ກະຊວງການເງິນຫາລືກ່ຽວກັບການຈັດຊື້-ຈັດຈ້າງ ລົດປະຈຳຕຳແໜ່ງການນຳລະດັບສູງ

1162

ໃນວັນທີ 13 ຕູລາ 2021, ກະຊວງການເງິນໄດ້ຈັດກອງປະຊຸມປືກສາຫາລືກ່ຽວກັບການຈັດຊື້-ຈັດຈ້າງ ລົດປະຈຳຕຳແໜ່ງການນຳລະດັບສູງ, ຂຶ້ນທີ່ກະຊວງການເງິນ, ໂດຍການເປັນປະທານ ຂອງທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ໂດຍມີຜູ້ ຕາງໜ້າຈາກກົມກ່ຽວຂ້ອງຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ຫຼື ຍທຂ, ຕາງໜ້າຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ.

ໂອກາດນີ້, ທ່ານ ພູທະນູເພັດ ໄຊສົມບັດ, ໄດ້ມີຄຳເຫັນຕໍ່ກອງປະຊຸມຄັ້ງນີ້ວ່າ: ກອງຊຸມດັ່ງກ່າວແມ່ນມີຄວາມໝາຍຄວາມສຳຄັນໃນການຈັດຕັ້ງຜັນຂະຫຍາຍດຳລັດຂອງນາຍົກລັດຖະມົນຕີ ເລກທີ 114/ນຍ ກໍຄືເປັນບ່ອນອີງອັນສຳຄັນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຕົວຈິງຂອງພາກສ່ວນກ່ຽວຂ້ອງ ເພື່ອເຮັດໃຫ້ວຽກງານຈັດຊື້-ຈັດຈ້າງ ມີຄວາມຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ ກໍຄື: ສອດຄ່ອງກັບທິດທາງມາດຕະການປະຢັດ ແລະ ມາດຕະການອື່ນໆທີ່ກຳນົດໄວ້ ສະນັ້ນຈຶ່ງຮຽກຮ້ອງມາຍັງຄະນະຮັບຜິດຊອບດັ່ງກ່າວ: ເອົາໃຈໃສ່ ຄົ້ນຄວ້າປຶກສາຫາລືແລກປ່ຽນຄຳຄິດເຫັນໃນກອງປະຊຸມຢ່າງຮັດກຸມ ເພື່ອໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນ ແນໃສ່ເຮັດໃຫ້ກອງປະຊຸມປະສົມຜົນສຳເລັດໄດ້ຕາມລະດັບຄາດໝາຍທີ່ວາງໄວ້.

ກອງຊຸມໄດ້ມີການນຳສະເໜີ ຂໍ້ມູນກ່ຽວກັບລົດໄຟຟ້າຊຶ່ງໄດ້ຍົກໃຫ້ເຫັນຕົວຢ່າງລົດໄຟຟ້າແຕ່ລະລຸ້ນ, ແຕ່ລະຍີ່ຫໍ້, ຄວາມສໍາຄັນຂອງມາດຕະຖານລົດໄຟຟ້າ, ການກຳນົດມາດຕະຖານເຕັກນິກຂອງພາຫະນະໄຟຟ້າ, ກຳນົດຫົວໜ່ວຍຄິດໄລ່ຄວາມແຮງຂອງລົດ, ການສະເໜີກ່ຽວກັບຈຳນວນລົດໄຟຟ້າໃນການຈັດຊື້, ບັນດາຂັ້ນຕອນການປະມູນເປັນຕົ້ນໄດ້ສະເໜີການກຳນົດເງື່ອນໄຂ ແລະ ມາດຕະຖານຂອງລົດທີ່ຕ້ອງການຊື້, ກຳນົດເງື່ອນໄຂຂອງບໍລິສັດ, ໃບສະເໜີລາຄາ ແລະ ລະບຽບການປະມູນ, ກຳນົດວັນ, ເວລາ ອອກແຈ້ງການ ແລະ ການເປີດຊອງປະມູນ, ລາຄາຂາຍຊອງປະມູນ, ກຳນົດຮູບແບບການປະມູນ, ອອກແຈ້ງການ ການປະມູນໃນນາມຫ້ອງການກະຊວງ ເຖິງບໍລິສັດຂາຍລົດຜ່ານໜັງສືພິມ, ເວບໄຊ, ໂທລະພາບ ແລະ ບັນຫາທີ່ຈຳເປັນອື່ນໆຕໍ່ລະບຽບການດັ່ງກ່າວ.

ໂດຍໄດ້ມີການແລກປ່ຽນຄຳເຫັນໃນກອງປະຊຸມຕໍ່ບັນຫາສຳຄັນຕ່າງໆ ຢ່າງກົງໄປກົງມາ, ຢ່າງໃດກໍຕາມຜົນກອງປະຊຸມດັ່ງກ່າວແມ່ນຈະໄດ້ສະຫຼຸບສັງລວມເພື່ອສືບຕໍ່ສະເໜີຂັ້ນເທິງກໍຄືຄະນະຮັບຜິດຊອບສືບຕໍ່ປັບປຸງແກ້ໄຂຕາມຂັ້ນຕອນຕາມລະບຽບການຕໍ່ໄປ.

ທີ່ມາ: ກະຊວງການເງິນ