ຊົມເຊີຍ! ຣາດູຄານູ ກຽມກ້າວສູ່ນັກເທັນນິສໄວ້ລຸ້ນພັນລ້ານ ຫຼັງຈາກມີຜູ້ສະໜັບສະໜູນພ້ອມເຊັນ

523

ເອັມມາ ຣາດູຄານູ ນັກເທັນນິສຍິງອະນາຄົດໄກ ຫຼັງຈາກທີ່ຄວ້າແຊັມ ຢູເອັສ ໂອເພັນ 2021 ເຮັດໃຫ້ລາວກຽມກ້າວສູ່ໄວ້ລຸ້ນພັນລ້ານ ເມື່ອມີຜູ້ສະໜັບສະໜູນທີ່ມີຊື່ສຽງຫຼາຍໆແຫ່ງ ພ້ອມເຈລະຈາ ແລະ ໃຫ້ການສະໜັບສະໜູນ.

ເລື່ອງດັ່ງກ່າວໄດ້ຮັບການຢືນຢັນຈາກ ແມັກຊ໌ ໄອເຊັນບັດ ຜູ້ຈັດການຂອງນັກກີລາຍິງ ເປີດເຜີຍຕໍ່ ເດລີ ເມລ ໜັງສືພິມໃນປະເທດອັງກິດ ເມື່ອທ້າຍອາທິດ ທີ່ຜ່ານມາວ່າ: ຣາດູຄານູ ເປັນນັກກີລາທີ່ກໍາລັງມາແຮງຄົນໜຶ່ງຂອງ ສະຫະຣາຊາອະນາຈັກ ແລະ ໄດ້ຮັບການຄາດໝາຍວ່າ ຈະສາມາດສ້າງລາຍໄດ້ປະມານ 100 ລ້ານປອນ – 1.000 ລ້ານປອນ ( 1 ຕື້ປອນ ).

ສໍາລັບ ຣາດູຄານູ ປັດຈຸບັນມີສັນຍາກັບ ໄນກີ້ ( ເຄື່ອງນຸ່ງກີລາ ) ແລະ ວິລສັນ ( ໄມ້ເທັນນິສ ) ມູນຄ່າລວມ 100.000 ປອນ ເຫຼືອສັນຍາພຽງ 1 ປີ ແລະ ແນ່ນອນ ຄາດວ່າ 2 ຜະລິດຕະພັນດັ່ງກ່າວ ຈະຕໍ່ສັນຍາ ມູນຄ່າຢ່າງໜ້ອຍ 10 ເທົ່າ.

ນອກນັ້ນ, ລາວຍັງໄດ້ຮັບຄວາມສົນໃຈຈາກຜະລິດຕະພັນອື່ນໆເປັນຕົ້ນແມ່ນ ເສື້ອຜ່າ, ລົດ, ເຄື່ອງດື່ມ ແລະ ເຄື່ອງສໍາອາງ ທີ່ກໍາລັງເຈລະຈາ ເພື່ອເປັນຜູ້ສະໜັບສະໜູນ.