ທ່ານ ຟູມີໂອະ ຄິຊິດະ ນາຍົກລັດຖະມົນຕີຄົນທີ 100 ຂອງຍີ່ປຸ່ນ

412

ທ່ານ ຟູມີໂອະ ຄີຊິດະ ໄດ້ຮັບຄະແນນສຽງສູງສຸດ ຈາກສະພາຢີ່ປຸ່ນ ກ້າວຂຶ້ນເປັນນາຍົກລັດຖະມົນຕີ ຄົນຫຼ້າສຸດ ເຊິ່ງເປັນຄົນທີ 100 ຂອງປະເທດ ແລະ ຫຼັງຈາກນີ້ ແມ່ນຕ້ອງໄດ້ເຮັດໜ້າທີ່ບໍລິຫານປະເທດກັບຄວາມທ້າທາຍ ທີ່ມີການລະບາດຂອງເຊື້ອພະຍາດໂຄວິດ-19.

ສຳນັກຂ່າວເອັນເອສເຄ ລາຍງານວ່າ ທ່ານ ຟູມີໂອະ ຄິຊີດະ ອະດີດລັດຖະມົນຕີວ່າການກະຊວງຕ່າງປະເທດຢີ່ປຸ່ນ ໃນໄວອາຍຸ 64 ປີ ໄດ້ຮັບເລືອກຈາກສະພາໄດເອທ ໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ ຄົນທີ 100 ຂອງຢີ່ປຸ່ນຢ່າງເປັນທາງການ ເຊິ່ງກໍ່ໄດ້ເປັນໄປຕາມຄວາມຄາດໝາຍ ໂດຍທ່ານໄດ້ຮັບຄະແນນສຽງສູງເຖິງ 311 ສຽງຈາກສະພາລຸ່ມ ແລະ 142 ສຽງ ຈາກສະພາສູງ.

ສ່ວນວ່າ ທ່ານໂຍຊິຮິເດະ ຊູກະ ນາຍົກລັດຖະມົນຕີຄົນເກົ່າ ກໍ່ໄດ້ອຳລາຕຳແໜ່ງ ນາຍົກລັດຖະມົນຕີ ໃນຕອນເຊົ້າຂອງວັນທີ 4 ຕຸລາ 2021 ຫຼັງຈາກທີ່ໄດ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ ພຽງໜື່ງປີເທົ່ານັ້ນ.
ເຊິ່ງວ່າ ທ່ານ ຟູມີໂອະ ຄີຊິດະ ນາຍົກຄົນຫຼ້າສຸດນີ້ ແມ່ນເປັນທີ່ຮູ້ຈັກກັນດີໃນນາມນັກການທູດ ແລະ ເຄີຍດຳລົງຕຳແໜ່ງ ລັດຖະມົນຕີວ່າການ ກະຊວງຕ່າງປະເທດ 4 ປີ ແລະ ຍັງໄດ້ມີຜົນງານທີ່ຫຼວງຫຼາຍ ເປັນຕົ້ນແມ່ນການສານສຳພັນລະຫວ່າງຢີ່ປຸ່ນ ແລະ ປະເທດພັນທະມິດ ແລະ ໜຶ່ງໃນຜົນງານທີ່ເດັ່ນຂອງທ່ານນັ້ນແມ່ນ ການປະສານງານໃຫ້ອະດີດປະທານາທິບໍດີ ບາຣັກ ໂອບາມາ ຂອງສະຫາລັດ ທີ່ເດີນທາງໄປເມືອງ ຮິໂຮຊິມາ ໃນປີ 2016.

ແນວໃດກໍ່ຕາມ ທ່ານ ນາຍົກຄົນປັດຈຸບັນ ແມ່ນຕ້ອງໄດ້ປະເຊີນກັບຄວາມທ້າທາຍ ໃນການບໍລິຫານປະເທດ ທ່າມກາງ-19 ແລະ ການຄຸກຄາມຈາກເກົາຫຼີເໜືອ ລວມເຖິງການນຳພັກແອລດີພີ ລົງເລືອກຕັ້ງ ໃນການເລືອກຕັ້ງທົ່ວໄປຂອງຢີ່ປຸ່ນທີ່ມີກຳນົດຈັດໃນໄລຍະເດືອນພະຈິກ 2021 ນີ້.
ທີ່ມາ: BBC, NHK