມຂ່າວເສດຖະກິດ-ການຄ້າ ໄດ້ຕິດຕໍ່ ອານຸສອນ ໄຊປັນຍາ ອີກໜຶ່ງກອງກາງຕົວສໍາຄັນຂອງ ທີມຊາດລາວ ຢູ 23 ຫຼັງຈາກທີ່ເດີນທາງຮອດປະເທດມົງໂກລີ ໂດຍ ອານຸສອນ ກ່າວວ່າ: ຄະນະນໍາ, ຄະນະຄູຝຶກ ແລະ ນັກກີລາ ທີມຊາດລາວ ຢູ 23 ແມ່ນເດີນທາງຮອດ 13:30 ໂມງຕາມເວລາໃນປະເທດມົງໂກລີ ເຊິ່ງເປັນຕອນບ່າຍແຕ່ອາກາດແມ່ນ 5 ອົງສາຖືວ່າໜາວຫຼາຍ ຈົນເຮັດໃຫ້ນັກເຕະລາວທຸກຄົນຕ້ອງໃສ່ເສື້ອກັນລົມໂຕໃຫຍ່ໆທຸກຄົນ ແລະ ຮອດກາງຄືນ ( ກົງກັບເວລາ 20:00 ໂມງ ) ອາກາດແທກໄດ້ -3 ອົງສາ. ຢ່າງໃດກໍຕາມ ພວກເຮົາມີເວລາຫຼາຍມື້ເພື່ອປັບຕົວໃຫ້ເຂົ້າກັບສະພາບອາກາດ ແລະ ຝຶກຊ້ອມກ່ອນການແຂ່ງຂັນຈະເລີ່ມຂຶ້ນຢ່າງເປັນທາງການໃນທ້າຍເດືອນນີ້.

ສໍາລັບ ທີມຊາດລາວ ຢູ 23 ຊຸດນີ້ ສ່ວນໃຫຍ່ກໍແມ່ນນັກເຕະທີ່ເຄີຍມີປະສົບການໃນທີມຊາດຊຸດນ້ອຍມາກ່ອນ ປະສົມປະສານກັບນັກເຕະທີ່ເຄີຍຕິດທີມຊາດຢູ 23 ກັບ ຊຸດໃຫຍ່ມາແລ້ວ ແລະ ນັກເຕະໜ້າໃໝ່ ຈະເປັນດີອີກອັນໜຶ່ງ ເພືີ່ອຕໍ່ກອນກັບຄູ່ແຂ່ງທີ່ແຂງແກ່ນ ລວມເຖິງສະພາບອາກາດທີ່ໜາວຫຼາຍ.

ສ່ວນຕາຕະລາງ ການແຂ່ງຂັນຂອງທີມຊາດລາວ ແຂ່ງຂັນຢູ່ທີ່ສະໜາມກິລາຂອງປະເທດມົງໂກລີມີດັ່ງນີ້:
– ວັນພຸດ 25 ຕຸລາ 2021 ເວລາ 16:00 ໂມງ ລາວ ພົບ ມາເລເຊຍ
– ວັນສຸກ 28 ຕຸລາ 2021 ເວລາ 16:00 ໂມງ ລາວ ພົບ ໄທ
– ວັນອາທິດ 31 ຕຸລາ 2021 ເວລາ: 16:00 ລາວ ພົບ ມົງໂກລີ
ຂ່າວ: ຫຼ້າ MKP; ຮູບ: ກ້ວຍເຈັງ ແລະ ສະຫະພັນບານເຕະແຫ່ງຊາດລາວ Lao Football Federation