5 ກົດເຫຼັກໃນການລົງທຶນໃຫ້ລວຍສະໄຕຣ໌ Warren Buffett

475

Warren Buffett ເຈົ້າພໍ່ນັກລົງທຶນ ເຈົ້າຂອງສາຍາ The Oracle of Omaha “ພໍ່ມົດແຫ່ງໂອມາຮ່າ” ເຈົ້າຂອງບໍລິສັດ Berkshire Hathaway ທີ່ເປັນບໍລິສັດ Holding Company ທີ່ຖືຫຸ້ນບໍລິສັດຍັກໃຫຍ່ທົ່ວໂລກ ໂດຍໃນປີ 2021 ລາວມີສັບຊິນຢູ່ທີ່ $109,800 ລ້ານໂດລາ ເປັນມະຫາເສດຖີອັນດັບທີ່ 6 ຂອງໂລກ ໂດຍລວມເຄັດລັບໃນການລົງທຶນໃຫ້ປະສົບຄວາມສຳເລັດຂອງເພິ່ນມີ 5 ກົດເຫຼັກຕາມນີ້

1 ກົດຂໍ້ທີ່ 1- Cash is not a good investment ການລົງທຶນໃນເງິນສົດນັ້ນບໍ່ແມ່ນການລົງທຶນທີ່ດີເລີຍ
ໃນຂະນະທີ່ບາງຄົນອາດຈະເວົ້າວ່າ Cash is KING ຫຼື ເງິນຄືລາຊາ ແຕ່ລາວກັບເບິ່ງວ່າ ການຖືເງິນສົດໄວ້ຫຼາຍຈົນເກີນໄປຄືການລົງທຶນທີ່ບໍ່ດີ ເພາະການຖືເງິນສົດໄວ້ລ້າໆນັ້ນມັນບໍ່ໄດ້ເຮັດໃຫ້ອີ່ຫຍັງງອກເງີຍຂຶ້ນມາເລີຍ ແຖມນັບມື້ມູນຄ່າຂອງມັນກໍ່ຍິ່ງຫຼຸດລົງ

2 ກົດຂໍ້ທີ່ 2 – Invert in Productive assets ລົງທຶນໃນສິນຊັບທີ່ມີປະສິດທິຜົນ
ປູ່ໄດ້ອະທິບາຍສະໄຕຣ໌ໃນການລົງທຶນຂອງລາວວ່າ ເພາະອີ່ຫຍັງລາວເຖິງບໍ່ຄ່ອຍສົນໃຈໃນການລົງທຶນໃນການຊື້ຄຳ(ແຕ່ລາວລົງທຶນໃນບໍລິສັດເໝືອງຄຳ) ເພາະຄອນເຊັບໃນການຊື້ຄຳນັ້ນ ຫຼັກໆຄືການທີ່ທ່ານຄອບຄອງມັນ ແລ້ວຫວັງວ່າໃນອະນາຄົດຈາກນີ້ອີກ 1ປິ ຫຼື 5ປີ ຈະມີຄົນມາຊື້ຕໍ່ໃນລາຄາທີ່ສູງກວ່າທີ່ທ່ານຊື້ມາ ແລ້ວຄຳຖາມກໍ່ຄືແລ້ວໃນລະຫວ່າງທີ່ທ່ານຫວັງໃຫ້ລາຄາຄຳມັນຂຶ້ນນັ້ນ ລະຫວ່າງນັ້ນຄຳທີ່ມີຢູ່ມັນເຮັດຫຍັງ ຄຳຕອບກໍ່ຄື ມັນເຮັດຫຍັງບໍ່ໄດ້ເລີຍນອກຈາກຖືມັນໄວ້ລ້າໆແບບນັ້ນ

3 ກົດຂໍ້ທີ່ 3 – Stay in your circle of competence ຮູ້ຂອບເຂດໃນສະໜາມທີ່ທ່ານຫຼິ້ນ
ປູ່ Warren Buffett ຈະເວົ້າຢູ່ສະເໝີວ່າ ຈົ່ງລົງທຶນໃນສິ່ງທີ່ທ່ານຮູ້ຈັກມັນເປັນຢ່າງດີ ອີ່ຫຍັງທີ່ລາວບໍ່ຮູ້ຈັກ ບໍ່ຄຸ້ນເຄີຍລາວຈະບໍ່ລົງທຶນໃນສິ່ງນັ້ນ ໂດຍລາວເຄີຍຍອມຮັບວ່າ ການຜິດພາດຄັ້ງໃຫຍ່ທີ່ສຸດໃນການລົງທຶນນັ້ນ ຄືລາວບໍ່ໄດ້ລົງທຶນໃນບໍລິສັດຢ່າງ Google ຫຼື Amazon ຕັ້ງແຕ່ຊ່ວງລະດົມທຶນນັ້ນເປັນເພາະວ່າລາວບໍ່ຄຸ້ນເຄີຍກັບບໍລິສັດທີ່ເປັນເທັກໂນໂລຢີເລີຍ

4 ໃນກົດຂໍ້ທີ່4- Evaluate companies first ຈົ່ງປະເມີນຄ່າຂອງບໍລິສັດກ່ອນລົງທຶນສະເໝີ
ເວລາລົງທຶນໃນຫຸ້ນ ຫຼາຍຄົນມັກເບິ່ງທີ່ລາຄາ ໃນຕອນນັ້ນວ່າຢູ່ທີ່ເທົ່າໃດ ແລ້ວກໍ່ຄາດຫວັງວ່າລາຄາມັນຈະຂຶ້ນໄປບ່ອນນັ້ນບ່ອນນີ້ ແຕ່ໃນຂະນະທີ່ປູ່ Warren Buffett ຈະບໍ່ໄດ້ເບິ່ງລາຄາຂອງຫຸ້ນເປັນສິ່ງທຳອິດ ເພາະສິ່ງທຳອິດທີ່ລາວຈະພິຈາລະນາກ່ອນກໍ່ຄື ພື້ນຖານຂອງບໍລິສັດນັ້ນເປັນແບບໃດ ຜົນກຳໄລທີ່ຜ່ານມາເປັນແນວໃດ ແລະ ລາວຈະນັ່ງອ່ານ whitepaper ລວມໄປເຖິງໄປຄົ້ນຄວ້າ ແລະ ວິໄຈໃນເລື່ອງທີ່ກ່ຽວຂ້ອງກັບໂຕຂອງບໍລິສັດນັ້ນໆ ຢ່າງລະອຽດ ແລ້ວປະເມີນວ່າ ໃນອະນາຄົດບໍລິສັດນີ້ມີສັກກະຍາພາບທີ່ຈະເຕີບໂຕສ່ຳໃດ

5 ກົດຂໍ້ທີ່ 5 – Invert in yourself ຈົ່ງລົງທຶນໃນໂຕເອງ
ພອນສະຫວັນ ແລະ ພອນສະແຫວງທີ່ມີຢູ່ໃນໂຕທ່ານນັ້ນເປັນສິ່ງທີ່ມີຄ່າ ມັນຈະຢູ່ກັບໂຕທ່ານສະເໝີບໍ່ມີໃຜເອົາໄປຈາກທ່ານໄດ້ ບໍ່ວ່າຈະເປັນຜົນຈາກຄ່າເງິນເຟີ້, ຄ່າພາສີ
ປູ່ຍົກຕົວຢ່າງວ່າ ເວລາທີ່ລາວຈະລົງທຶນໃນໂຕໃຜຈັກຄົນໜຶ່ງ ສົມມຸດຖ້າລາວຕີມູນຄ່າຂອງຄົນໆນັ້ນເປັນສິນຊັບທີ່ມີມູນຄ່າ $1 ລ້ານໂດລາລາວຈະລົງທຶນສົ່ງຄົນໆນັ້ນຮຽນ MBA ດ້ວຍເງິນຈຳນວນ $1 ແສນໂດລາ ຫຼື ລົງທຶນດ້ວຍເງິນ 10% ຈາກມູນຄ່າທີ່ຖືກຕີລາຄາເອົາໄວ້ ໂດຍມີຂໍ້ແມ້ວ່າເມື່ອຄົນໆນັ້ນຮຽນຈົບການສຶກສາ ແລະ ເຂົ້າສູ່ໄວເຮັດວຽກແລ້ວ ລາວຈະແບ່ງລາຍໄດ້ຈຳນວນ 10% ມາໃຫ້ລາວໃນທຸກໆຄັ້ງທີ່ມີລາຍໄດ້.

ຈາກ: Alex Money Story – ລວມທຸກເລື່ອງການເງີນເພື່ອອະນາຄົດ