ບາເຊໂລນາ ສ້າງຜົນງານຕົກຕໍ່າທີ່ສຸດໃນ ຢູຟາ ແຊັມປ້ຽນລີກ ຫຼັງເສຍໃຫ້ກັບ ເບນຟິກາ 0-3

438
Barcelona's head coach Ronald Koeman watches as players leave the field at half time during a Group E Champions League soccer match between Benfica and Barcelona at the Luz stadium in Lisbon, Portugal, Wednesday, Sept. 29, 2021. (AP Photo/Armando Franca)

ບາເຊໂລນາ ສະໂມສອນຊັ້ນນໍາຂອງ ລາລີກາ ແອັດສະປາຍ ພາຍໃຕ້ການນໍາທີມຂອງ ໂຣນັລ ຄູມັນ ຜູ້ຈັດການທີມຊາວໂຮນລັງ ພົບບັນຫາໃຫຍ່ແລ້ວ ພາທີມສ້າງສະຖິຕິເລີ່ມການແຂ່ງຂັນໃນ ຢູຟາ ແຊັມປ້ຽນລີກ ໄດ້ຕົກຕໍ່າທີ່ສຸດຂອງສະໂມສອນ ຫຼັງຈາກທີ່ນັດຫຼ້າສຸດພາທີມບຸກເສຍໃຫ້ກັບ ເບນຟິກາ ທີມຊັ້ນນໍາໃນລີກປ໊ອກຕຸຍການ 0-3 ໃນນັດທີ 2 ຂອງຮອບແບ່ງກຸ່ມ.

ນັດດັ່ງກ່າວ ບາເຊໂລນາ ຄອງບານໄດ້ເຖິງ 60% ສ້າງໂອກາດຍິງໄດ້ຢ່າງໜ້າຜິດຫວັງສ້າງໂອກາດຍິງໄດ້ 8 ຄັ້ງ ແລະ ຍິງເຂົ້າເປົ້າພຽງ 1 ຄັ້ງບໍ່ເປັນປະຕູ ກົງກັນຂ້າມກັບ ເບນຟິກາ ເຖິງຈະຄອງບານໄດ້ພຽງ 40% ແຕ່ສ້າງໂອກາດຍິງໄດ້ເຖິງ 12 ຄັ້ງ ແລະ ຍິງເຂົ້າເປົ້າ 6 ຄັ້ງເປັນປະຕູເຖິງ 3 ໜ່ວຍໄດ້ນາທີໆ 3, 69 ແລະ 79.

ຈາກຜົນດັ່ງກ່າວ ເຮັດໃຫ້ ບາເຊໂລນາ ເສຍເປັນນັດທີ 2 ຕິດຕໍ່ກັນໃນຢູຟາ ແຊັມປ້ຽນລີກ ຫຼັງຈາກທີ່ນັດທໍາອິດເສຍໃຫ້ກັບ ບາເຢິນ ມິວນິກ 0-3 ຜ່ານໄປ 2 ນັດ ບາເຊໂລນາ ເສຍ 6 ປະຕູ ແລະ ຍິງປະຕູຄູ່ແຂ່ງບໍ່ໄດ້ເລີຍຢູ່ອັນດັບທ້າຍຂອງກຸ່ມ E ກາຍເປັນສະຖິຕິທີ່ຕົກຕໍ່າທີ່ສຸດຂອງສະໂມສອນ.