ຕະຫຼາດໃໝ່ໜອງຫອຍເປີດໃຫ້ບໍລິການແຕ່ເຂັ້ມງວດໃນການປ້ອງກັນພະຍາດໂຄວິດ – 19

404

ປັດຈຸບັນຫຼາຍແຂວງ ຫຼາຍເຂດກໍ່ໄດ້ມີການປິດເມືອງ ຫຼື ລັອກດາວ ເພື່ອປ້ອງກັນການແຜ່ລະບາດຂອງໂຄວິດ19 ເຮັດໃຫ້ການດຳລົງຊີວິດແມ່ນຕ້ອງໄດ້ພົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ເຖິງແມ່ນວ່າບາງເຂດອາດຈະບໍ່ມີການແຜ່ເຖິງຂັ້ນຮ້າຍແຮງ ແລະ ເປີດໃຫ້ບໍລິການຕະຫຼາດ ແຕ່ກໍ່ຕ້ອງໄດ້ລະມັດລະວັງ ເຂັ້ມງວດຕາມມາດຕະການທີ່ຄະນະສະເພາະກິດວາງອອກທຸກປະການ.

ຕາມການໃຫ້ສຳພາດຂອງ ທ່ານ ຄໍາຫວັນ ສີວົງສາ ເຈົ້າຂອງຕະຫຼາດໃໝ່ໜອງຫອຍ ເມື່ອວັນທີ 22 ກັນຍາ 2021 ນີ້ໃຫ້ຮູ້ວ່າ: ຕະຫຼາດໃໝ່ໜອງຫອຍ ແມ່ນຕັ້ງຢູ່ຫຼັກ 9 ແຄມເສັ້ນທາງຫຼວງເລກທີ 13 ໃຕ້ ຫຼື ກົງກັບທາງເຂົ້າບ້າຍໜອງຫອຍ ເມືອງຊະນະສົມບູນ ແຂວງຈຳປາສັກ. ພາຍຫຼັງທີ່ມີການລະບາດຂອງພະຍາດໂຄວິດ 19 ຢູ່ແຂວງຈຳປາສັກ ທາງຕະຫຼາດແມ່ນໄດ້ເອົາໃຈໃສ່ຜັນຂະຫຍາຍຄຳສັ່ງຂອງທ່ານເຈົ້າແຂວງຈຳປາສັກ ແລະ ເມືອງຊະນະສົມບູນ ວ່າດ້ວຍການສຶບຕໍ່ເພີ່ມທະວີໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ຢ່າງເຂັ້ມງວດ.

ໃນໄລຍະທີ່ມີການປິດການເຂົ້າ-ອອກເມືອງຂັ້ນເດັດຂາດນັບແຕ່ວັນທີ 16-30 ກັນຍາ 2021 .ໃນນັ້ນທາງຕະຫຼາດກໍ່ໄດ້ມີການກຳນົດໂມງເວລາໃນການເປີດ-ປິດຕະຫຼາດຕາມທີ່ຂັ້ນເທີງກຳນົດໄວ້ຄື: ມີການກຳນົດເວລາເປີດຕະຫຼາດນັບແຕ່ເວລາ 6 ໂມງເຊົ້າ ຈົນເຖິງຕອນທ່ຽງເວລາ 12:00 ໂມງ ໃນແຕ່ລະວັນແມ່ນຈະໄດ້ປິດ ນອກນັ້ນຍັງໄດ້ນໍາໃຊ້ລະບົບໂທລະໂຄ່ງຂອງຕະຫຼາດປະກາດໂຄສະນາເຜີຍແຜ່ກ່ຽວກັບມາດຕະການປ້ອງກັນພະຍາດໂຄວິດ 19 ເພື່ອໃຫ້ພໍ່ຄ້າຊາວຂາຍ ແລະ ພໍ່ແມ່ປະຊາຊົນທີ່ເຂົ້າມາໃຊ້ບໍລິການພາຍໃນຕະຫຼາດຮັບຮູ້ ແລະເຂົ້າໃຈຢ່າງເລີກເຊີ່ງ.

ທີ່ສຳຄັນສຳລັບພໍ່ແມ່ປະຊາຊົນ ກ່ອນທີ່ຈະເຂົ້າໄປໃຊ້ບໍລິການພາຍໃນຕະຫຼາດຕ້ອງໄດ້ຜ່ານການກວດກາວັດແທກອຸນຫະພູມ,ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ ແລະ ລາງມືດ້ວຍເຈວແອວກໍຮໍທີ່ມີທາດເຫຼົ້າ ທີ່ທາງຕະຫຼາດມີໃຫ້ບໍລິການ ກ່ອນຈຶ່ງຈະສາມາດເຂົ້າໄປຈັບຈ່າຍຊື້-ສີນຄ້າຢູ່ທີ່ຕະຫຼາດໄດ້.ເຊີ່ງມາດຕະການເຂັ້ມງວດດັ່ງກ່າວແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 17 ກັນຍາ 2021 ຈົນເຖິງວັນທີ 30 ກັນຍາ2021 ຫຼື ຈົນກວ່າຈະມີຄຳສັ່ງປ່ຽນແປງໃດໆຈາກຂັ້ນເທິງ.

ພ້ອມນີ້ ທ່ານ ຄຳຫວັນ ສີວົງສາ ຍັງໃຫ້ສຳພາດຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະ 6 ວັນຜ່ານມາ ເຫັນວ່າ ພໍ່ຄ້າຊາວຂາຍທີ່ຢູ່ພາຍໃຕ້ການຄຸ້ມຄອງຕະຫຼາດ ແລະ ພໍ່ແມ່ປະປາຊົນທີ່ເຂົ້າມາຊື້ຂາຍສີນຄ້າ ກໍ່ໄດ້ໃຫ້ຄວາມຮ່ວມມືເປັນຢ່າງດີ ໂດຍພ້ອມກັນເອົາໃຈໃສ່ປະຕິບັດມາດຕະການປ້ອງກັນໂຄວິດ 19 ຢ່າງເຄັ່ງຄັດ ນອກຈາກນັ້ນ ທ່ານຍັງຝາກເຖິງພໍ່ແມ່ປະຊາຊົນທີ່ຈະເຂົ້າມາໃຊ້ບໍລິການຢູ່ທີ່ຕະຫຼາດໃໝ່ໜອງຫອຍ ຕ້ອງພ້ອມກັນເອົາໃຈໃສ່ປະຕິບັດບັນດາມາດຕະການປ້ອງກັນພະຍາດໂຄວິດ 19 ທີ່ທາງຄະນະສະເພາະກິດຂັ້ນຕ່າງໆວາງອອກ ເວົ້າສະເພາະກໍ່ຄືຂອງຕະຫຼາດໃໝ່ຫນອງຫອຍວາງອອກຢ່າງເຂັ້ມງວດ ທັງນີ້ກໍ່ເພື່ອບໍ່ໃຫ້ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ຢູ່ໃນຊຸມຊົນຂອງເມືອງຊະນະສົມບູນ.
ຂ່າວຈາກ: ສື່ມວນຊົນແຂວງຈຳປາສັກ