ເມືອງຫ້ວຍຊາຍ ພົ່ນຢາຂ້າສັດຕູພືດສູ່ນາຊາວບ້ານ ທຳລາຍເພ້ຍຈັກຈັ່ນ

515

ໃກ້ເຖິງລະດູການເກັບກ່ຽວຂອງຊາວນາແລ້ວ ການປົກປັກຮັກສາ ການຜະລິດແມ່ນເປັນຫົວໃຈຫຼັກຂອງຊາວກະສິກອນຜູ້ປູກເຂົ້າ ເມື່ອຖືກສັດຕູພຶດມາທຳລາຍຈິ່ງຕ້ອງຫາທາງແກ້ໄຂໂດຍໄວ ເຊິ່ງໃນວັນທີ 22 ກັນຍານີ້ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ລົງພົ່ນຢາຂ້າສັດຕູພືດໃສ່ນາເຂົ້າຂອງປະຊາຊົນທີ່ໄດ້ຜົນກະທົບຈາກເພ້ຍຈັກຈັ່ນຢູ່ບ້ານໃໝ່ພູຄາ.

ນຳໂດຍທ່ານ ທິບພະກອນ ມະນີຄຳ ຮອງເຈົ້າເມືອງໆຫ້ວຍຊາຍ ຜູ້ຊີ້ນຳຂົງເຂດວຽກງານເສດຖະກິດ, ທ່ານ ປາລາມີ ສົນບຸດຕະແສນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍ່ແກ້ວ ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ ພະນັກງານວິຊາການຫ້ອງການກ່ຽວຂ້ອງ, ອົງການປົກຄອງບ້ານ ແລະ ຊາວນາ ເຂົ້າຮ່ວມ.

ທ່ານ ໄມ່ອ່ອນ ແກ້ວວົງເພັດ ຊາວນາບ້ານໃໝ່ພູຄາ ກ່າວວ່າ: ພາຍຫຼັງທີ່ປັກດຳນາສຳເລັດໄດ້ປະມານເດືອນປາຍ ສັງເກດເຫັນວ່າມີຈຸດແດງໆຢູ່ຕາມບໍລິເວນໃບເຂົ້າ ແລະ ຄິດວ່າມັນອາດຈະບໍ່ມີຜົນກະທົບຫຍັງ ພໍມາຮອດຊ່ວງທີ່ເຂົ້າກຳລັງມານກຽມຈະຖອກຮວງ ສັງເກດເຫັນວ່າໃບເຂົ້າ ແລະ ຕົ້ນເຂົ້າເປັນສີແດງຫຼາຍຂຶ້ນ ການຈະເລີນເຕີບກໍ່ບໍ່ດີເທ່ົາທີ່ຄວນ ບາງບ່ອນຕົ້ນເຂົ້າກໍ່ເປັນສີເຫຼືອງ, ບາງບ່ອນເປັນສີແດງ ພ້ອມທັງ ມີແມງໄມ້ຕົວນ້ອຍໆສີຂຽວຄ້າຍຄືແມງຈັກຈັ່ນຈັບຢູ່ຕົ້ນ ແລະ ໃບເຂົ້າເປັນຈຳນວນຫຼາຍ ຈຶ່ງຟ້າວແຈ້ງນາຍບ້ານ ເພື່ອປະສານຫາຫ້ອງການກ່ຽວຂ້ອງລົງໄປກວດກາ.

ຕໍ່ສະພາບການດັ່ງກ່າວ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫ້ວຍຊາຍ ໄດ້ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ແຂວງບໍ່ແກ້ວ, ລົງກວດກາສະພາບຕົວຈິງພົບວ່າມີການເກີດສັດຕູພືດ ( ປະເພດ ເພ້ຍຈັກຈັ່ນສີນ້ຳຕານ ) ລະບາດໄດ້ທຳລາຍເຂົ້ານາຂອງປະຊາຊົນຫຼາຍເຂດທົ່ວເມືອງຫ້ວຍຊາຍ ເປັນຕົ້ນແມ່ນ ຢູ່ບ້ານປາກງາວ, ດອນຄູນ, ນ້ຳແສນ ກຸ່ມບ້ານປາກງາວ, ບ້ານໃໝ່ພູຄາ, ທົ່ງແສງຈັນ ກຸ່ມບ້ານທົ່ງແສງຈັນ, ບ້ານ ນ້ຳຈ້າງ ກຸ່ມບ້ານໂພນທອງ, ບ້ານນ້ຳປູ, ນ້ຳມ້າ, ຫ້ວຍດິນຈີ່ ກຸ່ມບ້ານນ້ຳມ້າ ແລະ ກຸ່ມອື່ນໆ.

ໂດຍສະເພາະແມ່ນເຂດບ້ານ ໃໝ່ພູຄາ ກຸ່ມບ້ານທົ່ງແສງຈັນ ດັ່ງນັ້ນ, ຈຶ່ງໄດ້ນໍາເອົາພະນັກງານວິຊາການຂອງແຂວງ, ເມືອງ ພ້ອມດ້ວຍອຸປະກອນເຄື່ອງຈັກພົ່ນຢາ, ຢາຂ້າສັດຕູພືດ ລົງສົມທົບກັບຊາວນາ ພົ່ນຢາປາບປາມຢ່າງເປັນຂະບວນໂດຍມີຄະນະຮັບຜິດຊອບ ແນະນຳວິທີການ, ຂັ້ນຕອນ ແລະ ນຳພາຊາວນາປະຕິບັດ ໂດຍນຳໃຊ້ຈັກພົ່ນຈຳນວນ 10 ກວ່າເຄື່ອງ.
ມາຮອດປັດຈຸບັນນີ້ມີເນື້ອທີ່ນາຖຶກຜົນກະທົບແລ້ວຈຳນວນ 295,97 ເຮັກຕາ ແລະ ໄດ້ຮັບການພົ່ນຢາທຳລາຍສັດຕູພືດດັ່ງກ່າວແລ້ວ.

ທ່ານ ອານຸສັກ ສີລິວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫ້ວຍຊາຍ ຍັງໃຫ້ຮູ້ວ່າ: ກະສິກຳ ເມືອງຈະດຳເນີນການແກ້ໄຂບັນຫາເພ້ຍຈັກຈັ່ນລະບາດຢູ່ພາຍໃນເມືອງຫ້ວຍຊາຍສືບຕໍ່ໄປ ໂດຍຈະເອົາໃຈໃສ່ຊຸກຍູ້ຕິດຕາມເຝົ້າລະວັງການລະບາດຂອງສັດຕູພືດດັ່ງກ່າວຢ່າງໃກ້ຊິດ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດມາດຕະການປາບປາມຢ່າງຕໍ່ເນື່ອງ ເນັ້ນໜັັກ ໃຫ້ພະນັກງານກະສິກຳປະຈຳແຕ່ລະກຸ່ມບ້ານ ຕ້ອງເອົາໃຈໃສ່ປະສານສົມທົບກັບອົງການປົກຄອງບ້ານ ແລະ ຊາວນາເຄື່ອນໄຫວຕິດຕາມການລະບາດຂອງເພ້ຍຈັກຈ່ັນ ພ້ອມທັງລາຍງານຫ້ອງການກະສິກຳເມືອງຢ່າງເປັນປົກກະຕິ ຈົນກວ່າສະພາບການລະບາດຈະໝົດໄປ.