ບົດບາດຂອງນັກທຸລະກິດຍິງ ໃນການພັດທະນາປະເທດຊາດ ເນື່ອງໃນວັນແມ່ຍິງສາກົນ 8 ມີນາ ຄົບຮອບ 112 ປີ

69

ເພດຍິງໃນ ສປປ ລາວ ໄດ້ມີບົດບາດທຽບເທົ່າກັບເພດຊາຍ ແລະ ມີເອື້ອຍນ້ອງຍິງຫຼາຍຄົນກໍ່ມີຄວາມຮູ້, ຄວາມສາມາດ ແລະ ເຮັດວຽກໄດ້ທຸກບົດບາດໜ້າທີ່ ຄຽງຄູ່ກັບເພດຊາຍ ແລະ ປະຈຸບັນເອື້ອຍນ້ອງແມ່ຍິງຫຼາຍກຄົນກໍ່ເປັນນັກທຸລະກິດ ແລະ ປະສົບຄວາມສຳເລັດຫຼາຍຄົນ.

ເນື່ອງໃນໂອກາດວັນແມ່ຍິງສາກົນ 8 ມີນາ ຄົບຮັບ 112 ປີ ທ່ານ ນາງ ຈຳປາທອງ ທະລົງແສງຈັນ ອຳນວຍການບໍລິສັດ ລາວ ອິນເຕີເທຣດ ຈຳກັດຜູ້ດຽວ (Lao Inter Trade) ເປັນບໍລິສັດນໍາເຂົ້າ-ສົ່ງອອກ ແລະ ເປັນຄະນະບໍລິຫານງານ ສະມາຄົມນັກທຸລະກິດແມ່ຍິງລາວ ໄດ້ໃຫ້ສຳພາດວ່າ: ໃນນາມທີ່ເປັນນັກທຸລະກິດແມ່ຍິງລາວ, ເປັນທັງແມ່ເຮືອນ ແລະ ອີກຫຼາຍບົດບາດໃນສັງຄົມ ຂ້າພະເຈົ້າເຫັນໄດ້ວ່າ ປະຈຸບັນພັກ-ລັດ ເພິ່ນບໍ່ໄດ້ກີດກັ້ນແມ່ຍິງໃນການເຮັດທຸລະກິດ ຫຼື ໃນບົດບາດອື່ນໆ ເຊິ່ງໃນວາລະໃໝ່ແຫ່ງຊາດ ເພິ່ນຍິ່ງສົ່ງເສີມເອື້ອຍນ້ອງແມ່ຍິງຜູ້ທີ່ມີຄວາມສາມາດໃນການເຮັດໃຫ້ສາມາດປະກອບການໄດ້. ກວ່າຈະເກີດມາແມ່ຍິງຕົວແບບໄດ້ບໍ່ແມ່ນເລື່ອງງ່າຍ ທັງຕ້ອງເປັນເມຍທີ່ດີຂອງຜົວ, ເປັນທີ່ປຶກສາທີ່ດີຂອງລູກ ພ້ອມທັງເປັນໝູ່ກັບລູກ ເພາະຕ້ອງເບິ່ງແຍງດູແລໝົດທຸກຄົນໃນຄອບຄົວ ແລະ ເຮືອນຊານບ້ານຊ່ອງແລ້ວ ຍັງຕ້ອງແລ່ນໄປເບິ່ງທຸລະກິດອີກ ແຕ່ເຖິງຈະວຽກຫຼາຍປານໃດກໍ່ຕາມ ອັນນີ້ຢາກຝາກເຖິງເອື້ອຍນ້ອງແມ່ຍິງເຮົາວ່າ: ສິ່ງສຳຄັນຢ່າລືມເບິ່ງແຍງຕົວເອງນຳ ໂດຍການກິນອາຫານທີ່ດີ, ອອກກຳລັງກາຍ, ສຸຂະພາບກໍ່ຕ້ອງດີ ແລະ ແຕ່ງຕົວໃຫ້ດູດີ ແລະ ເບິ່ງແລ້ວສະອາດງາມຕາ.


ຢາກຝາກເຖິງເອື້ອຍນ້ອງແມ່ຍິງລຸ້ນໃໝ່ ເພື່ອສືບສານວັດທະນະທຳລາວ ແມ່ນຢາກໃຫ້ເບິ່ງການນຸ່ງການຖື ໂດຍສະເພາະໃຫ້ນຸ່ງຖືໃຫ້ຖືກຕ້ອງຕາມຮີດຄອງປະເພນີ, ນຸ່ງເຄື່ອງໃຫ້ຖືກກາລະເທສະ, ພັດທະນາຕົນເອງໃຫ້ເປັນຕົວແບບ, ພັດທະນາຜົນຜະລິດໃຫ້ສິນຄ້າ, ພ້ອມທັງມີການກະຕຸກຊຸກຍູ້ຄົນອື່ນໃນສັງຄົມໃຫ້ໄດ້, ດັ່ງນັ້ນເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 112 ປີ ກໍ່ຂໍຂອບໃຈເອື້ອຍນ້ອງແມ່ຍິງໃນສະມາຄົມນັກທຸລະກິດຍິງທຸກທ່ານ, ບັນດາປ້າການນຳ, ປ້າອາວຸໂສ ທີ່ເປັນແບບຢ່າງທີ່ດີໃຫ້ຄົນລຸ້ນໃໝ່ ແລະ ຢາກໃຫ້ເອື້ອຍນ້ອງແມ່ຍິງລຸ້ນໃໝ່ໄຂ່ວຄວ້າຫາຮຽນ, ພັດທະນາຄົນເອງໃຫ້ເປັນແມ່ຍິງທີ່ດີ ຫາເປັນຄົນດີແລ້ວສັງຄົມກໍ່ຈະມີຄວາມສະຫງົບ, ໃຫ້ສູ້ຊົນອົດທົນທ່ານກໍ່ຈະສາມາດເປັນນັກທຸລະກິດທີ່ປະສົບຄວາມສຳເລັດໄດ້.

ທ່ານ ນາງ ສີຣິພອນ ພັນທະວົງສ໌ ຜູ້ອຳນວຍການ ບໍລິສັດ ວິຊາການໄຟຟ້າ ໂຍທາ ແລະ ກົນຈັກ ລາວ ຈຳກັດຜູ້ດຽວ (ECME) ກ່າວວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກັນ ຄົບຮອບ 112 ປີ ໃນຖານະທີ່ເປັນນັກທະລະກິດແມ່ຍິງລາວຄົນໜຶ່ງ, ເປັນທັງແມ່ເຮືອນ ແລະ ແມ່ຂອງລູກ ຂໍຝາກເຖິງແມ່ຍິງທັງຫຼາຍ ທີ່ເປັນທັງແມ່ ແລະ ເຮັດໜ້າທີ່ຢູ່ນອກເຮືອນ ຖືວ່າເຮົາມີຄວາມເຂັ້ມແຂງອົດທົນຫຼາຍ ເຮົາຈຶ່ງສາມາດດຳເນີນໜ້າທີ່ວຽກງານ ນັບແຕ່ມື້ເລີ່ມຕົ້ນມາຮອດປະຈຸບັນ ສິ່ງສຳຄັນຫຼັກ ຄື: ຈິງໃຈ, ຮັກແພງ, ໃຫ້ອະໄພເຊິ່ງກັນ ແລະ ກັນ ບໍ່ວ່າຈະເກີດຫຍັງຂຶ້ນເຮົາພ້ອມທີ່ຈະໃຫ້ຄຳປຶກສາຫາລື ແລະ ພ້ອມແກ້ໄຂໃຫ້ມັນຜ່ານພົ້ນໄປໃຫ້ໄດ້, ທີ່ສຳຄັນຫາກເກີດບັນຫາໃດໜຶ່ງຂຶ້ນກ່ອນອື່ນໝົດແມ່ນຂໍໃຫ້ຕັ້ງສະຕິ ແລ້ວເຮົາຈຶ່ງຈະສາມາດແກ້ບັນຫາໄປໃນທາງທີ່ຖືກທີ່ຄວນ.


ການເຮັດທຸລະກິດຈະໃຫ້ປະສົບຄວາມສຳເລັດ ໄດ້ບໍ່ແມ່ນເລື່ອງງ່າຍໆ ນັບແຕ່ມື້ເລີ່ມຕົ້ນອຸປະສັກກໍ່ແມ່ນຕົວເຮົາ ໂດຍເພາະສະແມ່ນໃຈຂອງເຮົາ ເຊິ່ງມີທັງຄວາມອິດຄວາມເມື່ອຍ, ຄວາມຍາກ ມັນເຮັດໃຫ້ເຮົາຢາກຢຸດ, ຖ້າເຮົາຢຸດໃນມື້ນັ້ນກໍ່ຈະບໍ່ມີຄວາມສຳລັດໃນມື້ນີ້. ເພາະອັນໃດທີ່ເຮົາຄິດດີແລ້ວ, ໄຕ່ຕອງດີແລ້ວ ກໍ່ຄວນລົງມືເຮັດຢ່າງສະໝໍ່າສະເໝີແລ້ວມື້ໜຶ່ງມັນກໍ່ຈະສຳເລັດເອງ. ດັ່ງນັ້ນຈຶ່ງຢາກຝາກເຖິງແມ່ຍິງລຸ້ນໃໝ່ບໍ່ວ່າຈະເຮັດອາຊີບໃດ, ເຮັດທຸລະກິດໃດກໍ່ຕາມຂໍພຽງແຕ່ເຮົາກ້າຝັນ, ກ້າລົງມືເຮັດມືທຳ ໃນທາງທີ່ຖືກທີ່ຄວນເຮົາກໍ່ຈະປະສົບຄວາມສຳເລັດເອງ.


ສຸດທ້າຍນີ້ເນື່ອງໃນໂອກາດສະຫຼອງວັນແມ່ຍິງສາກົນ 8 ມີນາ ຄົບຮອບ 112 ປີ (1910-2022) ຂໍອວຍພອນມາຍັງ ການນຳພັກລັດ ກໍ່ຄືອົງການຈັດສູນກາງສະຫະພັນແມ່ຍິງ, ປະທານສະມາຄົມນັກທຸລະກິດແມ່ຍິງ, ພ້ອມຄະນະບໍລິການງານ ແລະ ສະມາຊິກທຸກທ່ານ ແລະ ເອື້ອຍນ້ອງແມ່ຍິງທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ ແລະ ຈະເລີນກ້າວໜ້າໃນຊີວິດສ່ວນຕົວ ແລະ ໜ້າທີ່ການງານ “ພວກເຮົາຈະເປັນແມ່ຍິງ ຍຸກໃໝ່ ທີ່ກ້າວໄປສູ່ຄວາມສຳເລັດໄປພ້ອມໆກັນ”.