ສະໂມສອນກີລາສະໝັກຫຼິ້ນ ກັບ ອາຊີບ ແຕກຕ່າງກັນແນວໃດ ໃນກົດໝາຍ ກີລາ-ກາຍຍະກໍາ

520

ມື້ນີ້ທີມງານໜັງສືພິມເສດຖະກິດ-ການຄ້າ ໄດ້ນໍາເອົາກົດໝາຍວ່າດ້ວຍກີລາ-ກາຍຍະກໍາ ສະບັບປັບປຸງ ໂດຍມີເຖິງ 112 ມາດຕາ ທີ່ຫາກໍນໍາເອົາມາປະກາດນໍາໃຊ້ຢ່າງເປັນທາງການເມື່ອບໍ່ດົນນີ້ ເຊິ່ງມື້ນີ້ຈະມາແນະນໍາມາດຕາທີ່ໜ້າສົນໃຈຄື ສະໂມສອນກີລາ-ກາຍຍະກໍາ ມີດັ່ງນີ້:
#ຫມວດທີ 7 ສະໂມສອນກີລາ-ກາຍຍະກໍາ
+ມາດຕາ 84 (ປັບປຸງ ) ສະໂມສອນກີລາ-ກາຍຍະກໍາ
ສະໂມສອນກີລາ-ກາຍຍະກໍ ມີ ສອງປະເພດ ດັ່ງນີ້:

1. ສະໂມສອນກີລາ-ກາຍຍະກໍາສະຫມັກຫຼິ້ນ;
ສະໂມສອນກີລາ-ກາຍຍະກໍາສະຫມັກຫຼິ້ນ ແມ່ນ ການຈັດຕັ້ງ ຫຼື ບຸກຄົນເປັນຜູ້ສ້າງຕັ້ງຂຶ້ນ ໂດຍໄດ້ຖືກຮັບຮອງ ຈາກສະຫະພັນ ຫຼື ສະມາຄົມກີລາ-ກາຍຍະກໍາທີ່ກ່ຽວຂ້ອງ ແລະ ອົງການຄຸ້ມຄອງວຽກ ງານກີລາ-ກາຍຍະກໍາ ຂັ້ນນັ້ນ.
ສະໂມສອນກີລາ-ກາຍຍະກໍາສະຫມັກຫຼິ້ນ ຕ້ອງເປັນສະມາຊິກຂອງສະຫະພັນກີລາແຫ່ງ ຊາດ, ມີຄະນະບໍລິຫານງານ, ມີນັກກີລາ, ບຸກຄະລາກອນກີລາ-ກາຍຍະກໍາ, ມີໂຄງລ່າງພື້ນຖານ, ວັດຖປະ ກອນ, ການເງິນ, ລະບຽບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະໂມສອນ.

2. ສະໂມສອນກີລາອາຊີບ.
– ສະໂມສອນກີລາອາຊີບ ແມ່ນ ການຈັດຕັ້ງ ຫຼື ບຸກຄົນເປັນຜູ້ສ້າງຕັ້ງຂຶ້ນ ໂດຍໄດ້ຖືກຮັບ ຮອງຈາກສະຫະພັນກີລາ-ກາຍຍະກໍາທີ່ກ່ຽວຂ້ອງ, ອົງການຄຸ້ມຄອງວຽກງານກີລາ-ກາຍຍະກໍາຂັ້ນນັ້ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອກໍ່ສ້າງ, ຝຶກແອບນັກກີລາ ແລະ ແຂ່ງຂັນເປັນອາຊີບ.
– ສະໂມສອນກີລາອາຊີບ ເປັນວິສາຫະກິດດ້ານກີລາ-ກາຍຍະກໍາ.

+ມາດຕາ 85 (ປັບປຸງ) ສິດ ແລະ ຫນ້າທີ່ ຂອງສະໂມສອນ ກີລາ-ກາຍຍະກໍາ
ສະໂມສອນກີລາ-ກາຍຍະກໍາ ມີ ສິດ ແລະ ຫນ້າທີ່ ດັ່ງນີ້:
1. ພັດທະນານັກກີລາ, ບຸກຄະລາກອນກີລາ-ກາຍຍະກໍາ, ໂຄງລ່າງພື້ນຖານ, ສະຫນອງພາ ຫະນະ, ວັດຖຸປະກອນກີລາ-ກາຍຍະກໍາ ໃຫ້ສະໂມສອນຂອງຕົນ;
2. ເຂົ້າຮ່ວມ ແລະ ຈັດແຂ່ງຂັນກີລາ-ກາຍຍະກໍາ ໃນລະດັບຕ່າງໆ;
3. ປຸກລະດົມ, ຂົນຂວາຍ, ຊອກແຫຼ່ງທຶນ ເພື່ອການເຄື່ອນໄຫວກີລາ-ກາຍຍະກໍາ ໃນສະ ໂມສອນຂອງຕົນ;

4. ສະເຫນີປະຕິບັດນະໂຍບາຍ ແລະ ລົງວິໄນຕໍ່ນັກກີລາ, ບຸກຄະລາກອນກີລາ-ກາຍຍະກໍາ; 5. ຮຽກໂຮມປະຊຸມ ແລະ ເຂົ້າຮ່ວມປະຊຸມວຽກງານກີລາ;
5. ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານກີລາ-ກາຍຍະກໍາ ໃຫ້ຂັ້ນເທິງຂອງຕົນ ຢ່າງເປັນປົກກະຕິ;
6. ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ.
ຂ່າວ: ຫຼ້າ MKP ຄັດຈາກກົດໝາຍວ່າດ້ວຍກີລາ-ກາຍຍະກໍາ ສະບັບປັບປຸງ