ອີກແລ້ວແຂວງສາລະວັນ ນໍ້າຖ້ວມໜັກ ທີ່ບ້ານຫ້ວຍແສງເມືອງເລົ່າງາມ

400

ດັ່ງທີ່ໄດ້ລາຍງານກ່ຽວກັບພະຍາກອນອາກາດໃນລະຫວ່າງນີ້ ໃນທົ່ວທຸກພາກຂອງປະເທດແມ່ນຈະມີຝົນຕົກໜັກ ແລະລົມພັດແຮງ ຈົ່ງມີສະຕິລະມັດລະວັງ ເຊິ່ງອາດເກີດມີໄພພິບັດຕ່າງໆ ເປັນຕົ້ນແມ່ນນ້ຳຖ້ວມກະທັນຫັນຕ່າງໆ.

ຕາມລາຍງານຈາກສື່ຂ່າວທ້ອງຖິ່ນແຈ້ງວ່າແຂວງສາລະວັນເລີ່ມມີນ້ຳຖ້ວມແລ້ວ ແລະຕອນບ່າຍວັນທີ 24 ກັນຍາ ນີ້, ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ພ້ອມດ້ວຍຂະແໜງການກ່ຽວຂ້ອງຂອງແຂວງ ແລະ ການນຳເມືອງເລົ່າງາມ ໄດ້ລົງຕິດຕາມສະພາບນໍ້າຖ້ວມຢູ່ບ້ານຫ້ວຍແສງ ເມືອງເລົ່າງາມ, ຈາກການປະເມີນຜົນເສຍຫາຍເບື້ອງຕົ້ນ ມີໜອງປາເສຍຫາຍ 47 ໜອງ, ລານຕາກກາເຟ 2 ລານ, ເຮືອນຄົວ ແລະ ຮ້ານຂາຍເຄື່ອງແຫ້ງເສຍຫາຍຈໍານວນໜຶ່ງ, ພ້ອມນີ້ ຍັງມີເຄື່ອງປູກຂອງປະຊາຊົນ ເປັນຕົ້ນ ກາເຟ ແລະ ພືດຜັກ ໄດ້ຮັບຄວາມເສຍຫາຍ 5 ເຮັກຕາ ຄິດເປັນມູນຄ່າເສຍຫາຍເກືອບ 200 ລ້ານກີບ.

ຕາມການລາຍງານຈາກ, ທ່ານ ສົມສັກ ທົງຄຳຫານ ເຈົ້າເມືອງເລົ່າງາມ ໃຫ້ຮູ້ວ່າ: ໃນວັັນທີ 24 ກັນຍາ 2021 ນີ້ ໄດ້ເກີດມີຝົນຕົກຕໍ່ເນື່ອງ ເຮັດໃຫ້ນໍ້າປ່າໄຫລລົ້ນ ຫ້ວຍຕະພົງ ແລ້ວໄຫລສູ່ບ້ານຫ້ວຍແສງ, ໄດ້ເຮັດໃຫ້ປະຊາຊົນ 30 ກວ່າຫລັງຄາເຮືອນທີ່ຢູ່ລຽບຕາມຫ້ວຍ ແລະ ຢູ່ພື້ນທີ່ຕໍ່າໄດ້ຮັບຜົນກະທົບ ແລະ ຂາດທີ່ພັກອາໄສ, ເຊິ່ງນໍ້າໄດ້ຖ້ວມເຮືອນ, ວັດຖຸສິ່ງຂອງ ແລະ ເນື້ອທີ່ທຳການຜະລິດ.

ຕໍ່ເຫດການດັ່ງກ່າວ, ອຳນາດການປົກຄອງເມືອງເລົ່າງາມ, ພ້ອມດ້ວຍຂະແໜງການກ່ຽວຂ້ອງ, ກຳລັງ ປກສ-ປກຊ ສົມທົບກັບກຳລັງຊາດໜຸ່ມຂອງບ້ານ ໄດ້ເຂົ້າໄປຊ່ວຍເຫລືອຢ່າງຮີບດ່ວນ, ພ້ອມເກັບມ້ຽນວັດຖຸສິ່ງຂອງ, ຍົກຍ້າຍສິ່ງກີດຂວາງ ແລະ ຍົກຍ້າຍປະຊາຊົນທີ່ໄດ້ຮັບຜົນກະທົບໄປຢູ່ບ່ອນທີ່ປອດໄພ ໂດຍກຳນົດ 3 ຈຸດຄື: ໂຮງຮຽນ, ວັດ ແລະ ຫ້ອງການບ້ານ ເປັນບ່ອນພັກຊົ່ວຄາວ.

ພາຍຫລັງນໍ້າບົກແຫ້ງ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ຈະສົມທົບກັບການ ຈັດຕັ້ງບ້ານ ລົງຕິດຕາມກວດກາ, ເກັບກໍາຂໍ້ມູນຜົນເສຍຫາຍ ເພື່ອລາຍງານໃຫ້ຂັ້ນເທິງຮັບຊາບ ແລະ ຊອກຫາວິທີຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບ.
ໂອກາດນີ້, ທ່ານເຈົ້າແຂວງສາລະວັນ ກໍໄດ້ເນັ້ນໃຫ້ອຳນາດການປົກຄອງເມືອງ ແລະ ການຈັດຕັ້ງບ້ານເອົາໃຈໃສ່ປຸກລະດົມກຳລັງໃຫ້ມີຄວາມສາມັກຄີ, ມີນໍ້າໃຈຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃຫ້ວ່ອງໄວ ແລະ ປຸກລະດົມນຳຫລາຍພາກສ່ວນ ເພື່ອຂໍການຊ່ວຍ ເຫລືອ ແລະ ພ້ອມກັນມີສະຕິຕິດຕາມສະພາບອາກາດໃນແຕ່ລະໄລຍະ ເພື່ອກຽມຄວາມພ້ອມຮັບມືກັບເຫດການທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ.
ຂ່າວຈາກ: Lao National Radio