ຂະຫຍາຍເວລາການຂຶ້ນທະບຽນ ແລະ ການປິດເລກໝາຍໂທລະສັບ ຮອດຕົ້ນປີ 2022

883

ຫ້ອງການ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ອອກແຈ້ງການ ເລກທີ 197/ຫກຊ,ອດຕ, ລົງວັນທີ 28 ກັນຍາ 2021 ເລື່ອງຂະຫຍາຍເວລາການຂຶ້ນທະບຽນ ແລະ ການປິດ ເລກໝາຍໂທລະສັບ (020, 030) ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຮອບທີ 2 ໄດ້ສ້າງຜົນກະທົບຕໍ່ການຈັດຕັ້ງປະຕິບັດວຽກງານການຂຶ້ນທະບຽນເລກໝາຍໂທລະສັບ ເຮັດໃຫ້ປະຊາຊົນບໍ່ສາມາດມາຂຶ້ນທະບຽນເລກໝາຍໂທລະສັບຢູ່ຕາມໜ່ວຍບໍລິການຕ່າງໆທີ່ກໍານົດໄວ້. ດ້ວຍເຫດຄວາມຈໍາເປັນດັ່ງກ່າວ, ຈຶ່ງໄດ້ຂະຫຍາຍເວລາການຂຶ້ນທະບຽນ ແລະ ການປິດ ເລກໝາຍໂທລະສັບ (020, 030) ດັ່ງລາຍລະອຽດລຸ່ມນີ້:

  1. ໄລຍະເວລາດໍາເນີນການທາງເຕັກນິກ ແບ່ງເປັນ 3 ໄລຍະ ຄື: ໄລຍະທີ 1: ວັນທີ 1 ມິຖຸນາ ເຖິງ 30 ກັນຍາ 2021 ໃຫ້ສໍາເລັດການຂຶ້ນທະບຽນເລກໝາຍໂທລະສັບ ທັງເລກໝາຍໂທລະສັບທີ່ເປີດນໍາໃຊ້ຢູ່ໃນປັດຈຸບັນ ແລະ ເລກໝາຍໂທລະສັບທີ່ຍັງບໍ່ທັນໄດ້ເປີດນໍາໃຊ້ ພ້ອມທັງຮັບປະກັນເລກໝາຍໂທລະສັບປະຊາຊົນນໍາໃຊ້ຢູ່ໃນປັດຈຸບັນ ໃຫ້ສາມາດນໍາໃຊ້ໄດ້ປົກກະຕິ.

ໄລຍະທີ 2: ວັນທີ 1 ຕຸລາ ເຖິງ 30 ພະຈິກ 2021: ໃຫ້ຢຸດການນໍາໃຊ້ຊົ່ວຄາວ ການໂທຂາອອກ ແລະ ນໍາໃຊ້ອິນເຕີເນັດ ຂອງເລກໝາຍໂທລະສັບທີ່ເປີດນຳໃຊ້ຢູ່ໃນປັດຈຸບັນ ທີ່ບໍ່ຂຶ້ນທະບຽນ ຜ່ານລະບົບເຕັກນິກຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານກຳນົດ; ພ້ອມຮັບປະກັນ ການໂທອອກຫາເບີສຸກເສີນ ແລະ ສົ່ງຂໍ້ຄວາມ (SMS) ໄດ້ເທົ່ານັ້ນ, ຮັກສາຈຳນວນເງິນຄ່າໂທທີ່ຍັງເຫຼືອໄວ້ໃນລະບົບ ຈົນກວ່າເຈົ້າຂອງເລກໝາຍໂທລະສັບ ມາຂຶ້ນທະບຽນຢ່າງຖືກຕ້ອງ ຈື່ງສາມາດນໍາໃຊ້ໄດ້ປົກກະຕິ.

ໄລຍະທີ 3: ວັນທີ 1 ທັນວາ 2021 ເຖິງ 31 ມັງກອນ 2022: ໃຫ້ດໍາເນີນການປິດຖາວອນ ການໂທຂາເຂົ້າ-ຂາອອກ, ສັນຍານອິນເຕີເນັດ ແລະ ສົ່ງຂໍ້ຄວາມ (SMS) ຂອງເລກໝາຍໂທລະສັບທີ່ເປີດນໍາໃຊ້ຢູ່ໃນປັດຈຸບັນ ແລະ ເລກໝາຍໂທລະສັບທີ່ຍັງບໍ່ທັນໄດ້ເປີດນໍາໃຊ້ທີ່ຍັງບໍ່ຂຶ້ນທະບຽນ ພ້ອມຮັບປະກັນສາມາດໂທອອກຫາເບີສຸກເສີນໄດ້ເທົ່ານັ້ນ ແລະ ສາມາດຂໍເປີດນໍາໃຊ້ເລກໝາຍໂທລະສັບຂອງຕົນຄືນໄດ້ ໃນໄລຍະນີ້ເທົ່ານັ້ນ, ແຕ່ຜູ້ໃຊ້ບໍລິການຕ້ອງມາຂຶ້ນທະບຽນໃຫ້ຖືກຕ້ອງຕາມຂັ້ນຕອນທີ່ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກໍານົດ.

  1. ນັບແຕ່ວັນທີ 1 ກຸມພາ 2022 ເປັນຕົ້ນໄປ ຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ສາມາດເປີດນໍາໃຊ້ເລກໝາຍໂທລະສັບຂອງຜູ້ໃຊ້ບໍລິການທີ່ບໍ່ມາຂຶ້ນທະບຽນ ໃຫ້ຜູ້ໃຊ້ບໍລິການຄົນໃໝ່ ຫຼື ຕັ້ງເປັນເບີໃໝ່ໄດ້.
  2. ໃຫ້ບັນດາບໍລິສັດບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ພ້ອມກັບຕົວແທນຈໍາໜ່າຍ ທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ ສືບຕໍ່ດຳເນີນການຂຶ້ນທະບຽນເລກໝາຍໂທລະສັບໃໝ ຜ່ານລະບົບ 3 ແກຼັບ ຫຼື Lao KYC.
  3. ໃຫ້ບັນດາບໍລິສັດ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ສືບຕໍ່ສົມທົບກັບພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ/ນະຄອນຫຼວງ ເປັນເຈົ້າການ ຈັດຕັ້ງປະຕິບັດການຂຶ້ນທະບຽນເລກໝາຍໂທລະສັບ ຕາມໄລຍະເວລາທີ່ກໍານົດ ໃຫ້ໄດ້ຮັບໝາກຜົນ.
  4. ຂໍຄວາມຮ່ວມມືມາຍັງ ບັນດາກະຊວງ, ອົງການ/ທຽບເທົ່າ, ບັນດາແຂວງ/ນະຄອນຫຼວງ, ບັນດາພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ ສືບຕໍ່ຊຸກຍູ້ສົ່ງເສີມ ໃນການເຜີຍແຜ່, ປຸກລະດົມ ແລະ ຂົນຂວາຍ ຜູ້ໃຊ້ບໍລິການເລກໝາຍໂທລະສັບ ທີ່ເປັນພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນຮູ້, ນັກສຶກສາ, ພໍ່ແມ່ປະຊາຊົນ ແລະ ຊາວຕ່າງປະເທດ ທີ່ອາໃສຢູ່ໃນ ສປປ ລາວ ມາຂຶ້ນທະບຽນເລກໝາຍໂທລະສັບ ຢ່າງເປັນຂະບວນຟົດຟື້ນແລະ ຕໍ່ເນື່ອງ.