ມາເນ ສ້າງ 2 ສະຖິຕິ ໂດຍສະເພາະຍິງປະຕູໃສ່ ຄຣິສຕັນ ພາເລຊ ໄດ້ 9 ນັດຕິດຕໍ່ກັນໃນລີກຄົນທໍາອິດ

293
Liverpool's Sadio Mane, left, celebrates with James Milner after scoring the opening goal during the English Premier League soccer match between Liverpool and Crystal Palace at Anfield Stadium, Liverpool, England, Saturday Sep. 18, 2021. (AP Photo/Jon Super)

ຊາດິໂອ ມາເນ ກອງໜ້າຂອງ ລິເວີພູລ ຍິງປະຕູທໍາອິດໃຫ້ກັບ ລິເວີພູລ ຂຶ້ນນໍາ 1-0 ໃນນັດທີ ເປີດບ້ານເອົາຊະນະ ຄຣິສຕັນ ພາເລຊ 3-0 ເມື່ອວັນທີ 18 ກັນຍາ 2021.

ຈາກຜົນດັ່ງກ່າວເຮັດໃຫ້ ຊາດິໂອ ມາເນ ກອງໜ້າຂອງ ລິເວີພູລ ກາຍເປັນນັກເຕະຄົນທໍາອິດໃນພຣີເມຍລີກ ອັງກິດ ທີ່ຍິງປະຕູໃສ່ທີມຄູ່ແຂ່ງທີມດຽວ 9 ນັດຊ້ອນ ແລະ ສາມາດຍິງປະຕູທີ 100 ໃຫ້ກັບ ລິເວີພູລ ລວມທຸກລາຍການ.