ແຮມິລຕັນ ສ້າງຖິຕິຄວ້າແຊັມລົດສູດໜຶ່ງໄດ້ຄົບສະໜາມທີ 100 ໃນອາຊີບ

611

ລູອິສ ແຮມິລຕັນ ນັກແຂ່ງລົດສູດໜຶ່ງຊີງແຊັມໂລກຈາກອັງກິດ ຄວ້າແຊັມສະໜາມທີ 100 ໃນອາຊີບ ຫຼັງຈາກທີ່ເຂົ້າເສັ້ນໄຊເປັນຄົນທໍາອິດໃນລາຍການ ຣັດເຊຍ ກຣັງປຣີ້ິ ເມື່ອວັນທີ 26 ກັນຍາ 2021.

ແຮມິລຕັນ ເປັນນັກແຂ່ງຈາກເມີເຊເດສ ໄລ່ຈີ້ ແລນໂດ້ ນໍຣິສ ນັກແຂ່ງຈາກທີມແມັກຄລາເຣນ ຜູ້ນໍາ ກ່ອນທີ່ 2 ຮອບສຸດທ້າຍ ທີ່ຝົນຕົກບໍ່ຢຸດ ນໍຣິສ ພາດທ່າຈະຫຼຸດໂຄ້ງອອກໄປ ເປີດຊ່ອງໃຫ້ ແຮມິລຕັນ ແຊງຂຶ້ນນໍາ ແລະ ເຂົ້າເສັ້ນໄຊເປັນຄົນທໍາອິດ ດ້ວຍເວລາ 1 ຊົ່ວໂມງ 30 ນາທີ 41.001 ວິນາທີ ຄວ້າແຊັມໄປຄອງ ແລະ ເປັນແຊັມລາຍການທີ 100 ໃນອາຊີບຂອງຕົວເອງ.

ສ່ວນອັນດັບ 2 ເປັນຂອງ ແມັກຊ໌ ເວີສແຕບເພັນ ຈາກເຣດບູລ ແລະ ອັນດັບ 3 ເປັນຂອງ ຄາລອສ ໄຊສ໌ ຈາກເຟີຣາຣີ, ສ່ວນ ນໍຣິສ ຈົບອັນດັບທີ 7 ຂະນະທີ່ ລາຍການຕໍ່ໄປເປັນການແຂ່ງຂັນສະໜາມທີ 16 ລາຍການ ເຕີກິຊ ກຣັງປຣີ ທີ່ອິສຕັນບູລ ພາກ ປະເທດຕວັກກີ ລະຫວ່າງວັນທີ 8-10 ຕຸລາ 2021.