ແຈ້ງເຕືອນພາຍຸດຽນມູ ຈະເຮັດໃຫ້ຝົນຕົກໜັກຢູ່ແຂວງພາກໃຕ້, ພາກກາງ ແລະ ພາກເໜືອດ້ານຕາເວັນຕົກ ໄລຍະວັນທີ 24-26 ກັນຍານີ້

732

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ອອກແຈ້ງການເລກທີ 1071/ກອຕທ, ລົງວັນທີ 24 ກັນຍາ 2021 ເຕືອນພາຍຸເຂດຮ້ອນດຽນມູ ເຊິ່ງໃນເວລາ 7 ໂມງ 45 ນາທີ ຂອງວັນທີ 24 ກັນຍາ ພາຍຸເຂດຮ້ອນດຽນມູ ມີຈຸດສູນກາງຢູ່ເຂດເມືອງຕຸ້ມລານແຂວງສາລະວັນ ໃນເສັ້ນຂະໜານທີ 16 ອົງສາເໜືອ ແລະ ເສັ້ນແວງທີ 106.3 ອົງສາ ຕາເວັນອອກ ພວມເຄື່ອນທີ່ໃນທິດຕາເວັນຕົກດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ.

ຄາດວ່າພາຍຸຫົວນີ້ຈະອ່ອນກຳລັງລົງເປັນພາຍຸດີເປຼຊັນ ເຄື່ອນທີ່ເຂົ້າປະເທດໄທໃນຕອນບ່າຍຂອງມື້ນີ້ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກໃຕ້, ພາກກາງ ແລະ ພາກເໜືອດ້ານຕາເວັນຕົກ ດັ່ງລາຍລະອຽດລຸ່ມນີ້:

ນ້ຳຖ້ວມຊຸບ້ານຫ້ວຍແສງ​ ເມືອງເລົ່າງາມ ໃນວັນທີ24 ກັນຍາ 2021 ເນື່ອງຈາກຝົນຕົກໜັກ

ໄລຍະວັນທີ 24 ກັນຍາ 2021: ຈະມີຝົນຕົກປານກາງ ຫາ ໜັກ ແລະ ລົມພັດແຮງ ຢູ່ບາງທ້ອງຖິ່ນເຂດພາກໃຕ້ ເຊັ່ນ: ແຂວງອັດຕະປື, ຈໍາປາສັກ, ເຊກອງ ແລະ ສາລະວັນ ຊຶ່ງຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ເພ, ນ້ຳຖ້ວມອັ່ງ ແລະ ນໍ້າຖ້ວມຍື່ງ ຢູ່ບາງທ້ອງຖິ່ນ.

ນ້ຳຖ້ວມຊຸບ້ານຫ້ວຍແສງ​ ເມືອງເລົ່າງາມ ໃນວັນທີ24 ກັນຍາ 2021 ເນື່ອງຈາກຝົນຕົກໜັກ

ໄລຍະວັນທີ 24 – 26 ກັນຍາ 2021: ຈະມີຝົນຕົກໃນລະດັບປານກາງ ຫາ ໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກເໜືອດ້ານຕາເວັນຕົກເຊັ່ນ: ແຂວງ ສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ, ວຽງຈັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ຫຼວງພະບາງ, ໄຊຍະບູລີ ແລະ ບໍ່ແກ້ວ ຊຶ່ງຈະເຮັດໃຫ້ເກີດມີນ້ໍາຖ້ວມກະທັນຫັນ, ນໍ້າຖ້ວມຊ ແລະ ດິນເຈື່ອນ ຢູ່ບາງທ້ອງຖິ່ນ.

ນ້ຳຖ້ວມຊຸບ້ານຫ້ວຍແສງ​ ເມືອງເລົ່າງາມ ໃນວັນທີ24 ກັນຍາ 2021 ເນື່ອງຈາກຝົນຕົກໜັກ

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງ ດັ່ງກ່າວໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມຮ່ອມພູ ແລະ ແຄມແມ່ນ້ໍາຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊ, ນໍ້າຖ້ວມຍຶ່ງ ແລະ ລົມພັດແຮງ ທີ່ຈະເກີດຂື້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 2 ວັນຕໍ່ໜ້ານີ້.