ຊົມເຊີຍເມືອງຮຸນ ນຳພາປະຊາຊົນສ້າງນ້ຳລິນເຂົ້າບ້ານຕະລຶບ

295

ຄວາມສະດວກຂອງການເປັນຢູ່ແມ່ນເປັນສິ່ງຈຳເປັນ ແລະ ເປັນພື້ນຖານຂອງການດຳລົງຊີວິດ ຖ້າຫາກວ່າສິ່ງໃດເກີດມີບັນຫາ ຈົ່ງຊ່ວຍກັນປົວແປງ ເຈົ້າຊ່ວຍຂ້ອຍຊ່ວຍທຸກຄົນຮ່ວມແຮງກັນແມ່ນຫຍັງກໍ່ເກີດຂຶ້ນໄດ້ ສຳຄັນຢ່າລໍຖ້າເອື່ອຍອີງຢ່າງດຽວ ຈະເຮັດໃຫ້ພັດທະນາຊ້າ ທີ່ສຳຄັນບໍ່ສະດວກຕໍ່ຕົນເອງ ແລະຊາວບ້ານຕະລຶບກໍ່ຍຶດຖືແນວທາງນີ້ ຮ່ວມໃຈກັນສ້າງນ້ຳລິນເຂົ້າບ້ານ.

ທ້າຍອາທິດທີ່ຜ່ານມານີ້ ຫ້ອງວ່າການ ເມືອງຮຸນ, ແຂວງອຸດົມໄຊ ໄດ້ສ້າງຂະບວນການອອກແຮງງານ ຢູ່ທີ່ບ້ານຕະລຶບ. ເຊິ່ງນໍາພາໂດຍ ທ່ານ ວັນນິຄອນ ມິ່ງບຸບຜາ ຫົວໜ້າຫ້ອງວ່າການເມືອງຮຸນ ພ້ອມດ້ວຍທີມງານ ແລະ ປະຊາຊົນພາຍໃນບ້ານຕະລຶບ ຮ່ວມອອກແຮງງານຢ່າງເປັນຂະບວນ.

ການອອກແຮງງານ ວຽກທີ່ເຮັດແມ່ນຖົມທໍ່ນ້ຳລິນ ແຕ່ຫົວງານ ຫາ ບ້ານຕະລຶບ ມີຄວາມຍາວ 1.700 ແມັດ ແລະ ຕິດຕັ້ງກັອກນ້ຳ 2 ກັອກ, ນ້ຳລິນ ໂດຍນຳໃຊ້ທຶນບ້ວງເງິນພັດທະນາທ້ອງຖິ່ນ-ພັດທະນາສັງຄົມ ຈາກກິດຈະການບໍ່ແຮ່ ແຂວງອຸດົມໄຊ ມູນຄ່າ 127 ລ້ານກີບ.

ການອອກແຮງງານກໍ່ເພື່ອເປັນການສ້າງຄວາມສາມັກຄີ, ຊ່ວຍເຫຼືອປະຊາຊົນ ບ້ານແຮກສ່ຽວ ລະຫວ່າງ ຫ້ອງວ່າການເມືອງຮຸນ ແລະ ບ້ານຕະລຶບ ໃຫ້ມີຄວາມເຂັ້ມແຂງ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ.
ຂ່າວຈາກ: ສະຖານີ ວິທະຍຸ ໂທລະພາບ ແຂວງ ອຸດົມໄຊ