ຮຽນຮູ້ວິຖີຄິດສູ່ຄວາມສໍາເລັດ ຖືເອົາຄວາມລົ້ມເເຫຼວເປັນບົດຮຽນ ພ້ອມລອງເຮັດໃໝ່ຈົນກວ່າຈະສໍາເລັດ

4838

ການກ້າວສູ່ຄວາມສໍາເລັດ ມັນບໍ່ແມ່ນເລື່ອງງ່າຍ ແຕ່ມັນກໍ່ບໍ່ແມ່ນເລື່ອງຍາກສໍາລັບຄົນທີ່ມີຄວາມພະຍາຍາມ. ສະບາຍດີ ທ່ານຜູ້ອ່ານທີ່ຮັກແພງ ມື້ນີ້ແອັດມິນມີຂໍ້ຄິດດີໆຈາກນັກທຸລະກິດຜູ້ປະສົບຜົນສໍາເລັດ ເປັນມະຫາເສດຖີລະດັບໂລກ ມາແບ່ງປັນໃຫ້ຮຽນຮູ້ ແລະ ນໍາໄປປັບໃຊ້ໃນຊີວິດຂອງທ່ານເອງ ເຊິ່ງເປັນບົດຮຽນຂອງ Jeff Bezos ຜູ້ກໍ່ຕັ້ງ ເວັບໄຊ Amazon.com ເວັບໄຊ E-commerce ທີ່ໃຫຍ່ທີ່ສຸດໃນໂລກ.

ແນ່ນອນວ່າຫຼາຍຄົນຕ້ອງຮູ້ຈັກຜູ້ກ່ຽວໃນຖານະນັກທຸລະກິດທີ່ເກັ່ງ ແລະ ປະສົບຄວາມສໍາເລັດໃນໂລກ ແຕ່ຈະມີຈັກຄົນທີ່ຮູ້ວ່າກ່ອນຈະມາຮອດມື້ນີ້ ເຈຟ ເບໂຊ ຕ້ອງກ້າວຂ້າມຜ່ານຄວາມລົ້ມເຫຼວຫຍັງມາແດ່ ທີ່ສໍາຄັນເຄີຍລົ້ມເເຫຼວເຖິງຂັ້ນເກືອບລົ້ມລະລາຍມາແລ້ວຫຼາຍຕໍ່ຫຼາຍຄັ້ງ ແລະ ສູນເສຍເງິນຈໍານວນມະຫາສານມາຈົນນັບບໍ່ຖ້ວນ ບໍ່ວ່າຈະເປັນ

– ການຂາດທຶນກັບຜະລິດຕະພັນ FIRE Smartphone ທີ່ມີມູນຄ່າເສຍຫາຍເຖິງ 170 ລ້ານໂດລາ

– ຫຼຸບທຶນ ແຖມເຈັ້ງແບບບໍ່ເປັນທ່າໄປກັບການລົງທຶນໃນ LivingSocial ເວັບໄຊແນວ Daily Deals ມູນຄ່າຄວາມເສຍຫາຍ 175ລ້ານໂດລາ

– ລົງທຶນເກືອບ 500 ລ້ານໂດລາ ກັບເວັບໄຊ Drugstore.com ແຕ່ກໍ່ບໍ່ປະສົບຜົນສໍາເລັດຕ້ອງຂາຍຖິ້ມໃນລາຄາທີ່ຂາດທຶນ

ທ່ານຜູ້ອ່ານທີ່ຮັກແພງ ຖືໄດ້ວ່າເປັນຄວາມລົ້ມເຫຼວອັນມະຫາສານໃນຊີວິດຂອງນັກທຸລະກິດຜູ້ປະສົບຜົນສໍາເລັດຄົນໜຶ່ງ ທີ່ຜ່ານມາ ແຕ່ແນ່ນອນ ເຈຟ ເບິ່ງໂລກໃນແງ່ບວກສະເໝີໂດຍໄດ້ສະແດງທັດສະນະຄະຕິຂອງເຂົາເອງຜ່ານຈົດໝາຍຜູ້ຖືຫຸ້ນ ໃນປີ 2013 ວ່າ “Failure comes part and parcel with invention […] It’s not optional. We believe in failing early and iterating until we get it right. Amazon is the best place in the world to fail.”

ແປວ່າ ຄວາມລົ້ມເເຫຼວເປັນຂອງຄູ່ກັນກັບນະວັດຕະກໍາ…ເຮົາເຊື່ອໃນຄວາມກ້າທົດລອງ ແລະ ການເຮັດຜິດພາດຜ່ານມາ ຄືການຮຽນຮູ້ ແລະ ລອງເຮັດໃໝ່ຈົນສໍາເລັດ ທັ້ງນີ້ Amazon ຄືສະຖານທີ່ທີ່ດີທີ່ສຸດ ທີ່ທ່ານຈະລອງແລ້ວລົ້ມໄດ້.

ໂດຍ: ເອຢິບ
ທີ່ມາ: https://www.ceochannels.com/jeff-bezos-six-lessons/