ສະຫະພັນກີລາມະຫາວິທະຍາໄລລາວ ໃນກົດໝາຍ ກີລາ-ກາຍຍະກໍາ

447

ມື້ນີ້ທີມງານໜັງສືພິມເສດຖະກິດ-ການຄ້າ ໄດ້ນໍາເອົາກົດໝາຍວ່າດ້ວຍກີລາ-ກາຍຍະກໍາ ສະບັບປັບປຸງ ໂດຍມີເຖິງ 112 ມາດຕາ ທີ່ຫາກໍນໍາເອົາມາປະກາດນໍາໃຊ້ຢ່າງເປັນທາງການເມື່ອບໍ່ດົນນີ້ ເຊິ່ງມື້ນີ້ຈະມາແນະນໍາມາດຕາທີ່ໜ້າສົນໃຈຄື ສະຫະພັນກີລາມະຫາວິທະຍາໄລລາວ ມີດັ່ງນີ້:
#ໝວດທີ 4 ສະຫະພັນກີລາມະຫາວິທະຍາໄລລາວ
+ມາດຕາ 78 (ໃຫມ່) ສະຫະພັນກີລາມະຫາວິທະຍາໄລລາວ
ສະຫະພັນກີລາມະຫາວິທະຍາໄລລາວ ຊື່ຫຍໍ້ວ່າ “ສຸກມລ” ເປັນອົງການຈັດຕັ້ງສັງຄົມ ກ່ຽວກັບ ກີລາ-ກາຍຍະກໍາ ຂອງນັກສຶກສາມະຫາວິທະຍາໄລ ແລະ ອາຊີວະສຶກສາ, ມີພາລະບົດບາດເຄື່ອນໄຫວ ແລະ ພັດທະນາວຽກງານກີລາ-ກາຍຍະກໍາ ໃນສະຖານການສຶກສາຊັ້ນສູງ.

+ມາດຕາ 79 (ໃຫມ່) ສິດ ແລະ ຫນ້າທີ່ ຂອງສະຫະພັນກີລາມະຫາວິທະຍາໄລລາວ
ສະຫະພັນກີລາມະຫາວິທະຍາໄລລາວ ມີ ສິດ ແລະ ຫນ້າທີ່ ດັ່ງນີ້:
1. ຄຸ້ມຄອງບໍລິຫານ ແລະ ຄົ້ນຄວ້າແຜນພັດທະນາວຽກງານກີລາມະຫາວິທະຍາໄລລາວ ໃຫ້ ສອດຄ່ອງກັບລະບຽບການຂອງຄະນະກໍາມະການໂອແລມປີກສາກົນ, ສະຫະພັນກີລາມະຫາວິທະຍາໄລລະດັບ ອະນຸພາກພື້ນ, ພາກພື້ນ ແລະ ສາກົນ;
2. ໂຄສະນາ ເຜີຍແຜ່ ວຽກງານກີລາມະຫາວິທະຍາໄລລາວ ໃນສະຖານການສຶກສາຊັ້ນສູງ ແລະ ສັງຄົມ ໃນຂອບເຂດທົ່ວປະເທດ;

3. ຊຸກຍູ້, ສົ່ງເສີມ ແລະ ພັດທະ ນາຂະບວນກີລາມະຫາວິທະຍາໄລລາວ ໃຫ້ມີປະສິດທິພາບ
4. ຮຽກໂຮມ ແລະ ເຂົ້າຮ່ວມກອງປະຊຸມໃຫ່ຍຂອງຄະນະບໍລິຫານງານສະຫະພັນກີລາມະຫາ ວິທະຍາໄລລາວ ກ່ຽວກັບວຽກງານກີລາມະຫາວິທະຍາໄລລາວ;
5. ຈັດຕັ້ງ, ສ້າງຂະບວນການພັດທະນາກີລາສະຖານການສຶກສາຊັ້ນສູງ ໃນຂອບເຂດທົ່ວ
ປະເທດ;
6. ສະເຫນີຕໍ່ຂັ້ນເທິງຂອງຕົນ ເພື່ອຂໍອະນຸຍາດຈັດການແຂ່ງຂັນກີລາມະຫາວິທະຍາໄລລາວ ໃນ
ທົ່ວປະເທດ;

7. ສະເຫນີ ຂໍເຂົ້າຮ່ວມການແຂ່ງຂັນກີລາປະເພດຕ່າງໆ ໃນລະດັບການສຶກສາຊັ້ນສູງ ອະນຸ ພາກພື້ນ, ພາກພື້ນ ແລະ ສາກົນ;
8. ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະເຫນີການປະຕິບັດນະໂຍບາຍ ຫຼື ມາດຕະການ ຕໍ່ຜູ້ບໍລິຫານ ແລະ ນັກກີລາ ຕາມກົດຫມາຍ;
9. ສະເຫນີ ຂໍນໍາໃຊ້ສະຫນາມກີລາແຫ່ງຕ່າງໆຕໍ່ຂັ້ນເທິງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າໃນ ການຝຶກຊ້ອມ ແລະ ແຂ່ງຂັນ;
10. ປະສານສົມທົບກັບຄະນະກໍາມະການໂອແລມປິກແຫ່ງຊາດ, ຄະນະກໍາມະການພາຣາ ແລມປິກແຫ່ງຊາດ, ສະຫະພັນກີລາແຫ່ງຊາດ, ສະຫະພັນກີລານັກຮຽນສາມັນລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບວຽກງານກີລາມະຫາວິທະຍາໄລລາວ;

11. ພົວພັນ, ຮ່ວມມືກັບສະຫະພັນກີລາມະຫາວິທະຍາໄລ ອະນຸພາກພື້ນ, ພາກພື້ນ ແລະ ສາກົນ ເພື່ອພັດທະນາກີລາ-ກາຍຍະກໍາ ຂອງຊາດ;
12. ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານຂອງສະຫະພັນກີລາມະຫາວິທະຍາໄລ ລາວ ໃຫ້ຂັ້ນເທິງຂອງຕົນ ຢ່າງເປັນປົກກະຕິ;
13. ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ.
ຂ່າວ: ຄໍາສອນ ຄັດຈາກກົດໝາຍວ່າດ້ວຍກີລາ-ກາຍຍະກໍາ ສະບັບປັບປຸງ;
ຮູບຈາກ: ງານແຂ່ງຂັນກີລານັກສຶກສາທົ່ວມະຫາວິທະຍາໄລແຫ່ງຊາດ