ທ່ານເຈົ້າແຂວງສົ່ງໂທລະເລກຊຸກຍູ້ ກູ້ໄພຄຳມ່ວນ ມີກຳລັງໃຈເຮັດໜ້າທີ່ເພື່ອປະເທດຊາດ

317

ວິນາທີນີ້ຕ້ອງຍົກຄວາມດີຄວາມຊອບໃຫ້ກັບອ້າຍນ້ອງອາສາສະໝັກທຸກພາກສ່ວນທີ່ກຳລັງປະຕິບັດໜ້າທີ່ຮັບໃຊ້ປະເທດຊາດ ໂດຍສະເພາະໃນວຽກງານຕ້ານໂຄວິດ-19 ທີ່ມີການແຜ່ລະບາດໃນປັດຈຸບັນ ໂດຍສະເພາະອ້າຍນ້ອງກູ້ໄພ ພວກເພິ່ນໄດ້ທຸ້ມເທເຫື່ອແຮງຢ່າງສຸດຄວາມສາມາດ ແລະບໍ່ຫວັງສິ່ງຕອບແທນເພື່ອພາລະກິດຕ້ານໂຄວິດ-19 ເຊິ່ງທ່ານເຈົ້າແຂວງຄຳມ່ວນເຫັນເຖິງຄວາມທຸ່ມເທຂອງທີມກູ້ໄພ ເພິ່ນໄດ້ສົ່ງຂໍ້ຄວາມຊຸກຍູ້ໃຫ້ກຳລັງໃຈດ້ວຍຕົວທ່ານເອງ.

ໜ່ວຍງານກູ້ໄພມູນນິທິ 1624 ແຂວງຄຳມ່ວນ ໄດ້ຮັບໂທລະເລກຈາກ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆ ຄຳມ່ວນ ສົ່ງໄປຢ້ຽມຢາມຖາມຂ່າວໜ່ວຍງານກູ້ໄພມູນນິທິ 1624 ແຂວງຄຳມ່ວນ ເພື່ອຖາມຂ່າວຄາວໃນການປະຕິບັດໜ້າທີ່ວຽກງານຂອງໜ່ວຍກູ້ໄພ.

ທັງນີ້, ທ່ານເຈົ້າແຂວງ ຍັງໄດ້ຍ້ອງຍໍຊົມເຊີຍໃນການປະຕິບັດໜ້າທີ່ວຽກງານໃນການຊ່ວຍວຽກງານປ້ອງກັນພະຍາດໂຄວິດ-19 ແລະທ່ານຍັງໄດ້ໃຫ້ຂັວນກຳລັງໃຈແກ່ອ້າຍນ້ອງໃຫ້ສູ້ຊົນຕໍ່ໜ້າທີ່ວຽກງານຕົນເອງໃຫ້ສຳເລັດພ້ອມທັງປົກປັກຮັກສາບ້ານເມືອງໃຫ້ປອດໄພຈາກໂລກຮ້າຍນີ້ໄປ.


ທາງທີມງານກູ້ໄພມູນນິທິ 1624 ແຂວງ ຄຳມ່ວນຍັງໄດ້ຕອບກັບທ່ານເຈົ້າແຂວງວ່າ: ສັນຍາວ່າຈະຕັ້ງໜ້າປະຕິບັດໜ້າທີ່ຈົນເຖິງທີ່ສຸດແລະໃຫ້ປອດໄພຈາກໂລກຮ້າຍນີ້ໄປ ແລະ ຂໍອວຍພອນໄຊໃຫ້ທ່ານເຈົ້າແຂວງໆ ຄຳມ່ວນ ພ້ອມຄອບຄົວ ຈົ່ງມີພາລະນາໄມທີ່ສົມບູນ ສຸຂະພາບແຂງແຮງ ນຳພາບ້ານເມືອງໃຫ້ມີຄວາມຮຸ່ງເຮືອງສີວິໄລປາສະຈາກໂລກຮ້າຍນີ້ໄປຢ່າງປອດໄພ ແລະຂໍໃຫ້ການນຳທຸກທ່ານທຸກພາກສ່ວນຈົ່ງມີສຸຂະພາບແຂງແຮງປອດໄພຈາກໂຄວິດ-19.