ນະຄອນຫຼວງວຽງຈັນ ແຈ້ງຫ້າມບຸກຄົນໃນນະຄອນຫຼວງວຽງຈັນ ຫ້າມບຸກຄົນ ຢູ່ ນວ ເດີນທາງໄປແຂວງທີ່ມີການລະບາດໃນຊຸມຊົນ ລະດັບ 2 ແລະ 3 ເຊັ່ນ ແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ, ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ

954

ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ ແລະ ເຂດບ້ານແດງ ຢູ່ນະຄອນຫຼວງວຽງຈັນ (ນວ) ຍັງມີທ່າອ່ຽງເພີ່ມຂຶ້ນ ແລະ ຈະກ້າວສູ່ລະດັບ 2, 3 ທີ່ມີ ສາເຫດມາຈາກການຊຸມແຊວ, ເດີນທາງໄປມາ ແລະ ຈັດກິດຈະກຳຕ່າງໆໃນສັງຄົມຢູ່ຫຼາຍບ່ອນຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຈຳນວນໜຶ່ງ ບໍ່ທັນປະຕິບັດມາດຕະການຕ້ານ ແລະ ສະກັດກັ້ນພະຍາດ ໂຄວິດ-19 ຢ່າງຖືກຕ້ອງ ແລະ ເຂັ້ມງວດ.


ດັ່ງນັ້ນ, ຄະນະສະເພາະກິດນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການເລກທີ 28/ສພກ.ນວ, ລົງວັນທີ 16 ກັນຍາ 2021 ກ່ຽວກັບການເພີ່ມທະວີ ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຢູ່ ນະຄອນຫຼວງວຽງຈັນ ໃນໄລຍະວັນທີ 16 – 30 ກັນຍາ 2021 ໂດຍຈຳເປັນຕ້ອງໄດ້ສືບຕໍ່ໃຫ້ປະຕິບັດມາດຕະການທີ່ໄດ້ລະບຸໄວ້ໃນຄຳສັ່ງ ເລກທີ 015/ຈນວ ລົງວັນທີ 30 ສິງຫາ 2021, ແຈ້ງການ ເລກທີ 1094/ຫສນຍ ຕື່ມອີກ 15 ວັນ ດັ່ງນີ້:
1. ໃຫ້ສືບຕໍ່ປະຕິບັດມາດຕະການຫ້າມ ແລະ ຜ່ອນຜັນ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ ນະຄອນຫຼວງວຽງຈັນ ຕາມທີ່ໄດ້ກຳນົດໄວ້ໃນ ຄຳສັ່ງ ເລກທີ 015/ຈນວ ລົງວັນທີ 30 ສິງຫາ 2021, ແຈ້ງການ ເລກທີ 1094/ຫສນຍ, ລົງວັນທີ 31 ສິງຫາ 2021, ແຈ້ງການເລກທີ 1177/ຫສນຍ, ລົງວັນທີ 15 ກັນຍາ 2021, ຄຳແນະນຳ ເລກທີ 4291/ສພກ, ລົງວັນທີ 15 ກັນຍາ 2021 ແລະ ບັນດາຄຳແນະນຳຂອງຄະນະສະເພາະກິດ ຂັ້ນສູນກາງ, ນວ, ເມືອງ ວາງອອກ ຢ່າງເຂັ້ມງວດ ແລະ ເດັດຂາດ.


2. ໃຫ້ເພີ່ມທະວີການປະຕິບັດຂໍ້ຫ້າມຄື:
2.1. ຫ້າມບຸກຄົນ ຢູ່ ນວ ເດີນທາງໄປແຂວງທີ່ມີການລະບາດໃນຊຸມຊົນ ລະດັບ 2 ແລະ 3 ເຊັ່ນ: ແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ, ບໍ່ແກ້ວ (ເມືອງຕົ້ນເຜິ້ງ). ກໍລະນີຈຳເປັນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ຫຼື ນວ ແຕ່ເວລາເດີນທາງກັບມາ ຕ້ອງຈຳກັດບໍລິເວນຕົນເອງໃຫ້ຄົບ 14 ວັນ ຢູ່ສະຖານທີ່ຈຳກັດບໍລິເວນ ທີ່ຄະນະສະເພາະກິດ ນວ ຈັດໄວ້.
2.2. ຫ້າມບຸກຄົນ ຢູ່ແຂວງທີ່ມີການລະບາດໃນຊຸມຊົນ ລະດັບ 2 ແລະ 3 ເດີນທາງເຂົ້າມາ ນວ; ກໍລະນີຈຳເປັນ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ, ແຕ່ເມື່ອມາຮອດ ນວ ຕ້ອງຈຳກັດບໍລິເວນຕົນເອງໃຫ້ຄົບ 14 ວັນ ຢູ່ສະຖານທີ່ຈຳກັດບໍລິເວນ ທີ່ຄະນະສະເພາະກິດ ນວ ຈັດໄວ້.


2.3. ຫ້າມຜູ້ທີ່ຕິດເຊື້ອພະຍາດ ໂຄວິດ-19 ປິດອຳ ຫຼື ຕົວະປະຫວັດການເຄື່ອນໄຫວຂອງຕົນ ແລະ ຫຼົບໜີການເຂົ້າປິ່ນປົວຢູ່ໂຮງໝໍ ຕາມຄຳສັ່ງຂອງແພດໝໍຢ່າງເດັດຂາດ, ຖ້າສືບຮູ້ວ່າມີການປິດອຳ, ຕົວະ ຫຼື ຫຼົບໜີ ແມ່ນຈະຖືກປັບໄໝ ແລະ ດຳເນີນຄະດີ ຕາມລະບຽບກົດໝາຍ ລວມທັງໃຫ້ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ກໍ່ຂຶ້ນທັງໝົດຢ່າງເຂັ້ມງວດ.
2.4. ຫ້າມຜູ້ທີ່ສຳພັດໃກ້ຊິດກັບຜູ້ຕິດເຊື້ອພະຍາດໂຄວິດ-19 (C2) ປິດອຳ ຫຼື ຕົວະປະຫວັດການເຄື່ອນໄຫວຂອງຕົນ ຫຼື ຫຼົບໜີ ບໍ່ຈຳກັດບໍລິເວນຕົນເອງ ຢູ່ສະຖານທີ່ຈຳກັດບໍລິເວນ ທີ່ຄະນະສະເພາະກິດ ນວ ຫຼື ເມືອງກຳນົດໄວ້, ຖ້າມີກໍລະນີປິດອຳ, ຕົວະ ຫຼື ຫຼົບໜີ ບໍ່ປະຕິບັດຕາມມາດຕະການຂອງຄະນະສະເພາະກິດ ແມ່ນຈະຖືກປັບໄໝ ແລະ ດຳເນີນຄະດີຕາມລະບຽບກົດໝາຍ ລວມທັງໃຫ້ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ກໍ່ຂຶ້ນທັງໝົດຢ່າງເຂັ້ມງວດ.


3. ໃຫ້ປະຕິບັດມາດຕະການຜ່ອນຜັນຄື: ອະນຸຍາດໃຫ້ໂຮງຮຽນ ກິນ-ນອນ ທີ່ບໍ່ມີການເຄື່ອນຍ້າຍນັກຮຽນ-ນັກສຶກສາ ແລະ ພະນັກງານຄູອາຈານ ດຳເນີນການຮຽນ-ການສອນໄດ້ ໂດຍໂຮງຮຽນຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນສູນກາງ ຫຼື ນວ.
4. ໃຫ້ກຳລັງ ປກສ ສົມທົບກັບກຳລັງ ປກຊ ຈັດຕັ້ງຈຸດກວດກາບຸກຄົນເດີນທາງເຂົ້າ ແລະ ຈຸດກວດກາບຸກຄົນເດີນທາງອອກ ນວ ແລະ ປ່ຽນຜັນກັນປະຈຳການ ປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ ຢ່າງເຂັ້ມງວດ. ກໍລະນີກວດພົບເຫັນບຸກຄົນ ທີ່ເດີນທາງມາຈາກແຂວງທີ່ມີການລະບາດຂອງພະຍາດໂຄວິດ-19 ໃນລະດັບ 2 ແລະ 3 ແມ່ນໃຫ້ບຸກຄົນດັ່ງກ່າວ ເຂົ້າໄປຈຳກັດຕົວ ຢູ່ສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດ ນວ ຫຼື ເມືອງ ຈັດໄວ້, ຜູ້ໃດລະເມີດແມ່ນຈະຖືກປັບໄໝ ແລະ ດຳເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.


5. ສຳລັບມາດຕະການຕໍ່ຜູ້ລະເມີດ ແມ່ນໃຫ້ສືບຕໍ່ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດ ນວ ສະບັບເລກທີ 24/ສພກ.ນວ, ລົງວັນທີ 19 ສິງຫາ 2021 ຂໍ້ທີ 12 ຂອງຂໍ້ 2.2 ຢ່າງເຂັ້ມງວດ.
6. ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ, ທຸກຊັ້ນຄົນ, ຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ຢູ່ ນວ ຈົ່ງຮ່ວມແຮງຮ່ວມໃຈ ປະຕິບັດມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ, ພ້ອມທັງເປັນຫູເປັນຕາ ຕິດຕາມ ແລະ ລາຍງານ ກໍລະນີພົບເຫັນການລັກລອບເຂົ້າເມືອງ ແລະ ການລະເມີດມາດຕະການຕ່າງໆ ໃຫ້ຄະນະສະເພາະກິດ ລົງກວດກາ ແລະ ແກ້ໄຂ ຢ່າງທັນການ.
7. ໃຫ້ຄະນະສະເພາະກິດ, ກອງບັນຊາການ ປກຊ-ປກສ, ພະແນກການ, ອົງການທຽບເທົ່າພະແນກ ນວ, ອົງການປົກຄອງເມືອງ, ບ້ານ ຜັນຂະຫຍາຍແຈ້ງການສະບັບນີ້ ອອກເປັນລະບຽບການ ແລະ ຄຳແນະນຳລະອຽດຕື່ມ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ສອດຄ່ອງ ແລະ ມີຄວາມເປັນເອກະພາບ.