ບົດບາດ-ໜ້າທີ່ຂອງ ຄະນະກໍາມະການພາຣາແລມປິກແຫ່ງຊາດລາວ ໃນກົດໝາຍ ກີລາ-ກາຍຍະກໍາ

309

ມື້ນີ້ທີມງານໜັງສືພິມເສດຖະກິດ-ການຄ້າ ໄດ້ນໍາເອົາກົດໝາຍວ່າດ້ວຍກີລາ-ກາຍຍະກໍາ ສະບັບປັບປຸງ ໂດຍມີເຖິງ 112 ມາດຕາ ທີ່ຫາກໍນໍາເອົາມາປະກາດນໍາໃຊ້ຢ່າງເປັນທາງການເມື່ອບໍ່ດົນນີ້ ເຊິ່ງມື້ນີ້ຈະມາແນະນໍາມາດຕາທີ່ໜ້າສົນໃຈຄື ຄະນະກໍາມະການພາຣາແລມປິກແຫ່ງຊາດລາວ ດັ່ງນີ້:
#ພາກທີ IV ການຈັດຕັ້ງກີລາ-ກາຍຍະກໍາທາງສັງຄົມ
+ຫມວດທີ 2 ຄະນະກໍາມະການພາຣາແລມປິກແຫ່ງຊາດລາວ
+ມາດຕາ 73 (ໃຫມ່) ຄະນະກໍາມະການພາຣາແລມປິກແຫ່ງຊາດລາວ
ຄະນະກໍາມະການພາຣາແລມປິກແຫ່ງຊາດລາວ ມີຊື່ຫຍໍ້ວ່າ “ຄພລ” ເປັນອົງການຈັດຕັ້ງ ສັງຄົມ ກ່ຽວກັບກີລາຄົນພິການ ຊຶ່ງເປັນຕົວແທນໃຫ້ແກ່ ສປປ ລາວ ໃນການເຂົ້າຮ່ວມຂະບວນການເຄື່ອນ ໄຫວກີລາຄົນພິການໃນປະເທດ ແລະ ຕ່າງປະເທດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ, ມີພາລະບົດບາດ ພັດທະນາ ແລະ ປົກປ້ອງຂະບວນການກີລາພາຣາແລມປີກຂອງ ສປປ ລາວ ໃຫ້ສອດຄ່ອງກັບກົດບັດພາຣາແລມ ປີກສາກົນ,

+ມາດຕາ 74 (ໃຫມ່) ສິດ ແລະ ຫນ້າທີ່ຂອງຄະນະກໍາມະການພາຣາແລມປິກແຫ່ງຊາດລາວ
ຄະນະກໍາມະການພາຣາແລມປິກແຫ່ງຊາດລາວ ມີສິດ ແລະ ຫນ້າທີ່ ດັ່ງນີ້:
1. ເຂົ້າຮ່ວມການສ້າງຕັ້ງ ແລະ ພັດທະນາຂະບວນການກີລາ-ກາຍຍະກໍາ ພາຣາແລມປິກ ທັງ ພາຍໃນ, ຕ່າງປະເທດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ;
2. ໂຄສະນາເຜີຍແຜ່ ວຽກງານພາຣາແລມປິກລະດັບຊາດ, ໂຄງການຈັດກິດຈະກໍາກີລາປະ ເພດຕ່າງໆ ຂອງແຜນການພັດທະນາກີລາຄົນພິການ ໃນ ສປປ ລາວ;
3. ສະຫນັບສະຫນູນວຽກງານກີລາຄົນພິການແຫ່ງຊາດ, ບັນດາກະຊວງ, ອົງການ, ຂະແຫນງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ;

4. ຮຽກໂຮມປະຊຸມ ຄະນະກໍາມະການພາຣາແລມປິກແຫ່ງຊາດລາວ ແລະ ເຂົ້າຮ່ວມປະຊຸມ ຄະນະກໍາມະການພາຣາແລມປິກ ອະນຸພາກພື້ນ, ພາກພື້ນ ແລະ ສາກົນ;
5. ຄຸ້ມຄອງ ແລະ ນໍາໃຊ້ ເງິນຊ່ວຍເຫຼືອ, ອຸປະຖໍາຈາກອົງການພາຣາແລມປິກອະນຸພາກພື້ນ, ພາກພື້ນ ແລະ ສາກົນ ຕາມລະບຽບການ;
6. ໄດ້ຮັບການຄັດເລືອກເຂົ້າໃນຄະນະກໍາມະການພາຣາແລມປິກ ອະນຸພາກພື້ນ, ພາກພື້ນ ແລະ ສາກົນ;
7. ສົມທົບກັບກະຊວງສຶກສາທິການ ແລະ ກີລາ ກຽມເຂົ້າຮ່ວມງານແຂ່ງຂັນກີລາພາຣາ ແລມປີກໃນລະດັບ ອະນຸພາກພື້ນ, ພາກພື້ນ ແລະ ສາກົນ ຫຼື ການເປັນເຈົ້າພາບງານກີລາພາຣາແລມປິກ
ລະດັບຕ່າງໆ;
8. ເຂົ້າຮ່ວມການແຂ່ງຂັນ ກີລາ-ກາຍຍະກໍາ ທີ່ຄະນະກໍາມະການພາຣາແລມປິກສາກົນຮັບ ຮອງ ແລະ ວາງອອກ ເຊັ່ນ ພາຣາເກມ, ພາຣາຊຽນເກມ, ພາຣາອິນດ໌ເກມ, ພາຣາແລມປິກເກມ;

9. ປະສານສົບທົບກັບກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ ກ່ຽວຂ້ອງ ເພື່ອພັດທະນາກີລາ-ກາຍຍະກໍາຄົນພິການປະເພດຕ່າງໆ ໃຫ້ໄດ້ຕາມມາດຕະຖານສາກົນເທື່ອລະກ້າວ;
10. ພົວພັນ, ຮ່ວມມືກັບການຈັດຕັ້ງກີລາພາຣາແລມປິກຂອງຕ່າງປະເທດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ;
11. ສະຫຼຸບ ແລະ ລາຍງານການເຄື່ອນໄຫວຽກງານກີລາ-ກາຍຍະກໍາ ໃຫ້ຂັ້ນເທິງຂອງຕົນ ຢ່າງເປັນປົກກະຕິ;
12. ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ.
ຂ່າວ: ຫຼ້າ MKP ຄັດຈາກ ກົດໝາຍກີລາ-ກາຍຍະກໍາ ສະບັບປັບປຸງ