ປັດຈຸບັນ ເມສຊີ ເຮັດແຮັດທຣິກໃຫ້ກັບທີມຊາດ 7 ຄັ້ງແລ້ວ ພ້ອມສ້າງສະຖິຕິຍິງໃນພາກພື້ນບ້ານເກີດ

255
Argentina's Lionel Messi celebrates scoring the opening goal against Bolivia during a qualifying soccer match for the FIFA World Cup Qatar 2022, in Buenos Aires, Argentina, Thursday, Sept. 9, 2021. (Juan Roncoroni/Pool via AP)

ມາຮອດປັດຈຸບັນ ລິໂອເນລ ເມສຊີ ກອງໜ້າຊາວອາກຊັງຕິນ ສາມາດເຮັດແຮັກທຣິກ ( ຍິງ 3 ປະຕູຕໍ່ນັດ ) ເປັນຄັ້ງທີ 7 ກັບທີມຊາດແລ້ວ ຫຼັງຈາກທີ່ຍິງ 3 ປະຕູໃນການຄັດເລືອກ ບານໂລກ 2022 ຮອບຄັດເລືອກ ໂຊນອາເມຣິກາໃຕ້ ເມື່ອວັນທີ 9 ກັນຍາ 2021 ທີ່ຜ່ານມາ ຊ່ວຍໃຫ້ ອາກຊັງຕິນ ເປີດບ້ານເອົາຊະນະ ໂບລີວີ 3-0.

ຈາກ 3 ປະຕູດັ່ງກ່າວຍັງເຮັດໃຫ້ ເມສຊີ ສ້າງສະຖິຕິຍິງປະຕູໃຫ້ທີມຊາດຫຼາຍທີ່ສຸດ ນັບສະເພາະໃນພາກພື້ນອາເມຣິກາໃຕ້ ລວມ 79 ປະຕູຈາກ 153 ນັດ ທຳລາຍສະຖິຕິຂອງ ເປເລ ອະດີດກອງໜ້າທີມຊາດບຣາຊິນ ທີ່ຍິງໄດ້ 77 ປະຕູ ຈາກ 92 ນັດ ໃນລະຫວ່າງປີ 1957–1971.

ນອກນັ້ນ, ຍັງຊ່ວຍໃຫ້ ທີມຊາດອາກຊັງຕິນ ຍັງບໍ່ເສຍໃນ 22 ນັດຫຼ້າສຸດລວມທຸກລາຍການ ໃນນີ້ ຊະນະ 15 ສະເໝີ 7 ພ້ອມຊ່ວຍໃຫ້ ທີມຊາດອາກຊັງຕິນ ແຂ່ງ 8 ນັດ ມີ 18 ຄະແນນ ຊະນະ 5 ສະເໝີ 3 ຢູ່ອັນດັບ 2 ຂອງກຸ່ມ ໃນບານໂລກ 2022 ຮອບຄັດເລືອກ ໂຊນອາເມຣິກາໃຕ້.
ຮູບຈາກ: AP