“ ວິສາຫະກິດ ຍອດຊໍາ ສ່ວນບຸກຄົນ ” ສ້າງຕັ້ງບໍ່ດົນ ແຕ່ຜົນຕອບຮັບດີ ປີຜ່ານມາໄດ້ຮັບລາງວັນອາຊຽນດີເດັ່ນ

167

ໜຶ່ງດຽວຈາກແຂວງ ຫົວພັນ ທີ່ໄດ້ຮັບລາງວັນອາຊຽນດີເດັ່ນແຫ່ງປີ 2021 ນັ້ນກໍຄື: “ວິສາຫະກິດ ຍອດຊໍາ ສ່ວນບຸກຄົນ” ຊາຍນັກສູ້ທີ່ສາມາດປິດຊ່ອງວ່າງບັນຫາໄປເທື່ອລະໜ້ອຍ ດ້ວຍການສະແຫວງຫາຄວາມຮູ້, ກ້າວສູ່ຜູ້ປະກອບການໜຸ່ມດີເດັ່ນ.

ທ່ານ ສົມໄຊ ຈັນທະລັງສີ ຜູ້ອໍານວຍການບໍລິສັດ ວິສາຫະກິດ ຍອດຊໍາ ສ່ວນບຸກຄົນ ໄດ້ໃຫ້ຮູ້ວ່າ: ໄລຍະໄວຮຽນວິຊາຊີບ ນອກຈາກສຶກສາຫາ ຄວາມຮູ້ເປັນປົກກະຕິແລ້ວ ກໍຍັງໄດ້ແບ່ງເວລາຫາປະສົບການຊີວິດຕິິດພັນກັບການຫາເງິນ ໂດຍສະເພາະແມ່ນຍູ້ລໍ້ເລາະຂາຍນໍ້າດື່ມ, ນໍ້າເຢັນ…ພາຍຫຼັງຮຽນຈົບກໍເລີ່ມຕົ້ນເດີນຕາມຄວາມຝັນດ້ວຍການເຂົ້າເຮັດວຽກໃນບໍລິສັດແຫ່ງໜຶ່ງ ແຕ່ກໍເລີ່ມສ້າງທຸລະກິດເປັນຂອງໂຕເອງໄປພ້ອມດ້ວຍການເປີດຮ້ານອັດເອກະສານ ແລະ ຮ້ານອິນເຕີເນັດ. ພາຍຫຼັງເຮັດວຽກໄປໄລຍະໜຶ່ງ ກໍປະເມີນຄວາມສ່ຽງຕ່າງໆ ກ່ອນຕັດສິນໃຈອອກຈາກວຽກ ແລ້ວຫັນມາຈິງຈັງໃສ່ທຸລະກິດຂອງຕົນເອງ.

ແນວໃດກໍຕາມ ຍ້ອນ ຄວາມຄິດຢາກກັບໄປພັດທະນາບ້ານເກີດ ໃນທີ່ສຸດກໍໄດ້ກັບໄປສ້າງທຸລະກິດ ນໍ້າດື່ມຢູ່ແຂວງ ຫົວພັນ ຄວບຄູ່ໄປກັບການສ້າງຜະລິດຕະພັນຍອດຊໍາ ໂດຍສະເພາະແມ່ນເຂົ້າ ເຊິ່ງພາບລວມທຸລະກິດໃນປັດຈຸບັນນີ້ຖືວ່າມີສຽງຕອບຮັບທີ່ດີຈາກສັງຄົມ ແລະ ຍັງໄດ້ຮັບລາງວັນຕ່າງໆມາເປັນສິ່ງຢັ້ງ ຢືນຄວາມສໍາເລັດ ຫຼ້າສຸດກໍແມ່ນລາງວັນທຸລະກິດອາຊຽນດີເດັ່ນ ປະເພດລາງວັນພິເສດ-ສາຂາຜູ້ປະກອບການໜຸ່ມດີເດັ່ນ ເຊິ່ງພິທີມອບ-ຮັບຈັດຂຶ້ນໃນວັນທີ 4 ກຸມພາ 2022 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເຂົ້າຮ່ວມ ແລະ ໃຫ້ກຽດມອບລາງວັນໂດຍທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

อาจเป็นรูปภาพของ 1 คน

ທ່ານ ສົມໄຊ ຈັນທະລັງສີ ໄດ້ໃຫ້ຮູ້ກ່ຽວກັບຄວາມເປັນມາຂອງບໍລິສັດວ່າ: ວິສາຫະກິດ ຍອດຊຳ ໄດ້ຮັບການສ້າງຕັ້ງຂຶ້ນ ໃນຕົ້ນປີ 2017 ໃນເບື້ອງຕົ້ນດຳເນີນທຸລະກິດເປັນໂຮງງານນ້ຳດື່ມຍອດຊຳ ທີ່ຜະລິດ ແລະ ບໍລິການນ້ຳດື່ມສຳລັບຄົວເຮືອນ ແລະ ສຳນັກງານຫ້ອງການ.

ຜ່ານການດຳເນີນກິດຈະການເຫັນວ່າ: ປະເພດນ້ຳດື່ມ ຈະໃຫ້ບໍລິການໄດ້ສະເພາະພາຍໃນທ້ອງຖິ່ນເທົ່ານັ້ນ; ບໍ່ສາມາດຂະຫຍາຍຂອບເຂດຕະຫຼາດໄປຍັງແຂວງອື່ນ. ສະນັ້ນ, ຈິ່ງໄດ້ໄປສຶກສາເບິ່ງຄືນບັນດາສິນຄ້າທີ່ເປັນເອກະລັກ ແລະ ມີຊື່ສຽງຢູ່ແລ້ວ ຈິ່ງເຫັນວ່າເຫຼົ້າຂາວພື້ນເມືອງຂອງຊຳເໜືອ ມີຄວາມເປັນເອກະລັກ ແລະ ຄວາມເປັນມາທີ່ຍາວນານ ຢູ່ຄຽງຄູ່ກັບສັງຄົມ ແລະ ຮີດຄອງປະເພນີສືບທອດຈາກຫຼາຍຮຸ່ນຄົນມາ ສະນັ້ນ, ຈິ່ງໄດ້ຕັດສິນໃຈສຶກສາ ລວບລວມຂໍ້ມູນຈາກຜູ້ເຖົ້າຜູ້ແກ່ທີ່ເຄີຍເຮັດມາ (ພູມປັນຍາຂອງບັນພະບູລຸດ) ປະສົມກັບເຕັກນິກວິທະຍາສາດສະໄໝໃໝ່ ຈິ່ງກາຍມາເປັນເຫຼົ້າຂາວຍອດຊຳ ທີ່ມີທັງສາດ ແລະ ສິນ (ວິທະຍາສາດ ແລະ ສິລະປະ) ແລະ ຍັງຄົງຮູບແບບການຜະລິດແບບດັ່ງເດີມໄວ້.

ໄລຍະດຽວກັນ ເຂົ້າໄກ່ນ້ອຍ ເຊິ່ງເປັນເຂົ້າໜຽວທີ່ດີທີ່ສຸດຂອງລາວ, ກໍໄດ້ຮັບຈົດທະບຽນເປັນສິນຄ້າຖິ່ນກຳເນີດ (Geographical Idication-GI) ເຊິ່ງເປັນເຂົ້າໜຽວທີ່ດີທີ່ສຸດຂອງລາວ ແລະ ເປັນຄວາມພູມໃຈສູງສຸດຂອງຄົນຫົວພັນ ເພາະເຂົ້າໄກ່ນ້ອຍ ແມ່ນເຂົ້າທີ່ເຮັດໃຫ້ຄົນຮູ້ຈັກຊາວຫົວພັນດີສົມ ຄວນ. ແຕ່ກໍຍັງບໍ່ທັນມີຜູ້ປະກອບການ ທີ່ຈະມາພັດທະນາການຫຸ້ມຫໍ່ ແລະ ຈັດຈຳໜ່າຍ ເພື່ອໃຫ້ເປັນໄປຕາມຈຸດປະສົງ ແລະ ເປົ້າໝາຍຂອງການຈົດທະບຽນເປັນເຂົ້າໄກ່ນ້ອຍຖິ່ນກຳເນີດ ນັ້ນກໍຄື: ສົ່ງເສີມ ແລະ ປົກປ້ອງເຂົ້າໄກ່ນ້ອຍ ເຊິ່ງກໍມີເປົ້າໝາຍທີ່ຈະສ້າງໃຫ້ເປັນເຂົ້າທີ່ສ້າງມູນຄ່າເພີ່ມ, ສ້າງລາຍຮັບໃຫ້ແກ່ຊາວກະສິກອນ, ສ້າງວຽກເຮັດງານທຳໃຫ້ແກ່ທ້ອງຖິ່ນ ແລະ ປະກອບສ່ວນພັດທະນາເສດຖະກິດສັງຄົມຂອງແຂວງ ແລະ ໃນຂະນະດຽວກັນເຂົ້າໄກ່ນ້ອຍກໍຈະໄດ້ຮັບການປົກປ້ອງ ບໍ່ໃຫ້ຊື່ສຽງຖືກທຳລາຍ.

ไม่มีคำอธิบายรูปภาพ

ເພື່ອປົກປ້ອງບໍ່ໃຫ້ຄຸນນະພາບ ແລະ ຊື່ສຽງຫຼຸດລົງຈິ່ງຕ້ອງໄດ້ມີມາດຕະການຄວບຄຸມ ແລະ ກວດກາຕັ້ງແຕ່ການໄຖຄາດ, ການປູກ, ການບົວລະບັດຮັກສາ ຈົນເຖິງມືຜູ້ບໍລິໂພກ ເພື່ອໃຫ້ແນ່ໃຈວ່າເປັນເຂົ້າຈາກຖິ່ນກຳເນີດແທ້ ແລະ ມີລົດຊາດທີ່ພິເສດແທ້ ແລະ ສຸດທ້າຍຜູ້ບໍລິໂພກຈະບໍ່ຜິດຫວັງທີ່ໄດ້ກິນເຂົ້າແຊບໆ. ດັ່ງນັ້ນ, ຈິ່ງເປັນສາເຫດໃຫ້ຜູ້ປະກອບການຍອດຊຳ ສົນໃຈເຂົ້າໄປມີສ່ວນຮ່ວມເປັນສະ ມາຊິກຂອງສະມາຄົມສົ່ງເສີມເຂົ້າໄກ່ນ້ອຍແຂວງຫົວພັນ ໃນຖານະເປັນຜູ້ຫຸ້ມຫໍ່ ແລະ ຈັດຈຳໜ່າຍ ເຊິ່ງກໍໄດ້ມີຜະລິດຕະພັນເຂົ້າຍອດຊຳອອກມາສູ່ຕະຫຼາດ ໂດຍມີເຂົ້າ 3 ປະເພດຄື: ໄກ່ນ້ອຍ, ເຂົ້າໜຽວກ່ຳ ແລະ ເຂົ້າຈ້າວກ້ອງ. ສຳລັບເຂົ້າທີ່ນຳມາຫຸ້ມຫໍ່ແມ່ນມາຈາກກຸ່ມຜູ້ປູກແບບທຳມະຊາດ ບໍ່ຕ້ອງນຳໃຊ້ຝຸ່ນ ຫຼື ປຸຍເຄມີ ເພາະ ຄວາມອຸດົມສົມບູນຂອງພູຜາປ່າໄມ້ ແລະ ຫ້ວຍນ້ຳທຳມະຊາດ ທີ່ເອື້ອອຳນວຍຕໍ່ການປູກເຂົ້າໄດ້ດີຢູ່ແລ້ວ.

ຈາກຄວາມທຸ່ມເທພັດທະນາທຸລະກິດຢ່າງບໍ່ຢຸດຢັ້ງ ໄປຕາມແຜນພັດທະນາ ເສດຖະກິດ-ສັງຄົມຂອງພັກ-ລັດ ເຮັດໃຫ້ເຫຼົ້າຂາວຍອດຊຳ ໄດ້ຮັບການຮັບຮອງເປັນສິນຄ້າໜຶ່ງເມືອງ-ໜຶ່ງຜະລິດຕະພັນແຫ່ງຊາດ (ODOP), ບໍລິສັດກໍໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນປະຈຳລາວປີ 2020 ໃນສາຂາການປະກອບສ່ວນຕໍ່ສັງຄົມ (CSR). ນອກຈາກນັ້ນກໍຍັງໄດ້ຮັບ ຄວາມໄວ້ເນື້ອເຊື່ອໃຈຈາກພັກ-ລັດ ແລະ ສັງຄົມ ໃຫ້ເຮັດໜ້າທີ່ຮອງປະທານສະມາຄົມນັກທຸລະກິດຫນຸ່ມຂອງແຂວງ ແລະ ອີກຕຳແໜ່ງທີ່ຫາກໍໄດ້ຮັບການແຕ່ງຕັ້ງຈາກສະພາບໍລິຫານສະມາຄົມ ສົ່ງເສີມເຂົ້າໄກ່ນ້ອຍແຂວງ ຫົວພັນ ໃຫ້ເຮັດໜ້າທີ່ຜູ້ອຳນວຍການ ສະມາຄົມສົ່ງເສີມເຂົ້າໄກ່ນ້ອຍແຂວງຫົວພັນ.