ເຈົ້າແຂວງສະຫວັນນະເຂດ ເນັ້ນ​ໃຫ້​ການ​ນຳ​ເມືອງນອງ ຕ້ອງ​ເອົາ​ໃຈໃສ່ສົ່ງເສີມ ການ​ປູກ​ຝັງ-ລ້ຽງ​ສັດຕື່ມ​ອີກ ສ້າງເງື່ອນ ໄຂໃຫ້ກາຍເປັນເມືອງພົ້ນທຸກ

396

ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນະເຂດ ພ້ອມຄະ​ນະ ໄດ້ລົງພົບປະກັບອຳນາດການປົກຄອງເມືອງນອງ ຫວ່າງບໍ່​ດົນ​ມານີ້ ເພື່ອຕິດຕາມເບິ່ງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການສ້າງເງື່ອນໄຂໃຫ້ເມືອງນອງ ກາຍເປັນເມືອງພົ້ນທຸກ, ການຖອດຖອນບົດຮຽນການແກ້ໄຂຄວາມທຸກຍາກຢູ່ຈຸດສຸມຕັງອາໄລ ເພື່ອຂະຫຍາຍໄປສູ່ບ້ານອື່ນໆ.

ໂອກາດນີ້ ກໍໄດ້ມອບເຄື່ອງ ມີ: ຜ້າອັດປາກ, ໝີ່ສຳເລັດຮູບ, ສະບູ, ປາກະ​ນ໋ອງ, ເຄື່ອງກວດເຊື້ອພະຍາດໂຄວິດ-19 ແລະທະນາຄານແຫ່ງ ສປປ ລາວ ປະຈຳພາກກາງ ທີ່ແຂວງສະຫວັນະເຂດ ມອບເງິນ 1 ລ້ານກີບ ໃຫ້ຄະນະສະເພາະກິດ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຂັ້ນເມືອງ.

ໃນການຢ້ຽມຢາມຄັ້ງນີ້, ທ່ານເຈົ້າ​ແຂວງ ພ້ອມ​ຄະ​ນະ ໄດ້ໄປເບິ່ງການຜະລິດລະດູຝົນ ໂດຍສະເພາະແມ່ນການປູກມັນຕົ້ນ, ກ້ວຍ ແລະ ພືດຜັກຕ່າງໆ, ການເອົາໃຈໃສ່ຂອງປະຊາຊົນຕໍ່ການປູກ, ການລ້ຽງ ພາຍໃຕ້ໂຄງການຮ່ວມໃຈສາຍໃຍໂລມາຄຳ ຢູ່ບ້ານປ່າແນະ, ບ້ານຕາຢົງ, ໂຄງການສົ່ງເສີມການປູກມັນຕົ້ນຢູ່ບ້ານຕັງອາໄລເກົ່າ, ຕິດຕາມເບິ່ງເຂດບ້ານຊວງ, ບ້ານທ່າເທ ແລະ ບ້ານອາເລົາ ເພື່ອຈະນຳເອົາບົດຮຽນການແກ້ໄຂຄວາມທຸກຍາກ ຈາກຈຸດສຸມຕັງອາໄລ ມາສູ່ເຂດດັ່ງກ່າວ.

ທ່ານ ແຕງອ່ອນ ຈັນທະລະນອງ ຮອງເຈົ້າເມືອງໆນອງ ລາຍງານໃຫ້ຮູ້ວ່າ: ທົ່ວເມືອງສາມາດປູກພືດເສດຖະກິດໄດ້ 6.577 ເຮັກຕາ, ໃນນັ້ນກ້ວຍ 5.344 ເຮັກຕາ, ມັນຕົ້ນ 1.200 ເຮັກຕາ, ແຂມເກືອບ 13 ເຮັກຕາ, ໄມ້ວິກ 233 ເຮັກຕາ, ກະຖິນນາລົງ, ຢາງໂບງ, ຢາງພາລາ ແລະ ພືດອື່ນໆ ຊຶ່ງສາມາດສ້າງຕັ້ງກຸ່ມການຜະລິດ ແລະ ຂາຍມັນຕົ້ນເປັນສິນຄ້າທັງໝົດ 9 ບ້ານ, ມີ 33 ກຸ່ມ, ມີ 376 ຄອບຄົວ ໃນປີ 2020 ປະຊາຊົນໄດ້ຂາຍມັນຕົ້ນແຫ້ງໃຫ້ ບໍລິສັດ ສາຍໄໝ ຂາເຂົ້າ-ຂາອອກ ຈຳກັດ ທີ່ໄດ້ຕັ້ງຈຸດເກັບຊື້ຢູ່ຕະຫຼາດຈຸດສຸມຕັງອາໄລ ລວມທັງໝົດ 277 ພັນກ່ວາໂຕນ, ນອກນັ້ນກໍຂາຍໃຫ້ພໍ່ຄ້າທົ່ວໄປອີກ. ມີກຸ່ມປູກກ້ວຍເຂດຕັງອາໄລ 13 ກຸ່ມ 197 ຄອບຄົວ ເນື້ອທີ່ 184 ເຮັກຕາ.


ສຳລັບແຜນບູລິມະສິດທີ່ຈະສຸມໃສ່ໃນປີ 2022 ມີ 4 ເຂດຄື: ເຂດບ້ານຊວງ-ສະດີ, ອາເລົາ, ທ່າເທ-ແກ້ງລີ້ນ ແລະ ເຂດອາລັອງ ມີທັງໝົດ 17 ບ້ານ ຕ້ອງການປູກກ້ວຍ 70 ຄອບຄົວ, ເນື້ອທີ່ 75 ເຮັກຕາ, ຕ້ອງການປູກມັນຕົ້ນ 622 ຄອບຄົວ ເນື້ອທີ່ 699 ເຮັກຕາ ແລະ ປູກໄມ້ໃຫ້ໝາກຈຳນວນໜຶ່ງ.

ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ເນັ້ນໃຫ້ອຳນາດການປົກຄອງເມືອງ ສືບຕໍ່ຊຸກຍູ້ປະຊາຊົນໃນການປູກຝັງ-ລ້ຽງສັດ ໂດຍສະເພາະແມ່ນປູກກ້ວຍ, ມັນຕົ້ນ ແລະ ໄມ້ໃຫ້ໝາກທີ່ໃຫ້ຜົນຜະລິດໄວ ເພື່ອຂາຍເປັນສິນຄ້າ ແກ້ໄຂຊີວິດການເປັນຢູ່ ແລະສ້າງລາຍຮັບໃຫ້ຄອບຄົວ ເຮັດໃຫ້ປະຊາຊົນສາມາດພົ້ນທຸກເທື່ອ​ກ້າວ, ນອກນັ້ນ ພະນັກງານການນຳກໍຕ້ອງຊ່ວຍປະຊາຊົນ ຊອກຫາຜູ້ປະກອບການມາລົງທຶນ ແລະ ເກັບຊື້ ພາກສ່ວນທີ່ກ່ຽວຂ້ອງກໍຕ້ອງຊອກຫາຕະຫຼາດມາໃຫ້ປະຊາຊົນ ພົວພັນຊອກຫານັກລົງທຶນ ຊອກຫາພໍ່ຄ້າຊາວຂາຍ ສົ່ງເສີມໃຫ້ມີການສົ່ງອອກ, ນອກຈາກການເກັບຊື້ມັນຕົ້ນ​ແລ້ວ ຕ້ອງເກັບຊື້ກ້ວຍ ຫຼື ລະດົມເອົາບໍລິສັດທີ່ເກັບຊື້ ມາເກັບຊື້ນຳປະຊາຊົນຕື່ມ, ສ້າງຕັ້ງກຸ່ມປູກ-ກຸ່ມລ້ຽງ ເພື່ອເປັນກຳລັງແຮງໃຫ້ປະຊາຊົນເຂົ້າຫາແຫຼ່ງທຶນ. ໃນການປະຕິບັດວາລະແຫ່ງຊາດການແກ້ໄຂຄວາມຄວາມ​ຫຍຸ້ງ​ຍາກ​ທາງ​ດ້ານ​ເສດ​ຖະ​ກິດ-ການ​ເງິນ ແລະ ການແກ້ໄຂປາບປາມຢາເສບຕິດ, ອຳນາດການປົກຄອງຕ້ອງເຮັດໃຫ້ປະຊາຊົນທຸກຄົນ ທຸກພາກສ່ວນ ເຂົ້າໃຈເຊື່ອມຊຶມຕໍ່ຜົນຮ້າຍຂອງຢາເສບຕິດ ເຮັດໃຫ້ປະຊາຊົນທຸກຄົນພ້ອມກັນພັດທະນາຕົນເອງ ແລະ ປະເທດຊາດ.

ຂ່າວ-ພາບ: ແຂວງ​ສະ​ຫວັນະ​ເຂດ