ເຈົ້າເມືອງຫ້ວຍຊາຍລົງຕິດຕາມເຫດການສັດຕູພືດທຳລາຍເຂົ້ານາປີຂອງປະຊາຊົນ

228

ໃນການເຮັດກະສິກຳ ສຳລັບຊາວກະສິກອນແລ້ວສິ່ງທີ່ຫວັງຄືໃຫ້ໄດ້ເກັບກ່ຽວໝາກຜົນຢ່າງເຕັມເມັດເຕັມໜ່ວຍ, ມີຄວາມຫວງແຫນໃນຜົນລະປູກຂອງຕົນເອງ ເມື່ອເຫັນວ່າມີສັດຕູພືດມາທຳລາຍ ກໍ່ກະທົບສະພາບຈິດໃຈບໍ່ໜ້ອຍເພາະລະດູການໃດໜຶ່ງກ່ອນຈະໄດ້ເກັບກ່ຽວຕ້ອງລົງທຶນລົງຮອນໄປຫຼາຍ ເຊັ່ນດຽວກັບເຂົ້ານາປີຊາວເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ທີ່ກຳລັງຖອກຮວງງາມໃນປັດຈຸບັນ ແລະ ໃກ້ລະດູຂອງການເກັບກ່ຽວແລ້ວ ແຕ່ຖືກສັດຕູພືດບຸກທຳລາຍ.

ວັນທີ 17 ກັນຍານີ້, ທ່ານ ຫົງແກ້ວ ວິໄນວົງ ເຈົ້າເມືອງໆຫ້ວຍຊາຍ ແລະ ທ່ານ ສີບຸນເຮືອງ ພັນທຸລັກ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງບໍ່ແກ້ວ ໄດ້ລົງຕິດຕາມກວດກາສັດຕູຜືດທຳລາຍເຂົ້ານາປີຂອງປະຊາຊົນຢູ່ກຸ່ມປາກງາວ, ມີບັນດາຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫ້ວຍຊາຍ, ພະນັກງານກະສິກໍາປະຈະກຸ່ມບ້ານ ແລະ ປະຊາຊົນເຂົ້າຮ່ວມ.

ທ່ານ ຂັນທອງ ສີແສງເພັດ ພະນັກງານວິຊາການຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫ້ວຍຊາຍ, ໄດ້ລາຍງານສະພາບການລະບາດຂອງສັດຕູພືດຢູ່ເຂດທໍາການຜະລິດຂອງປະຊາຊົນ, ຫຼັງຈາກທີ່ໄດ້ຮັບການລາຍງານຂອງປະຊາຊົນໃນວັນທີ 15 ກັນຍາ 2021 ທີ່ຜ່ານມາ, ດັ່ງນັ້ນທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຈຶ່ງໄດ້ລົງກວດກາເບິ່ງໂຕຈິງເຫັນວ່າສັດຕູພືດແມ່ນ ປະເພດ ເພ້ຍຈັກຈັ່ນ ທໍາລາຍເຂົ້ານາປີຂອງປະຊາຊົນກຸ່ມບ້ານປາກງາວມີ 2ບ້ານຄື: ບ້ານປາກງາວ, ມີ 35 ຄອບຄົວ, ມີເນື້ອທີ່ທັງໝົດ 112,72 ເຮັກຕາ, ບ້ານດອນຄູນ ມີ 37 ຄອບຄົວ ມີເນື້ອທີ່ທັງໝົດ 16,78 ແຮັກຕາ, ເສຍຫາຍໜັກມີ 2 ຄອບຄົວ.

ດັ່ງນັ້ນ, ທາງພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ນໍາເອົາຢາຂ້າສັດຕູພືດມາແຈກຍາຍໃຫ້ຄອບຄົວທີ່ຖຶກຜົນກະທົບ ແລະ ມອບເຄື່ອງຈັກພົ່ນຢາ ເພື່ອປາບສັດຕູພຶດໃຫ້ປະຊາຊົນທີ່ຖຶກຜົນກະທົບໃນຄັ້ງນີ້.