ແຂວງບໍ່ແກ້ວປະກາດຮັບຮອງເລຂາທິການສະພາປະຊາຊົນຜູ້ໃໝ່.

434

ທຸກວຽກງານແມ່ນຕ້ອງອາໄສ ຜູ້ຊີ້ນຳ-ນຳພາ ເພື່ອຜັນຂະຫຍາຍວຽກງານໃຫ້ມີຄວາມສຳເລັດ ຄຽງຄູ່ໄປກັບໜ້າທີ່ທີ່ໄດ້ຖືກມອບໝາຍ ທັງນີ້ກໍ່ເພື່ອໃຫ້ສອດຄ່ອງກັບແຜນວຽກງານໃນຕໍ່ໜ້າ ທີ່ຈະຕ້ອງໄດ້ປະຕິບັດຈາກທາງຂັ້ນເທິງຊີ້ແນະ.

ໃນວັນທີ 27 ກັນຍາ 21 ນີ້ ສະພາປະຊາຊົນແຂວງບໍ່ແກ້ວ ໄດ້ຈັດພິທີປະກາດຮອງເລຂາ ທິການສະພາປະຊາຊົນຜູ້ໃໝ່ ໂດຍການເປັນປະທານຂອງທ່ານ ຈອມສີ ລັດຕະນະປັນ ປະທານສະພາປະຊາຊົນແຂວງ, ມີຫົວໜ້າພະແນກ, ຮອງພະແນກການ ແລະ ພະນັກງານແຂວງ – ລັດຖະກອນພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມ.

ທ່ານ ສົມພັດ ສີສົມບັດ ເລຂາທິການສະພາປະຊາຊົນແຂວງ ໄດ້ຂຶ້ນຜ່ານມະຕິຂອງຄະນະປະຈຳສະພາປະຊາຊົນແຂວງ ແລະ ມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວນການແຕ່ງຕັ້ງຮອງເລຂາທິການສະພາປະຊາຊົນແຂວງຜູ້ໃໝ່, ໂດຍການເຫັນດີແຕ່ງຕັ້ງທ່ານ ບົວຮອງ ແກ້ວສຸບັນ ຫົວໜ້າຂະແໜງບໍລິຫານສະພາປະຊາຊົນແຂວງ ຂຶ້ນເປັນຮອງເລຂາທິການສະພາປະຊາຊົນແຂວງ.

ຈາກນັ້ນ ທ່ານ ຈອມສີ ລັດຕະນະປັນ ປະທານສະພາປະຊາຊົນແຂວງ ໄດ້ເນັ້ນໜັກໃຫ້ທ່ານຖືກແຕ່ງຕັ້ງເປັນຮອງເລຂາທິການສະພາປະຊາຊົນແຂວງຜູ້ໃໝ່ນີ້ ຈົ່ງເອົາໃຈໃສປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ ໂດຍສະເພາະຕ້ອງນຳເອົາບັນດາເນື້ອໃນຈິດໃຈມະຕິ ແລະ ນິຕິກຳສ້າງເປັນແຜນຜັນຂະຫຍາຍໃຫ້ສັງຄົມໄດ້ຮັບຮູ້ ແລະ ເກີດດອກອອກຜົນ, ກຳແໜັ້ນຖືເອົາວຽກງານການເມືອງ ແນວຄິດເປັນກົກປະຕິບັດໜ້າທີວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີໄດ້ກຳນົດໄວ້ໃນມະຕິຂອງສະພາປະຊາຊົນແຂວງ ວ່າດ້ວຍການປັບປຸງແບບແຜນວິທີເຮັດວຽກໃຫ້ມີຄວາມເປັນເອກກະພາບໃນໝູ່ຄະນະ, ມີການແບ່ງວຽກ, ແບ່ງງານ, ແບບຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຈະແຈ້ງ

ທັງນີ້ ກໍ່ເພື່ອເປັນການປັບປຸງຊັບຊ້ອນພະນັກງານສະພາປະຊາຊົນໃຫ້ການຈັດຕັ້ງມີຄວາມເຂັ້ມແຂງ ສອດຄອງ ແລະ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃຫ້ແກ່ຄະນະປະຈຳສະພາແຂວງກໍ່ຄືໜ້າທີ່ການເມືອງໃນແຕ່ລະໄລຍະ.
ຂ່າວຈາກ: ໜັງສືພິມ ບໍ່ແກ້ວ