ເຄວິນ-ວິສິດ 2 ນັກເຕະຮູບຮ່າງສູງໃຫຍ່ ຕົວເລືອກໃໝ່ຕາມແທັກຕິກຂອງຄູຝຶກ ຢູ 23 ລາວ

554

ເຄວິນ ສີສະນັ່ນ ແລະ ວິສິດ ບຸນປະເສີດ ກາຍເປັນ 2 ນັກເຕະຈາກຕ່າງແຂວງ ທີ່ບໍ່ເຄີຍຕິດທີມຊາດລາວ ມາກ່ອນໃນຊີວິດ ຫຼ້າສຸດແມ່ນຢູ່ໃນໄລຍະການຄັດເລືອກທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ເຊິ່ງຕິດ 1 ໃນ 30 ນັກເຕະ ເພື່ອລຸ້ນຕິດ 1 ໃນ 23 ນັກເຕະໄປຮ່ວມການແຂ່ງຂັນບານເຕະຊາຍຊີງແຊັມອາຊີ 2022 ຮອບຄັດເລືອກ ທີ່ປະເທດມົງໂກລີ ໃນທ້າຍເດືອນຕຸລາ 2021.

ດັ່ງທີ່ຮູ້ປັດຈຸບັນ ທີມຊາດລາວ ຢູ 23 ຢູ່ໃນໄລຍະການຝຶກຊ້ອມຢ່າງໜັກ ແລະ ເຂັ້ມຂຸ້ນ ໂດຍມີນັກເຕະ 30 ຄົນສຸດທ້າຍເຂົ້າຮ່ວມການຄັດເລືອກ ເຊິ່ງແນ່ນອນໃນຈໍານວນດັ່ງກ່າວ ມີນັກເຕະທີ່ໂດດເດັ່ນ ແລະ ມາຈາກສະໂມສອນໃຫຍ່ໃນເປບຊີ ລາວລີກ 1 ແລະ ລາວລີກ 2. ນອກນັ້ນ ກໍຍັງມີນັກເຕະໜ້າໃໝ່ຈໍານວນໜຶ່ງ ທີ່ໜ້າຕິດຕາມດັ່ງນັ້ນມື້ນີ້ ທີມຂ່າວເສດຖະກິດ-ການຄ້າ ພວກເຮົາຈິ່ງນໍາເອົາ 2 ນັກເຕະທີ່ໜ້າຕິດຕາມ ເພາະເປັນນັກເຕະທີ່ມີຮູບຮ່າງສູງທີ່ສຸດໃນຈໍານວນ 30 ນັກເຕະຊຸດນີ້ກໍຄື ເຄວິນ ນັກເຕະຈາກແຂວງວຽງຈັນ ແລະ ວິສິດ ນັກເຕະຈາກແຂວງສາລະວັນ ທີ່ມີສ່ວນສູງເຖິງ 181 ຊັງຕີແມັດເທົ່າກັນ.

ເຊື່ອວ່າຫຼາຍຄົນເຄີຍຕິດທີມຊາດລາວ ໃນຍຸກການຄຸມທີມຂອງ 2 ຄູຝຶກປະສົບການສູງຈາກສິງກະໂປ ທີ່ປຽບເໝືອຄູຫູກັນຢ່າງ ທ່ານ Varadaraju Sundramoorthy ຫົວໜ້າຄູຝືກທີມຊາດລາວ ຊຸດໃຫຍ່ ແລະ ທ່ານ Selvaraj Vengadasalam ຫົວໜ້າຄູຝຶກທີມຊາດລາວ ຊຸດເຍົາວະຊົນ ເຊິ່ງປີນີ້ທ່ານ ທ່ານ Selvaraj Vengadasalam ໄດ້ຮັບຄວາມໄວ້ວາງໃຈໃຫ້ຄຸມທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີໄປແຂ່ງຂັນຄັດບານເຕະຊີງແຊັມອາຊີ 2022 ເຊິ່ງທັງສອງແມ່ນເນັ້ນນັກເຕະທີ່ມີຮູບຮ່າງໃຫຍ່ ແລະ ສູງ ລວມເຖິງນັກເຕະຕ່າງແຂວງ ເຂົ້າມາຫຼາຍພໍສົມຄວນໃນໄລຍະ 2-3 ປີທີ່ຜ່ານມາ ເຊັ່ນດຽວກັບ ເຄວິນ ແລະ ວິສິດ ທີ່ເປັນ 2 ນັກເຕະຕ່າງແຂວງທີ່ຮູບຮ່າງໃຫຍ່ ແລະ ສູງ ເຂົ້າມາຄັດເລືອກທີມຊາດລາວ ເປັນຄັ້ງທໍາອິດ.

ເຄວິນ ໃຫ້ສໍາພາດຕໍ່ທີມຂ່າວເສດຖະກິດ-ການຄ້າວ່າ: ເປັນຄັ້ງທໍາອິດທີ່ມີຊື່ໃນການຄັດທີມຊາດລາວ ສຳລັບການຄັດເລືອກ ຢູ 23 ຊຸດນີ້ແມ່ນເປັນຊຸດທີ່ ມີການແຂ່ງຂັນສູງຫຼາຍ ແນ່່ນອນການຝຶກຊ້ອມ ແລະ ຄັດເລືອກກັບທີມຊາດລາວ ຊຸດນີ້ເເມ່ນມີຄວາມເຂັ້ມຂຸ້ນສູງ, ຄວາມທ້າທາຍໃໝ່ໆໃນການຝຶກຊ້ອມທີ່ຕົວເອງບໍ່ເຄີຍຊ້ອມມາກ່ອນ. ຢ່າງໃດກໍຕາມເພື່ອນຮ່ວມທີມ ໃນການຄັດເລືອກທີມຊາດຊຸດນີ້ແມ່ນມີຄວາມເປັນກັນເອງຫຼາຍ, ໄດ້ຮູ້ຈັກໝູ່ຄູ່ຫຼາຍຄົນ ທີ່ຍັງບໍ່ເຄີຍຮູ້ຈັກກັນມາກ່ອນ ແລະ ໄດ້ສຶກສາທັກສະຫຼາຍຢ່າງນຳໝູ່ຫຼາຍຄົນ ແນ່ນອນນ້ອງຕ້ອງພັດທະນາຄວາມຟິດ ແລະ ຮ່າງກາຍຕື່ມ ເພື່ອໂອກາດຕິດ 1 ໃນ 23 ນັກເຕະໄປແຂ່ງຂັນບານເຕະຊີງແຊັມອາຊີ ແລະ ຖ້າສາມາດຄັດໂຕຜ່ານເຂົ້າໄປມີລາຍຊື່ຕິດຢູ 23 ຄົນສຸດທ້າຍ ທີ່ຈະໄປເຕະຢູ່ ມົງໂກລີ ໃຫ້ໄດ້ ແລະ ເປົ້າໝາຍຈະຊ່ວຍໃຫ້ທີຊາດລາວຜ່ານເຂົ້າໄປໃນຮອບເລິກໆໃຫ້ໄດ້.

ສ່ວນ ວິສິດ ກ່າວວ່າ: ການຕິດ 1 ໃນ 30 ນັກເຕະ ທີມຊາດລາວ ຢູ 23 ຄັ້ງນີ້ເປັນຄັ້ງທຳອິດໃນຊີວິດ ແມ່ນດີໃຈຫຼາຍ ແນ່ນອນເປົ້າໜາຍກະຢາກຕິດ 1 ໃນ 23 ຄົນສຸດທ້າຍ ໄປຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊີ2022 ອາຍຸ 23 ປີ ຮອບຄັດເລືອກ ທີ່ປະເທດມົງໂກລີ ເປັນເຈົ້າພາບ ແລະ ນ້ອງກະສິເຮັດໃຫ້ດີທີ່ສຸດເພື່ອຫວັງພາທີມຊາດລາວ ເຂົ້າຮອບ 16 ທີມສຸດທ້າຍໃຫ້ໄດ້ ແນ່ນອນການມາຊ້ອມກັບທີມຊາດລາວ ຢູ 23 ແມ່ນການຊ້ອມທີໜັກຫຼາຍ ແລະ ນັກກີລາຈາກຫຼາຍໆແຂວງ ຫຼາຍສະໂມສອນ ທີ່ມີຄວາມສາມາດ ແລະ ແຂງແກ່ນ. ຢ່າງໃດກໍຕາມ, ການຄັດເລືອກຊຸດນີ້ແມ່ນນ້ອງໄດ້ທັກສະຫຼາຍຢ່າງ ໂດຍສະເພາະແມ່ນການສະປີດຄວາມໄວເພີ່ນຂຶ້ນ ແລະ ອື່ນໆ.

ສໍາລັບ ເຄວິນ ສີສະນັ່ນ ເກີດວັນທີ 31 ຕຸລາ 1999 ນໍ້າໜັກ 73 ແລະ ລວງສູງ 181 ຊັງຕີແມັດ; ບ້ານເກີດແມ່ນ ບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນ. ປັດຈຸບັນແມ່ນຮຽນປີ 4 ຢູ່ມະຫາວິທະບາໄລຖົງເຢິນ ໃນປະເທດຈີນ ເຄີຍຫຼິ້ນໃຫ້ກັບ ເຄພີເອັສ ໃນປີ 2017 ລຸຍການແຂ່ງຂັນບານເຕະສາຍ ກ ແລະ ຫຼິ້ນໃຫ້ກັບ ວຽງຈັນ ເອັຟຊີ ລຸຍລາວລີກລະດູການ 2020 ເປັນທີມບ້ານເກີດຂອງຕົນເອງ.

ສ່ວນ ວິສິດ ບຸນປະເສີດ ເກີດວັນເດືອນເກີດ 23 ມັງກອນ 2002 ນໍ້າໜັກ 68 ແລະ ລວງສູງ 181 ຊັງຕີແມັດ; ບ້ານເກີດບ້ານນາກົກໂພ ເມືອງສາລະວັນ ແຂວງສາລະວັນ, ສ່ວນຜົນງານທີ່ຜ່ານມາ ແມ່ນຕິດທີມປະສົມແຂວງສາລະວັນ ເຂົ້າຮ່ວມການແຂ່ງຂັນບານເຕະທົ່ວປະເທດ 2020 ຊີງຂັນວັນຊາດ ທີ່ນະຄອນຫຼວງວຽງຈັນ ຍິງໃຫ້ກັບ ທີມແຂວງສາລະວັນ 2 ປະຕູ ແລະ ເຄີຍຫຼິ້ນໃຫ້ທີມສະໂມສອນ ສາລະວັນອາເຄເດມີ ໄປແຂ່ງຂັນ ທີ່ແຂວງຈຳປະສັກ ໂດຍມີຫຼາຍທີມເຂົ້າຮ່ວມ ແລະ ສາມາດຍາດໄດ້ທີ 3 ເຊິ່ງ ວິສິດ ຍັງໄດ້ເປັນດາວຍິງສູງສຸດ ຍິງໄປໄດ້ 9ປະຕູ.

ຂ່າວ: ຫຼ້າ MKP; ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ