ທະນາຄານກາງຝຣັ່ງ ປັບເພີ່ມຄາດການ ເສດຖະກິດ ຫຼັງຟື້ນຕົວໄວກວ່າຄາດ

191

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 14 ກັນຍາ 2021 ວ່າ: ທະນາຄານກາງຝຣັ່ງ ເປີດເຜີຍວ່າເສດຖະກິດຝຣັ່ງ ເຊິ່ງມີຂະໜາດໃຫຍ່ເປັນອັນດັບ 2 ຂອງເອີຣົບ ມີທ່າອ່ຽງວ່າຈະຂະຫຍາຍຕົວ 6,3% ໃນປີນີ້ ເຊິ່ງເປັນການປັບຂຶ້ນຈາກການຄາດການຄັ້ງຜ່ານມາ ທີ່ຄາດວ່າຈະຂະຫຍາຍຕົວ 5,8% ໃນປີນີ້.

ໃນໄລຍະ 2 – 3 ເດືອນມານີ້ ເສດຖະກິດຝຣັ່ງໄດ້ຟື້ນຕົວໄວກວ່າທີ່ຄາດການໄວ້, ຫຼັງຈາກທີ່ລະດົມສັກວັກແຊັງປ້ອງກັນໂຄວິດ – 19 ໃຫ້ປະຊາຊົນໄດ້ໄວຂຶ້ນໃນໄລຍະໄຕມາດ 2 ຜ່ານມາ ເຮັດໃຫ້ລັດຖະບານປະກາດຍົກເລີກມາດຕະການຄວບຄຸມສົ່ງຜົນໃຫ້ກິດຈະກຳທາງເສດຖະກິດກັບມາຄຶກຄັກອີກຄັ້ງ.

ແນວໃດກໍຕາມ, ທະນາຄານກາງຝຣັ່ງ ໄດ້ປັບຫຼຸດຄາດການຂະຫຍາຍຕົວຂອງເສດຖະກິດ ປີ 2022 ແລະ 2023 ລົງສູ່ລະດັບ 3,7% ແລະ 1,9% ຈາກເດີມທີ່ຄາດວ່າຈະຂະຫຍາຍຕົວໃນລະດັບ 4,1% ແລະ 2,1% ຕາມລຳດັບ.

ຈາກຜົນການສຳຫຼວດຂອງຜູ້ປະກອບການ 8.500 ລາຍ ທະນາຄານກາງຝຣັ່ງ ຄາດການວ່າໃນເດືອນກັນຍານີ້ ເສດຖະກິດຝຣັ່ງຈະຢູ່ຕ່ຳກວ່າລະດັບກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ – 19 ພຽງແຕ່ 0,5% ເທົ່ານັ້ນ ແລະ ຄາດວ່າຈະກັບມາສູ່ປົກກະຕິພາຍໃນທ້າຍປີນີ້, ໃນຂະນະທີ່ເງິນເຟີ້ຈະຢູ່ທີ່ 1,8% ໃນປີນີ້, ກ່ອນຈະປັບລົງສູ່ 1,4% ໃນປີໜ້າ ແລະ 1,3% ໃນປີ 2023. ສ່ວນອັດຕາການວ່າງງານຄາດວ່າຈະຢູ່ທີ່ລະດັບ 8,1 – 8,2% ໄປຈົນຮອດປີ 2023.