ພະຍາກອນອາກາດ ປະຈໍາວັນທີ 26 ກັນຍາ 2021 ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ

756

ພະຍາກອນອາກາດ ປະຈໍາວັນທີ 26 ກັນຍາ 2021 ເວລາ 7:00 ໂມງຈາກກົມອຸຕຸນິຍົມ ແລະອຸທົກກະສາດ ລາຍງານວ່າ:
ຄວາມກົດດັນຕໍ່າໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍ ກໍາລັງອ່ອນ ສົມທົບກັບກະແສລົມຕາເວັນອອກສ່ຽງໃຕ້ ຍັງສືບຕໍ່ພັດປົກ ຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.


ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງ ຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດ ແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 55% ຂອງ ພາກ, ອຸນຫະພູມໃນລະຫວ່າງ 19-27 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະ ດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 50% ຂອງພາກ, ອຸນຫະພູມໃນລະຫວ່າງ 20-32 ອົງສາ.
ນະຄອນຫລວງວຽງຈັນ: ອາກາດຮ້ອນ, ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 55%, ອຸນຫະພູມໃນລະຫວ່າງ 26-35 ອົງສາ.


ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ, ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ຕົກ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 65% ຂອງພາກ, ອຸນຫະພູມໃນລະຫວ່າງ 24-36 ອົງສາ.
ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ພ້ອມມີລົມ ພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງແຂວງ, ອຸນຫະພູມໃນລະຫວ່າງ 16-25 ອົງສາ.


ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ, ອຸນຫະພູມໃນລະຫວ່າງ 23-35 ອົງສາ.
ສໍາລັບ ເຂດພູພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນ ລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60%, ອຸນຫະພູມໃນລະຫວ່າງ 15-23 ອົງສາ.