ສະຫະພັນກີລານັກຮຽນສາມັນລາວ ໃນກົດໝາຍ ກີລາ-ກາຍຍະກໍາ

467

ມື້ນີ້ທີມງານໜັງສືພິມເສດຖະກິດ-ການຄ້າ ໄດ້ນໍາເອົາກົດໝາຍວ່າດ້ວຍກີລາ-ກາຍຍະກໍາ ສະບັບປັບປຸງ ໂດຍມີເຖິງ 112 ມາດຕາ ທີ່ຫາກໍນໍາເອົາມາປະກາດນໍາໃຊ້ຢ່າງເປັນທາງການເມື່ອບໍ່ດົນນີ້ ເຊິ່ງມື້ນີ້ຈະມາແນະນໍາມາດຕາທີ່ໜ້າສົນໃຈຄື ສະຫະພັນກີລານັກຮຽນສາມັນລາວ ມີດັ່ງນີ້:
#ໝວດທີ 5 ສະຫະພັນກີລານັກຮຽນສາມັນລາວ
+ມາດຕາ 80 (ໃຫມ່) ສະຫະພັນກີລານັກຮຽນສາມັນລາວ
ສະຫະພັນກີລານັກຮຽນສາມັນລາວ ມີຊື່ຫຍໍ້ວ່າ “ສກນລ” ແມ່ນ ອົງການຈັດຕັ້ງສັງຄົມ ກ່ຽວກັບ ກີລານັກຮຽນສາມັນລາວ, ມີພາລະບົດບາດເຄື່ອນໄຫວ ແລະ ພັດທະນາວຽກງານກີລາ-ກາຍຍະກໍາໃນໂຮງຮຽນ.

+ມາດຕາ 81 (ໃຫມ່) ສິດ ແລະ ຫນ້າທີ່ ຂອງສະຫະພັນກີລານັກຮຽນສາມັນລາວ
ສະຫະພັນກີລານັກຮຽນສາມັນລາວ ມີ ສິດ ແລະ ຫນ້າທີ່ ດັ່ງນີ້:
1. ຄຸ້ມຄອງບໍລິຫານ ແລະ ຄົ້ນຄວ້າແຜນພັດທະນາວຽກງານກີລາ ຂອງສະຫະພັນກີລານັກ ຮຽນສາມັນລາວ ໃຫ້ສອດຄ່ອງກັບລະບຽບການຂອງສະຫະພັນກີລານັກຮຽນສາມັນສາກົນ;
2. ໂຄສະນາ ເຜີຍແຜ່ ວຽກງານສະຫະພັນກີລານັກຮຽນສາມັນລາວ ໃນຂອບເຂດທົ່ວປະເທດ; 3. ຊກຍູ້, ສົ່ງເສີມ ແລະ ພັດທະນາຂະບວນກີລານັກຮຽນສາມັນລາວ ໃຫ້ມີປະສິດທິພາບ;
4. ຮຽກໂຮມ ແລະ ເຂົ້າຮ່ວມກອງປະຊຸມໃຫຍ່ຂອງຄະນະບໍລິຫານງານສະຫະພັນກີລານັກ ຮຽນສາມັນລາວ ກ່ຽວກັບວຽກງານກີລາສາມັນລາວ;

5. ຈັດຕັ້ງ, ສ້າງຂະບວນການພັດທະນາກີລານັກຮຽນສາມັນລາວ ໃນຂອບເຂດທົ່ວປະເທດ;
6. ສະເຫນີຂໍອະນຸຍາດ ຈັດການແຂ່ງຂັນກີລານັກຮຽນສາມັນລາວ ໃນທົ່ວປະເທດ;
7. ສະເຫນີຂໍອະນຸຍາດ ເຂົ້າຮ່ວມການແຂ່ງຂັນກີລາປະເພດຕ່າງໆ ໃນລະດັບສາມັນສຶກສາ ອະນຸພາກພື້ນ, ພາກພື້ນ ແລະ ສາກົນ;
8. ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະເຫນີ ການປະຕິບັດນະໂຍບາຍ ຫຼື ມາດຕະການ ຕໍ່ຜູ້ບໍລິຫານ ແລະ ນັກກີລາ ຕາມກົດຫມາຍ;
9. ສະເຫນີຂໍນໍາໃຊ້ສະຫນາມກີລາແຫ່ງຕ່າງໆຕໍ່ຂັ້ນເທິງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າໃນ ການຝຶກຊ້ອມ ແລະ ແຂງຂັນ;

10. ປະສານສົມທົບກັບຄະນະກໍາມະການໂອແລມປິກແຫ່ງຊາດ, ຄະນະກໍາມະການກີລາພາຣາ ແລມປິກແຫ່ງຊາດ, ສະຫະພັນກີລາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບວຽກງານກີລານັກຮຽນ ສາມັນລາວ;
11. ພົວພັນ, ຮ່ວມມືກັບການຈັດຕັ້ງພາຍໃນ, ຕ່າງປະເທດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານກີລານັກຮຽນສາມັນລາວ;
12. ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານຂອງສະຫະພັນກີລານັກຮຽນສາມັນລາວ ໃຫ້ຂັ້ນເທິງຂອງຕົນ ຢ່າງເປັນປົກກະຕິ;
13. ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ.
ຂ່າວ: ຄໍາສອນ ຄັດຈາກກົດໝາຍວ່າດ້ວຍກີລາ-ກາຍຍະກໍາ ສະບັບປັບປຸງ