ແບກຄວາມຫວັງຂອງພໍ່ ຍອມແລກຫຼາຍຢ່າງໃນຊີວິດ ເພື່ອເປົ້າໝາຍໃຫຍ່ສານຕໍ່ທຸລະກິດຄອບຄົວໃຫ້ກ້າວໜ້າ

4857

“ ການເປັນທີ 1 ນັ້ນຍາກແລ້ວ ແຕ່ການຮັກສາທີ 1 ໄວ້ຍິ່ງຍາກກວ່າ ” ໜຶ່ງໃນຄໍາເວົ້າ ແລະ ຄະຕິເຕືອນໃຈຂອງ ທ່ານ ຈັນທະວົງ ພະມີສິດ ຜູ້ບໍລິຫານຮ້ານຄໍາພູວົງຮຸ່ນທີ 2 ລູກຊາຍຄົນດຽວຂອງຕະກູນ ຜູ້ແບກ ຄວາມຫວັງຂອງຄອບຄົວໄວ້ເຕັມບ່າ ໃຫ້ສືບຕໍ່ສານຕໍ່ທຸລະກິດຄອບຄົວສູ່ຄວາມສໍາເລັດຢ່າງຍືນຍົງ ແຕ່ຈະມີໃຜຮູ້ວ່າກ່ອນທີ່ເພິ່ນຈະເຮັດໄດ້ນັ້ນຕ້ອງຜ່ານຜ່າຫຍັງມາແດ່ ຕ້ອງຕໍ່ສູ້ກັບຄວາມກົດດັນ ແລະ ອຸປະສັກນາໆປະການເກີນນັບໄດ້ ຈົນເຮັດໃຫ້ໄດ້ມາເຊິ່ງຂໍ້ຄິດຂ້າງເທິງ.

ລາຍການ Business Talk ມີໂອກາດໄດ້ໂອ້ລົມສົນທະນາເຈາະເລິກຊີວິດຂອງ ທ່ານ ຈັນທະວົງ ພະມີສິດ ຫຼື ອາເລັກ ລູກຊາຍຄົນດຽວຂອງຕະກູນພະມີສິດ ຫຼື ທີ່ຮູ້ຈັກກັນດີແມ່ນເຈົ້າຂອງຮ້ານຄໍາພູວົງ ຜູ້ທີ່ຫຼາຍຄົນໃນສັງຄົມຄິດວ່າເພິ່ນໂຊກດີ ເກີດມາໃນຄອບຄົວທີ່ພຽບພ້ອມ ມີພໍ່ແມ່ປູທາງທຸລະກິດອັນໃຫຍ່ໂຕໄວ້ໃຫ້ ແຕ່ນັ້ນມັນກາຍເປັນຄວາມກົດດັນທີ່ຕ້ອງໄດ້ແບກຫາບຕະຫຼອດມາ.

ທ່ານ ຈັນທະວົງ ພະມີສິດ ຮຽນຈົບດ້ານການບໍລິຫານທຸລະກິດທາງດ້ານເຄື່ອງປະດັບມາ ໂດຍສະເພາະຢູ່ສະຖາບັນອັນຍະມະນີອາເມຣິກາ ເຊິ່ງກໍເປັນສາຍຮຽນທີ່ກ່ຽວຂ້ອງກັບທຸລະກິດຂອງຄອບຄົວໂດຍກົງ, ທັງນີ້ໃນໄລຍະທີ່ຮຽນນັ້ນກໍເຮັດວຽກໄປພ້ອມ ເນື່ອງຈາກເປັນການຮຽນສະເພາະທາງ ຈຶ່ງໄດ້ໂກຕາເຂົ້າເຮັດວຽກບໍລິຫານຮ້ານຄໍາຢູ່ອາເມຣິກາ ໂດຍເລີ່ມເຮັດວຽກໃນປີ 2006 ແລະ ຮຽນຈົບໃນປີ 2008.

May be an image of 1 person, standing and suit

ພາຍຫຼັງຮຽນຈົບ ທ່ານ ຈັນທະວົງ ພະມີສິດ ໄດ້ກັບມາບໍລິຫານທຸລະກິດຂອງຄອບຄົວ ເປັນຮຸ່ນທີ 2 ເຊິ່ງໃນຕອນເລີ່ມຕົ້ນຈໍານວນຄົນກໍບໍ່ຫຼາຍ ແຕ່ເມື່ອເຮັດໄປເລື້ອຍໆທຸລະກິດຂະຫຍາຍຕົວຂຶ້ນ ຄວາມຮັບຜິດຊອບກໍຫຼາຍຂຶ້ນ ໝາຍເຖິງຕ້ອງໄດ້ຮັບຜິດຊອບທັງນາຍຊ່າງ, ພະນັກງານຂາຍ ລວມທັງທຸລະກິດປິ່ນອ້ອມກໍຫຼາຍຂຶ້ນ. ສິ່ງນີ້ໄດ້ກາຍເປັນຄວາມກົດດັນໃນລະດັບໜຶ່ງ ແຕ່ກໍເປັນສິ່ງທີ່ພູມໃຈກັບມັນ ແລະ ບໍ່ເຄີຍຄິດວ່າເປັນຈຸດບົກຜ່ອງ. ສິ່ງສໍາຄັນທີ່ໄດ້ຮູ້ຈາກການເຮັດທຸລະກິດ ຄື: ການຮຽນຮູ້ໃຫ້ຫຼາຍທີ່ສຸດ ເຊິ່ງການຮຽນຖ້າເສັງຕົກ ຫຼື ຄະແນນຕໍ່າ ກໍຍັງສາມາດອັບ ເກຣດ ຫຼື ແກ້ເກຣດໄດ້ ແຕ່ການເຮັດທຸລະກິດມັນຍາກກວ່ານັ້ນຫຼາຍເທົ່າ.

ໃນມຸມມອງສັງຄົມອາດຈະເບິ່ງ ທ່ານ ຈັນທະວົງ ພະມີສິດ ເຕີບໂຕມາໃນຄອບຄົວທີ່ມີພ້ອມ ແລະ ຖານະຄອບຄົວທີ່ປະສົບຜົນສໍາເລັດແລ້ວ ມັນອາດບໍ່ເປັນເລື່ອງຍາກໃນການສານຕໍ່ທຸລະກິດ ແຕ່ສໍາລັບ ອາເລັກ ເອງມີມຸມມອງຕໍ່ກັບເລື່ອງນີ້ວ່າ: ມີຫຼາຍຄົນທີ່ຖາມ ແລະ ເບິ່ງວ່າຄອບຄົວແມ່ນຂ້ອນຂ້າງສົມບູນ ໂດຍສະເພາະແມ່ນພໍ່ສ້າງພື້ນຖານໄວ້ໃຫ້ ເຊິ່ງຕ້ອງຂອບໃຈຄອບຄົວທີ່ສ້າງພື້ນຖານໄວ້ໃຫ້ ແຕ່ມັນບໍ່ແມ່ນເລື່ອງງ່າຍເລີຍ ເວົ້າໄດ້ເລີຍວ່າການຈະເປັນທີ 1 ມັນເປັນເລື່ອງຍາກ ແຕ່ການຮັກສາທີ 1 ໄວ້ກໍເປັນເລື່ອງທີ່ບໍ່ທໍາມະດາ ເຊິ່ງຫຼາຍໆຄົນກໍອາດຈະບອກວ່າເປັນເລື່ອງທີ່ຍາກກວ່າ ເຊິ່ງຕົນເອງກໍເປັນໜຶ່ງໃນນັ້ນ ກໍຄືເປັນລູກຊາຍຂອງພໍ່ ແລະ ພໍ່ກໍມີ ຄວາມຄາດຫວັງໃນຕົວເຮົາສູງ, ຂະນະດຽວກັນຕົວເອງກໍຕ້ອງການສືບທອດທຸລະກິດຂອງຄອບຄົວ ວາດຝັນໄວ້ວ່າຢາກນໍາພາທຸລະກິດຄອບຄົວຈະເລີນກ້າວໜ້າຂຶ້ນຕື່ມ.

ແຕ່ການທີ່ມີພື້ນຖານມາແລ້ວນັ້ນມັນບໍ່ແມ່ນແຕ້ມຕໍ່ ທີ່ຈະຮັກສາທຸລະກິດໃຫ້ຢູ່ຄົງເດີມ ແລະ ຍັງຢາກໃຫ້ກ້າວໜ້າໄປຕື່ມ ມັນຍິ່ງເປັນຄວາມກົດດັນ ເພາະເຮົາບໍ່ໄດ້ເລີ່ມຕົ້ນຈາກສູນ ແຕ່ເຮົາເລີ່ມຕົ້ນຈາກທີ່ວ່າຕ້ອງຮັບພາລະທີ່ໃຫຍ່ຂຶ້ນ ທັງຄວາມຫວັງຂອງພໍ່, ຄວາມຝັນຂອງຕົນເອງ ແລະ ມຸມມອງຂອງສັງຄົມທີ່ເບິ່ງເຂົ້າມານໍາອີກ, ອາເລັກ ກ່າວ.

ແນວໃດກໍຕາມ, ສຸດທ້າຍມາທຸກຄວາມສໍາເລັດມັນກໍມີສິ່ງທີ່ເຮົາຕ້ອງໄດ້ແລກ ເຊິ່ງສິ່ງທີ່ຕົນເອງຕ້ອງໄດ້ແລກກັບຄວາມສໍາເລັດຜ່ານນັ້ນ ກໍຄື: ຕ້ອງເລີ່ມເຮັດວຽກແຕ່ຍັງນ້ອຍ ຍ້ອນ ຄວາມຄາດຫວັງຂອງຄອບຄົວ ພາລະໜ້າທີ່ທີ່ຕ້ອງໄດ້ເຮັດ ເຊິ່ງສິ່ງທີ່ແລກມາກໍຖືເປັນຄວາມສໍາເລັດທີ່ຫຼາຍຄົນບອກໄວ້, ອີກຢ່າງໜຶ່ງທີ່ຕ້ອງໄດ້ແລກຄື ຊີວິດໄລຍະໄວໜຸ່ມແມ່ນບໍ່ໄດ້ໃຊ້ຊີວິດຄືໄວໜຸ່ມປົກກະຕິ ແຕ່ຫາກຖາມວ່າເສຍດາຍບໍ່ ຕອບໄດ້ວ່າ ບໍ່ເສຍດາຍເພາະຄິດວ່າຕົນເອງກໍເປັນແບບທີ່ຕົນເປັນໃນປັດຈຸບັນ ຍ້ອນວ່າຕົນເອງມີຄວາມຄິດຄວາມອ່ານແບບນີ້, ມີວິໄສທັດແບບນີ້ ມັນຫຼໍ່ຫຼອມໃຫ້ຕົນເອງເປັນຄົນແບບນີ້ ແລະ ຕົນເອງຈຶ່ງຍອມທຸ່ມເທທັງແຮງກາຍແຮງໃຈ ແລະ ໝົດຈິດວິນຍານ ເພື່ອມາສືບຕໍ່ທຸລະກິດຂອງຄອບຄົວ.

May be an image of 2 people, including Noy Saylakham, people sitting and indoor

ເມື່ອເວົ້າເຖິງຄວາມຜິດພາດ ຫຼື ສິ່ງທີ່ລົ້ມແຫຼວໃນຊີວິດ ທ່ານ ຈັນທະວົງ ກ່າວວ່າ: ແນ່ນອນຕົນເອງເຮັດທຸລະກິດ ເຊິ່ງນອກຈາກສານຕໍ່ທຸລະກິດຄອບຄົວແລ້ວ ກໍມີການລົງທຶນເຮັດທຸລະກິດເປັນຂອງຕົນເອງ ແລະ ເຄີຍລົ້ມແຫຼວຄັ້ງໃຫຍ່ໃນຊີວິດຈົນເຖິງຂັ້ນກູ້ຢືມທະນາຄານມາລົງທຶນແຕ່ກໍລົ້ມແຫຼວ ແລະ ປິດທຸລະກິດລົງໄປ. ແຕ່ສິ່ງທີ່ເຮັດໃຫ້ຕົນເອງຜ່ານຈຸດນັ້ນມາໄດ້ ແມ່ນຈາກການຍອມຮັບຄວາມລົ້ມແຫຼວ ໂດຍເລີ່ມຈາກການຍອມຮັບ, ຮຽນຮູ້, ລຸກຂຶ້ນ ແລະ ກ້າວໄປຕໍ່ ເມື່ອເຮົາເຮັດ 4 ສິ່ງນີ້ໄດ້ ສິ່ງທີ່ເກີດຂຶ້ນກໍຄືປະສົບການອັນຍິ່ງໃຫຍ່ ແຕ່ໃນລະຫວ່າງປະສົບການນັ້ນມັນຈະເປັນໄລຍະທີ່ເຮົາຫົດຫູ່ທີ່ສຸດ ແລະ ກົດດັນທີ່ສຸດ ແຕ່ຊີວິດມັນຕ້ອງເດີນຕໍ່ ແລະ ຕ້ອງໄດ້ຜ່ານມັນໄປ.

ດັ່ງນັ້ນ, ຄົນປະສົບຜົນສໍາເລັດທຸກໆຄົນ ມັກຈະເອົາ ຄວາມລົ້ມແຫຼວໃນຊີວິດທີ່ເຮົາຈື່ໄດ້ໄປເລົ່າສູ່ລູກສູ່ຫຼານຟັງ ແລ້ວມັນຈະກາຍເປັນປະສົບການທີ່ສວຍງາມ “ ຄວາມລົ້ມແຫຼວບໍ່ແມ່ນສິ່ງທີ່ດີ ແຕ່ມັນຄືສ່ວນໜຶ່ງຂອງຄວາມສໍາເລັດ ”, ທ່ານ ຈັນທະວົງ ພະມີສິດ ກ່າວ.