ບໍລິສັດຂົນສົ່ງ Flash Express ປະກາດຮ່ວມມືກັບ AIF Group ກ້າວສູ່ທຸລະກິດ E-Commerce ໃນປະເທດລຸ່ມແມ່ນ້ຳຂອງ ( CLMV ) ເພື່ອເປີດຕົວ Flash Express Laos ບໍລິການໂລຈິສຕິກ ແບບຄົບວົງຈອນ ແລະ ພ້ອມເຊື່ອມຕໍ່ການຄ້າຂອບເຂດຊາຍແດນ

3622

ເປີດບໍລິການຂົນສົ່ງດ່ວນແບບຄົບວົງຈອນ ເພື່ອເຊື່ອມຕໍ່ການຄ້າຂ້າມພົມແດນ.

ຂົນສົ່ງດ່ວນ ແຟລສ ເອັກເພຣສ ( Flash Express ) ແລະ ກຸ່ມບໍລິສັດເອໄອເອັຟລາວ ( AIF Group Laos ) ປະກາດຮ່ວມລົງທຶນເພື່ອກ້າວເຂົ້າສູ່ຕະຫຼາດປະເທດລຸ່ມແມ່ນ້ຳຂອງ ແລະ ເປີດຕົວ ແຟລສ ລາວ Flash Laos ເຕັມຮູບແບບທັງທາງບົກ ແລະ ທາງອາກາດໃນປະເທດລາວ ລູກຄ້າຈະສາມາດສົ່ງພັດສະດຸຈາກປະເທດໄທ ແລະ ນະຄອນຫຼວງວຽງຈັນ ປະເທດລາວ ເພື່ອຮອງຮັບການເຕີບໂຕຂອງທຸລະກິດການຄ້າທາງເອເລັກໂຕຣນິກ ( E-Commerce ) ກະຕຸ້ນເສດຖະກິດລະຫວ່າງສອງປະເທດ ເພື່ອເຊື່ອມຕໍ່ກັນໃຫ້ໄດ້ດີຍິ່ງຂຶ້ນ.

ບໍລິສັດ ແຟລສ ເອັກເພຣສ ຈຳກັດຜູ້ດຽວ ຜູ້ໃຫ້ບໍລິການຂົນສົ່ງຄົບວົງຈອນໃນໄທ ເປັນບໍລິສັດລິເລີ່ມຜູ້ທຳອິດ ທີ່ຈະເປັນຢູນິຄອນລະດັບສາກົນ ແລະ ໃນຖານະ ທ່ານ ຄົມສັນ ລີ ປະທານໃຫຍ່ແຫ່ງ ແຟລສ ເອັກເພຣສ ປະເທດໄທ ໄດ້ກ່າວວ່າ: ການຂະຫຍາຍການບໍລິການມາຍັງປະເທດລາວ ຖືເປັນຄວາມພາກພູມໃຈຂອງການຂົນສົ່ງໄທແບບຄົບວົງຈອນສູ່ປະເທດລຸ່ມແມ່ນ້ຳຂອງຮ່ວມກັບພັນທະມິດທີ່ມີກົນລະຍຸດເຂັ້ມແຂງແບບ AIF Group Laos ສອງບໍລິສັດຈະຈັບມືຊ່ວຍກັນໃຫ້ບໍລິການທັງທາງບົກ ແລະ ອາກາດ ດ້ວຍການສຶກສາເສດຖະກິດ – ສັງຄົມຕະຫຼາດໃນບັນດາປະເທດລຸ່ມແມ່ນ້ຳຂອງ.

ແຟລສ ເລັ່ງເຫັນໂອກາດໃນການໃຫ້ບໍລິການຂົນສົ່ງດ່ວນແບບຄົບວົງຈອນແກ່ບັນດາປະເທດເພື່ອນບ້ານຂອງເຮົາ ໂດຍມີການກຽມຄວາມພ້ອມຢ່າງດີໃນດ້ານແຮງງານ ແລະ ຊັບພະຍາກອນ. ນອກຈາກນີ້, ລັດຖະບານໄທ ກຳລັງພັດທະນາລະບົບໂຄງສ້າງພື້ນຖານລະຫວ່າງປະເທດຢ່າງຕໍ່ເນື່ອງອັນຈະເປັນໂອກາດ ແລະ ແນວທາງທີ່ດີສຳລັບທຸລະກິດໂລຈິສຕິກຂົນສົ່ງໃຫ້ທັງສອງປະເທດ.

อาจเป็นรูปภาพของ 1 คน, กำลังยืน และข้อความ

ຈາກແບບທຸລະກິດຂົນສົ່ງດ່ວນທີ່ປະສົບຜົນສຳເລັດໃນປະເທດໄທ ແລະ ເຕັກໂນໂລຊີທີ່ພັດທະນາເປັນເວລາ 3 ປີ ພ້ອມເປີດຕົວ ແຟລສ ເອັກ ເພຣສລາວ ດ້ວຍແນວຄິດດຽວກັນ ແນວຄິດທີ່ເປັນຜູ້ໃຫ້ບໍລິການຂົນສົ່ງດ່ວນຜູ້ທຳອິດ ແລະ ຜູ້ດຽວທີ່ໃຫ້ບໍລິການ 365 ມື້. ນອກຈາກນີ້, ທາງບໍລິສັດຍັງໃຫ້ບໍລິການຈອງລ່ວງໜ້າຜ່ານ Flash Express Application ເຊິ່ງລູກຄ້າສາມາດຈອງບໍລິການສົ່ງ – ຮັບລ່ວງໜ້າ, ຕິດຕາມພັດສະດຸ ແລະ ກວດສອບຄ່າບໍລິການຂົນສົ່ງໄດ້ດ້ວຍຕົວເອງ, ດັ່ງນັ້ນການຮ່ວມມືລະຫວ່າງ Flash Express ແລະ AIF Group Laos ຈະມີ 2 ສ່ວນຫຼັກ: ສ່ວນທຳອິດແມ່ນ “ Flash Laos ” ຈະໃຫ້ບໍລິການຂົນສົ່ງຈາກປະເທດໄທມານະຄອນຫຼວງວຽງຈັນ ແລະ ສ່ວນທີ່ສອງຈະເປັນການຮ່ວມມືຫຼັກຂອງສອງບໍລິສັດ ຂະຫຍາຍການບໍລິການໃຫ້ຄວບຄຸມທຸກພື້ນທີ່ໃນປະເທດລາວ, ນອກຈາກນີ້ສ່ວນທີສອງຍັງລວມເຖິງການບໍລິການຂົນສົ່ງຂ້າມຊາຍແດນລະຫວ່າງ ໄທ – ລາວ ເພື່ອຮອງຮັບຄວາມຕ້ອງການຂອງລູກຄ້າ B2B, B2C ແລະ C2C ແລະ ຈະມີການເປີດຕົວໃນເດືອນພະຈິກທີ່ຈະມາເຖິງນີ້ ແລະ ຍັງຈະຮັບສະໝັກຮຸ້ນສ່ວນທຸລະກິດທ້ອງຖິ່ນຂອງ ແຟລສ ລາວ ດ້ວຍແນວຄິດການເປີດໃຊ້ສະຖານທີ່ຂອງຕົນເປັນຈຸດສົ່ງບໍລິການ, ສິ່ງເຫຼົ່ານີ້ຈະເປັນການມອບໂອກາດການສ້າງງານ ແລະ ລາຍໄດ້ໃຫ້ແກ່ພັນທະມິດໃນລາວອີກດ້ວຍ.

ທ່ານ ລິດທິກອນ ພູມມະສັກ ປະທານກຸ່ມບໍລິສັດ AIF Group Laos ກ່າວວ່າ: ພວກເຮົາຍິນດີທີ່ຈະໄດ້ເປັນພັນທະມິດກັບຢູນິຄອນຜູ້ທຳອິດໃນປະເທດໄທ ແລະ ຈະໃຊ້ປະໂຫຍດຈາກຊ່ຽວຊານຂອງ ກຸ່ມບໍລິສັດເອໄອເອັຟ ແລະ ແຟລສ ເອັກເພຣສ ປະເທດໄທ ເພື່ອນຳແນວທາງປະຕິບັດທີ່ດີທີ່ສຸດ ແລະ ຄວາມສະດວກໃນການຈັດສົ່ງຂ້າມພົມແດນມາຍັງອຸດສາຫະກຳຂົນສົ່ງຂອງລາວທີ່ເຕີບໂຕຢ່າງວ່ອງໄວ.

ຊອກຫາທີ່ດີທີ່ສຸດ เว็บพนันออนไลน์ ได้เงินจริง

ແຟລສ ເອັກເພຣສ ລາວ ຜູ້ໃຫ້ບໍລິການດິຈິຕອນແບບຄົບວົງຈອນ ຈະຊ່ວຍສະໜັບສະໜູນການເຕີບໂຕຢ່າງຕໍ່ເນື່ອງຂອງພະແນກການຄ້າທາງເອເລັກໂຕຣນິກ ໂດຍຈະໄດ້ຮັບການສະໜັບສະໜູນຈາກການຮ່ວມ ແພລັດຟອມຕະຫຼາດທ້ອງຖິ່ນພາຍໃນກິດຈະກຳຂອງກຸ່ມບໍລິສັດໃນໄວໆນີ້.

ທ່ານ ລິດທິກອນ ພູມມະສັກ ຍັງກ່າວຢ້ຳເຖິງການຮ່ວມທຶນທາງກົນລະຍຸດຊ່ວຍເສີມສັກກະຍະພາບໃນການສົ່ງມອບບໍລິການດິຈິຕອນທີ່ເໜືອກວ່າ ແລະ ໃຫ້ບໍລິການລູກຄ້າທີ່ເຕີບໂຕໃນລາວໄດ້ດີຍິ່ງຂຶ້ນ.

ປັດຈຸບັນການບໍລິການໄດ້ຄວບຄຸມທົ່ວນະຄອນຫຼວງ ວຽງຈັນ ໄລຍະການພັດທະນາຕໍ່ໄປສຳລັບ ແຟລສເອັກເພຣສ ລາວ ຈະເຮັດໃຫ້ຂະຫຍາຍການບໍລິການ ເພື່ອໃຫ້ສາມາດຈັດສົ່ງໄດ້ໃນລະດັບປະເທດຮ່ວມກັບພັນທະມິດ ແລະ ຈຸດຮັບສົ່ງໃນໃຈກາງເມືອງ ໃຫຍ່ທັງໝົດຈະຊ່ວຍໃຫ້ຜູ້ບໍລິໂພກໃນທ້ອງຖິ່ນ ສາມາດແລກປ່ຽນສິນຄ້າລະຫວ່າງໄທ ແລະ ລາວໄດ້ຢ່າງສະດວກ ໃນລະຫວ່າງນີ້ທາງບໍລິສັດກຳລັງສະເໜີການເຂົ້າເຖິງການເປີດຮັບພັນທະມິດ ແຟຣນຊາຍແຕ່ລະສາຂາ ແກ່ຜູ້ທີ່ສົນໃຈໃຊ້ສະຖານທີ່ຂອງຕົນເປັນຈຸດສົ່ງບໍລິການ.

ກ່ຽວກັບແຟລສ ເອັກເພຣສ ປະເທດໄທ( Flash Express Thailand )

ບໍລິສັດແຟລສ ເອັກເພຣສ ປະເທດໄທ ຈຳກັດ ເປັນຜູ້ໃຫ້ບໍລິການຂົນສົ່ງແບບດິຈິຕອນເຕັມຮູບແບບຂອງໄທ ຜູ້ທຳອິດທີ່ລິເລີ່ມກ້າວຂຶ້ນເປັນຢູນິຄອນລະດັບສາກົນພາຍໃຕ້ແນວຄິດ “ In mind, In Delivery ” ບໍລິສັດກໍ່ຕັ້ງຂຶ້ນໃນປີ 2018 ໂດຍແມ່ນ ທ່ານ ຄົມສັນ ລີ ປະທານຜູ້ບໍລິຫານ ແລະ ທີມພະນັກງານ ເປັນຜູ້ໃຫ້ບໍລິການຂົນສົ່ງດ່ວນຜູ້ທຳອິດໃນໄທ ທີ່ດຳເນີນນະໂຍບາຍການຮັບພັດສະດຸແບບ Door to Door service ແລະ ເປີດໃຫ້ບໍລິການຄົບ 365 ມື້ຕໍ່ປີ.

ແຟລສເອັກເພຣສ ເປັນບໍລິສັດຍ່ອຍຂອງກຸ່ມບໍລິສັດ ແຟລສ ເຊິ່ງເປັນຜູ້ໃຫ້ບໍລິການດ້ານການຄ້າເອເລັກໂຕຣນິກຄົບວົງຈອນໃນໄທ, ສະນັ້ນການບໍລິການຂົນສົ່ງດ່ວນຂອງແຟລສໄດ້ເປັນການຂົນສົ່ງຂະໜາດໃຫຍ່ທີ່ມີທັງຄັງເກັບສິນຄ້າຜະລິດຕະພັນການບໍລິການການເງິນ ( Flash Monney/Flash Pay ) ອີກດ້ວຍ.

ກ່ຽວກັບເອໄອເອັຟ ກຣຸບລາວ ( AIF Group Laos )

AIF Group Laos ເປັນໜຶ່ງໃນກຸ່ມທຸລະກິດໃຫຍ່ທີ່ສຸດ ແລະ ມີພະນັກງານຫຼາຍກວ່າ 3.000 ຄົນໃນ 17 ປະເທດ ເຊິ່ງມີທຸລະກິດຫຼັກຂອງກຸ່ມ ໄດ້ແກ່: ບໍລິການດ້ານການທະນາຄານ ແລະ ການເງິນ, ພະລັງງານ, ການກໍ່ສ້າງ, ການພັດທະນາອະສັງຫາລິມະຊັບ ແລະ ໂຄງສ້າງພື້ນຖານບໍລິການອີຄອມເມີດ, ໂທລະຄົມມະນາຄົມ, ເຕັກໂນໂລຊີ ແລະ ການກະເສດຕ່າງໆ ໂດຍມີການດຳເນີນງານໃນປະເທດ: ລາວ, ຫວຽດນາມ, ກໍາປູເຈຍ, ໄທ ແລະ ສິງກະໂປ.