ສົມຄຳວ່າ ອ້າຍນ້ອງ ລາວ-ຫວຽດນາມ! ທະຫານຊາຍແດນຫວຽດນາມມອບເຄື່ອງຊ່ວຍເຫຼືອໃຫ້ ທະຫານແຂວງສະຫວັນນະເຂດ.

680

ສອງຊາດລາວ-ຫວຽດນາມ ແມ່ນຖືວ່າເປັນປະເທດເພື່ອນມິດອ້າຍນ້ອງທີ່ດີຕໍ່ກັນສະເໝີມາບໍວ່າຍາມສົງຄາມຫຼືສັນຕິພາບ ໂດຍສະເພາະໃນວຽກງານປ້ອງກັນຊາດ ປົກກັນຄວາມສະຫງົບ ກໍ່ຈະມີການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ, ຫຼ້າສຸດນີ້ແມ່ນທະຫານຊາຍແດນຫວຽດນາມກໍ່ໄດ້ຊ່ວຍເຫຼືອອຸປະກອນຕ່າງໆ ແກ່ທະຫານຊາຍແດນທາງຝັ່ງລາວ ເພື່ອໄປນຳໃຊ້ໃນວຽກງານວິຊາສະເພາະຕໍ່ໄປ.

ໃນວັນທີ 14 ຕຸລາ 2021 ກອງບັນຊາການທະຫານຊາຍແດນແຂວງກວາງຈິ ສສ ຫວຽດ ນາມ.ເຊິ່ງນຳໂດຍສະຫາຍ ພັນໂທ ຫງວ໊ຽນ ບ໊າຢຽດ ຮອງຫົວໜ້າຫ້ອງການທະຫານກອງບັນຊາການທະຫານຊາຍແດນແຂວງກວາງຈິ ສສ ຫວຽດນາມພ້ອມຄະນະໄດ້ມອບເຄື່ອງອຸປະກອນສື່ສານແກ່ກອງບັນຊາການທະຫານແຂວງສະຫວັນນະເຂດ.ເຊິ່ງປະກອບດ້ວຍເຄື່ອງສື່ສານຫຼັກອັງແຕກ ແລະ ເຄື່ອງສົ່ງສັນຍານໂຟນີ, ເຄື່ອງລະບົບອັງແຕກຂອງຈັກສື່ສານ, ຈັກໂຟນີຮັບສັນຍານໄລຍະສັ້ນ-ໂຟນີພາຍໃສ່ບ່າໄລ່ຍະຍາວ, ກ້ອງເນັ້ງ 1 ເຄື່ອງ ແລະ ກ້ອງວີດີໂອ 1 ເຄື່ອງ ພ້ອມເຄື່ອງມືຮັບໃຊ້ວຽກງານການທະຫານອີກຈໍານວນໜຶ່ງເພື່ອຊ່ວຍເຫຼືອກອງບັນຊາການທະຫານແຂວງສະຫວັນນະເຂດ.

ພິທີມອບ-ຮັບແມ່ນໄດ້ຈັດຂຶ້ນຢູ່ທີ່ດ່ານສາກົນລາວບາວ-ແດນສະຫັວນ ເຊິ່ງໄສະຫາຍ ພັນໂທ ພັນວິໄລ ລາດສະຍົນ ຫົວໜ້າຫົວໜ້າການທະຫານ ຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງສະຫັວນນະເຂດ ໄດ້ຕາງໜ້າຄະນະຂຶ້ນຮັບພ້ອມທັງຂຶ້ນລາຍງານສະພາບການເຄື່ອນໄຫວໂດຍຫຍໍ້ວຽກງານການທະຫານພາຍໃນແຂວງສະຫວັນນະເຂດໂດຍສະເພາະລຽບຕາມຊາຍແດນຖືວ່າມີຄວາມປອດໄພ100%.

ຈາກນັ້ນສະຫາຍຍັງໄດ້ກ່າວຄໍາອວຍພອນຕໍ່ການນຳທະຫານຊາຍແດຍໂດຍສະເພາະກໍ່ແມ່ນກະຊວງປ້ອງກັນປະເທດ ສສ. ຫວຽດນາມທີ່ໄດ້ເປັນຫ່ວງເປັນໃຍແລະເຫັນຄວາມສຳຄັນຕໍ່ກຳລັງປະກອບອາວຸດທ້ອງ ຖິ່ນທະຫານແຂວງສະຫວັນນະເຂດ.

ຈາກນັ້ນສະຫາຍຍັງໃຫ້ຄຳໝັ້ນສັນຍາວ່າຈະນຳເອົາເຄື່ອງອຸປະກອນດັ່ງກ່າວນຳໄປຮັບໃຊ້ໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວແຂວງສະຫັວນນະເຂດ.ໃຫ້ເກີດຜົນປະໂຫຍດຢ່າງສູງ.ຈາກນັ້ນທັງສອງຄະນະກໍ່ໄດ້ພັດປ່ຽນກັນຂຶ້ນມອບຂອງຂັວນທີ່ລະນຶກໃຫ້ເຊິ່ງກັນແລະກັນ.ພ້ອມທັງພັດປ່ຽນກັນລົງນາມເຊັນບົດບັນທືກພິທີມອບ-ຮັບໄວເປັນຫຼັກຖານພະຍານ.
ຈາກ: ວິທະຍຸກະຈາຍສຽງ ແຂວງ ສະຫວັນນະເຂດ