ອົງການອະນາໄມໂລກ ຕັ້ງເປົ້າສັກວັກແຊັງໃຫ້ແກ່ປະຊາກອນທຸກປະເທດ ໃຫ້ກວມເອົາ 40% ໃນປີນີ້

300

ອົງ​ການ​ອະ​ນາ​ໄມ​ໂລກ ( WHO ) ຕັ້ງ​ເປົ້າ​ສັກ​ວັກ​ແຊັງ​ປ້ອງ​ກັນ​ໂຄວິດ – 19 ໃຫ້​ແກ່​ປະ​ຊາ​ກອນ​ທຸກ​ປະ​ເທດ ​ໃຫ້​ໄດ້ 40% ພາຍ​ໃນ​ປີ​ນີ້ ແລະ ກວມ​ເອົາ 70% ໃນ​ປີ 2022 ໂດຍ​ຕັ້ງ​ເປົ້າ​ສົ່ງ​ມອບ​ວັກ​ແຊັງ​ໃຫ້​ປະ​ເທດ​ທີ່​ມີ​ລາຍ​ຮັບ​ຕ່ຳ​ກ່​ອນ ໂດຍ​ສະ​ເພາະ​ໃນ​ທະ​ວີບ​ອາ​ຟ​ຣິກ​ກາ.

ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ ກ່າວ​ວ່າ: ໃນ​ວັນ​ທີ 8 ຕຸ​ລາ 2021 ອົງ​ການ​ອະ​ນາ​ໄມ​ໂລກ​ ໄດ້​ປັບ​​ຍຸດ​ທະ​ສາດ​ໃໝ່ ເພື່ອ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ການ​ສັກ​ວັກ​ແຊັງ​ປ້ອງ​ກັນ​ໂຄວິດ – 19 ທົ່ວ​ໂລກໃນ​ກາງ​​ປີ 2022 ໂດຍ​ຍຸດ​ທະ​ສາດ​ໃໝ່​ນີ້ໄດ້​ກຳ​ນົດ​ເສັ້ນ​ທາງ​ທີ່​ພວກ​ເຮົາ​ທຸກ​ຄົນ​ຕ້ອງ​ຮ່ວມ​ມື​ກັນ ເພື່ອ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ໃນ​ການ​ສັກ​ວັກ​ແຊັງ​ແກ່​ປະ​ຊາ​ກອນ​ທຸກ​ປະ​ເທດ​ ໃຫ້​ໄດ້ 40% ພາຍ​ໃນ​ທ້າຍ​ປີ​ນີ້ ແລະ 70% ໃນ​ກາງ​ປີ​ໜ້າ.

ຜູ້​ອຳ​ນວຍ​ການ​ໃຫຍ່ WHO ກ່າວ​ອີກວ່າ: ການ​ທີ່​ຈະ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ​ນັ້ນ ຈະ​ຕ້ອງ​ການ​ວັກ​ແຊັງ​ຢ່າງ​ໜ້ອຍ 10,1 ​ພັນ​ລ້ານ​ໂດ​ສ ເຊິ່ງ​ເປັນ​ບັນ​ຫາ​ໃນ​ການ​ຈັດ​ສັນແຕ່​ບໍ່​ແມ່ນ​ການ​ສະ​ໜອງ ເນື່ອງ​ຈາກວ່າກຳ​ລັງ​ການ​ຜະ​ລິດ​ວັກ​ແຊັງ​ທົ່ວ​ໂລກ​ໃນ​ຂະ​ນະ​ນີ້ ​ປະ​ມານ 1,5 ຕື້​ໂດ​ສຕໍ່​ເດືອນ ຈຶ່ງ​ມີ​ວັກ​ແຊັງ​ພຽງ​ພໍ​ຕໍ່​ການ​ບັນ​ລຸ​ເປົ້າ​ໝາຍ ຖ້າ​ຫາກວ່າມີ​ການ​ຈັດ​ສັນ​ຢ່າງ​ເທົ່າ​ທຽມ​ກັນ.

ທັງ​ນີ້, ອີງ​ຕາມ​ຂໍ້​ມູນ​ຂອງ WHO ລະ​ບຸ​ວ່າ: ມາ​ຮອດ​ປັດ​ຈຸ​ບັນທົ່ວ​ໂລກ​ໄດ້​ສັກ​ວັກ​ແຊັງ​ປ້ອງ​ກັນ​ໂຄວິດ​ໄປ​ແລ້ວ ​ຈຳ​ນວນ 6,4 ພັນ​ລ້ານ​ໂດ​ສ​ໃນ​ທົ່ວ​ໂລກ ແລະ ປະ​ຊາ​ກອນ​ໂລກ​ເກືອບ 1/3 ໄດ້​ຮັບ​ການ​ສັກ​ວັກ​ແຊັງ​ຄົບ​ໂດ​ສ​ແລ້ວ. ແນວ​ໃດ​ກໍ​ຕາມ, ປະ​ເທດ​ທີ່​ມີ​ລາຍ​ຮັບ​ຕ່ຳໄດ້​ຮັບ​ການ​ສັກ​ວັ​ກແຊັງຕ່ຳ​ກວ່າ 0,5% ຂອງວັກ​ແຊັງ​ທົ່ວ​ໂລກ, ສ່ວນ​ຄົນ​ໃນ​ທະ​ວີບ​ອາ​ຟ​ຣິກ​ກາ​ທີ່​ໄດ້​ຮັບ​ການ​ສັກ​ວັກ​ແຊັງ​ຄົບ​ໂດ​ສ​ແລ້ວ​ບໍ່​ເຖິງ 5% ຂອງ​ຈຳ​ນວນ​ປະ​ຊາ​ກອນ.