ຄໍາມ່ວນ ຈິງຈັງ ແລະ ເຮັດແທ້ ໃຜລະເມີດປັບໃໝ ອອກຈາກເຮືອນ ບໍ່ໃສ່ຜ້າອັດປາກ, ດັງ ປັບໃໝ 50 ພັນກີບ

387

ຕ້ອງໄດ້ຈິງຈັງ ເພາະປັດຈຸບັນສະຖານະການໂຄວິດໜ້າຫ່ວງຫຼາຍ ເພາະຜູ້ຕິດເຊື້ອໃນຊຸມຊົນເພືໍີ່ມຂຶ້ນຫຼາຍກວ່າແຮງງານນໍາເຂົ້າແລ້ວ ໂດຍສະເພາະແຂວງຄໍາມ່ວນທີ່ມີຜູ້ຕິດເຊື້ອໃນຊຸມຊົນແຜ່ລາມໄປຫຼາຍບ້ານ ເພື່ອສະກັດກັ້ນ,ຄວບຄຸມ ແລະ ປ້ອງກັນເຊື້ອພະຍາດໂຄວິດ-19 ບໍ່ໃຫ້ແຜ່ລະບາດໃນຊຸມຊົນອອກເປັນວົງກວ້າງອີກ.

ເຈົ້າແຂວງຄຳມ່ວນໄດ້ອອກຄຳສັ່ງເລກທີ່ 08/ຈຂ ວ່າດ້ວຍການສືບຕໍ່ເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດມາດຕະການ ປ້ອງກັນຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ -19 ຢູ່ແຂວງຄຳມ່ວນຕື່ມອີກ 14 ວັນແຕ່ວັນທີ 14 ກັນຍາຫາວັນທີ 27 ກັນຍາ 2021

ພ້ອມນັ້ນຄະນະສະເພາະກິດແຂວງຄຳມ່ວນ ຍັງໄດ້ອອກແຈ້ງການເລກທີ 06/ສພກ ເຖິງບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດທີ່ເຄື່ອນໄຫວ ແລະ ດຳລົງຊີວິດຢູ່ແຂວງຄຳມ່ວນ ເລື່ອງການຈັດຕັ້ງປະຕິບັດມາດຕະການຕໍ່ຜູ້ລະເມີດຄຳສັ່ງຂອງເຈົ້າແຂວງ ເລກທີ 08/ຈຂ ມີດັ່ງນີ້ ຈອດລົດຂົນສົ່ງສິນຄ້າ, ລົດໂດຍສານ, ສ່ວນບຸກຄົນຜ່ານແຂວງຈອດເອົາຄົນ ຂຶ້ນ-ລົງປັບໄໝ 5 ແສນກີບ, ຄັ້ງທີສອງ 2 ລ້ານກີບ.

ກໍລະນີລະເມິດອອກຈາກເຮືອນໄປນອກ ບໍ່ໃສ່ຜ້າອັດປາກ, ດັງ ປັບ 50 ພັນກີບພ້ອມທັງກັກພາຫະນະຊ່ວງໄລຍະປິດເມືອງ.
ຜູ້ສຳພັດກັບຜູ້ຕິດ ເຊື້ອບໍ່ກັກຕົວ ແລະ ປິດບັງທາມລາຍ ປັບ 1 ລ້ານກີບພ້ອມທັງດຳເນີນຄະດີຕາມກົດໝາຍ. ກໍລະນີລະເມິດໂມງເວລາການສັນຈອນບໍ່ໄດ້ຮັບອະນຸຍາດຈາກການຈັດຕັ້ງປັບ 2 ແສນກີບ, ຄັ້ງທີສອງ 5 ແສນກີບ.
ກໍລະນີຈັດງານຊຸມແຊວ, ງານລ້ຽງອື່ນໆ ປັບ 1 ແສນ/ຄົນ, ເຈົ້າຂອງສະຖານທີ່ 5 ແສນກີບ, ຄັ້ງທີສອງ 1 ລ້ານກີບ/ຄົນ, ເຈົ້າຂອງສະຖານທີ່ 2 ລ້ານກີບ.
ກໍລະນີລະເມີດຂາຍສິ່ງມຶນເມົາ, ກັກຕຸນສິນຄ້າ ປັບ 1 ລ້ານກີບ/ເຮັດບົດບັນທຶກ, ຄັ້ງທີ່ສອງ 3-5 ລ້ານກີບ/ພ້ອມໂຈະການດຳເນີນທຸລະກິດ.

ກໍລະນີຫລີ້ນໄພ້, ຕີໄກ່ການພະນັນອື່ນໆ ປັບ 2 ລ້ານກີບ/ຄົນ, ເຈົ້າຂອງສະຖານທີ່ 5 ລ້ານກີບ, ຄັ້ງທີສອງ 5 ລ້ານກີບ/ຄົນ, ເຈົ້າຂອງສະຖານທີ່ 10 ລ້ານກີບ.
ກໍລະນີລະເມີດເປີດບໍລິການທີ່ລະບຸໄວ້ຂໍ້ທີ່ 11 ຂອງຄຳສັ່ງເລກທີ 08/ຈຂ ປັບ 1 ລ້ານກີບ, ຄັ້ງທີ່ສອງ 3-5 ລ້ານກີບ/ໂຈະການດຳເນີນທຸລະກິດຊົ່ວຄາວ.

ກໍລະນີລະເມີດໂມງເວລາເຮືອ ຫາປາ ທຽບທ່າ ແລະ ລັກລອບແຮງງານນຳເຂົ້າບໍ່ຖຶກຕ້ອງປັບ 2 ແສນກີບ/ລຳຄັ້ງທີສອງ 1 ລ້ານກີບ/ຍຶດ ເຮືອຜູ້ກ່ຽວຕະຫລອດໄລຍະປິດເມືອງ.
ໃຫ້ປະຊາຊົນທຸກຊັ້ນຄົນເປັນເຈົ້າການຕິດຕາມໃນກໍລະນີພົບ ເຫັນຕໍ່ຜູ້ລະເມິດຄຳສັ່ງດັ່ງກ່າວໃຫ້ລາຍງານຕໍ່ຄະນະສະເພາະກິດແຂວງໄດ້ທີ່ເບີໂທ ທ່ານ ບຸນໂຮມ ມຸກດາສັກ 020 55859996, ທ່ານ ພັທ ຄໍາຮຸ່ງ ອາລຸນສັກ 020 99514229 ແລະ ທ່ານ ສີຫງວນ ອິນທິລາດ 020 55223315.