ເສດຖະກິດຄອບຄົວດີຂຶ້ນ ຫຼັງຫັນມາລ້ຽງປາເປັນອາຊີບເສີມ

638

ແມ່ນຢູ່ວ່າອາຊີບທຸກອາຊີບລ້ວນແລ້ວແຕ່ມີດີທີ່ແຕກຕ່າງກັນອອກໄປ ຂຶ້ນກັບວ່າເຮົາກ້າທີ່ຈະລົງມືເຮັດ ແລະ ເອົາໃຈໃສ່ກັບມັນຫຼາຍໜ້ອຍພຽງໃດ ເຊິ່ງປັດຈຸບັນສັງຄົມມີການຂະຫຍາຍຕົວ, ຄວາມຕ້ອງການຕອບສະໜອງທາງດ້ານສະບຽງອາຫານໃຫ້ແກ່ຜູ້ບໍລິໂພກກໍເພີ່ມຂຶ້ນ ເນື່ອງຈາກການຂະຫຍາຍຕົວຂອງປະຊາກອນນັບມື້ຫຼາຍຂຶ້ນໃນແຕ່ລະປີ, ສະນັ້ນມີຫຼາຍຄອບຄົວຫັນມາສ້າງເສດຖະກິດດ້ວຍການຊອກຫາທາງເລືອກຕາມຄວາມສາມາດຕາມກຳລັງແຮງງານຂອງຕົນເອງ ເພື່ອນຳພາຕົນເອງ ແລະ ຄອບຄົວ ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຄອບຄົວນີ້ເປັນພະນັກງານລັດ ແລ້ວຕັດສິນໃຈມາລ້ຽງປາເປັນອາຊີບກໍດີຢູ່ບໍ່ໜ້ອຍ.


ຄອບຄົວ ທ່ານ ບຸນແກ້ວ ກຸດຕິຄູນໂນ ເປັນຄອບຄົວໜຶ່ງທີ່ໄດ້ເລືອກລ້ຽງປາເປັນອາຊີບເ ສີມ ສາມາດນຳພາຄອບຄົວຫຼຸດພົ້ນອອກຈາກ ຄວາມທຸກຍາກ ແລະ ກາຍເປັນຄອບຄົວຕົວແບບຂອງບ້ານດອນແກ້ວ ເມືອງໄຊ ແຂວງອຸດົມໄຊ. ທ່ານ ບຸນແກ້ວ ກຸດຕິຄູນໂນ ປັດຈຸບັນອາຍຸ 36 ປີ ຢູ່ບ້ານດອນແກ້ວ ເມືອງໄຊ ແຂວງອຸດົມໄຊ ມີອາຊີບເປັນພະນັກງານ ສັງກັດຢູ່ຄະນະໂຄສະນາອົບຮົມແຂວງ ຄອບຄົວມີສະມາຊິກທັງໝົດ 5 ຄົນ ຍິງ 2 ຄົນ ແຮງຈູງໃຈທີ່ເຮັດໃຫ້ຕັດສິນໃຈຫັນມາລ້ຽງປາເປັນອາຊີບເສີມ ກໍຍ້ອນສະພາບຄອບຄົວຍັງມີຫຼາຍດ້ານຂາດເຂີນ, ລາຍຮັບຈາກເງິນເດືອນແມ່ນຍັງບໍ່ທັນພຽງພໍກັບລາຍຈ່າຍຕາມຄວາມຮຽກຮ້ອງຕ້ອງການຂອງຄອບຄົວ.

ດັ່ງນັ້ນ, ຈຶ່ງໄດ້ຕັດສິນໃຈສ້າງເສດຖະກິດຄອບຄົວດ້ວຍການລ້ຽງປາເປັນອາຊີບເສີມ ເພື່ອຫາທາງອອກໃຫ້ແກ່ຄອບຄົວ ເຮັດໃຫ້ຄອບຄົວມີຢູ່ມີກິນ ມາຮອດປັດຈຸບັນຄອບຄົວ ທ່ານ ບຸນແກ້ວ ກຸດຕິຄູນໂນ ລ້ຽງປາມາໄດ້ 3 ປີ ໃນປີທຳອິດຕັດສິນໃຈລົງທຶນເຂົ້າໃນການລ້ຽງປາ 70 ລ້ານກີບ ເພື່ອຊື້ຫົວອາຫານ ແລະ ຊື້ປາມາລ້ຽງ ຈຳນວນ 14 ພັນໂຕ ຫຼັງການຂາຍປາອອກ ຫັກຕົ້ນທຶນ ສາມາດສ້າງລາຍຮັບໄດ້ 30 ກວ່າລ້ານກີບ, ປີທີ 2 ເພີ່ມການລ້ຽງຂຶ້ນຕື່ມ ມີແມ່ຄ້າຜູ້ມາຊື້ກັບໜອງນັ້ນເປັນແຮງຈູງໃຈທີ່ດີ. ມາຮອດປີທີ 3 ໄດ້ເພີ່ມຈຳນວນປາ ແລະ ຈົກໜອງໃຫ້ເລິກລົງຕື່ມ ຜົນສະເລ່ຍຈາກການຂາຍປາໃນປີນີ້ຫຼາຍກວ່າ 50 ລ້ານກີບ ສ່ວນການຈຳໜ່າຍອອກ ນອກຈາກພາຍໃນແຂວງແລ້ວຍັງສົ່ງອອກໄປຍັງຕ່າງແຂວງ ເປັນຕົ້ນແມ່ນແຂວງ ຫຼວງພະບາງ, ບໍ່ແກ້ວ ແລະ ແຂວງຜົ້ງສາລີ.

ທ່ານ ບຸນແກ້ວ ກຸດຕິຄູນໂນ ກ່າວຕື່ມວ່າ: ໃນອະນາຄົດຍັງມີແຜນຈະຂະຫຍາຍໜອງປາ ແລະ ປ່ອຍປາໃຫ້ຫຼາຍຂຶ້ນຕື່ມ ເພື່ອສະໜອງປາໃຫ້ທ້ອງຕະຫຼາດຫຼາຍຂຶ້ນ, ການສ້າງເສດຖະກິດເສີມໃຫ້ແກ່ຄອບຄົວນີ້ແມ່ນທ່ານໄດ້ຍາດເອົາເວລາວ່າງ, ໂມງເລີກການ, ວັນພັກການ ( ວັນເສົາ ແລະ ວັນອາທິດ ) ມາສ້າງເສດຖະກິດຄອບຄົວໃຫ້ເກີດປະໂຫຍດ ຈາກ ຄວາມຕັ້ງໃຈ, ດຸໝັ່ນ, ອົດທົນ ຈົນມີໝາກຜົນສຳເລັດ ທ່ານ ບຸນແກ້ວ ກຸດຕິຄູນໂນ ຍັງເປັນຕົວແບບດີເດັ່ນການສ້າງເສດຖະກິດຄອບຄົວ ພາຍໃນບ້ານ, ກົມກອງ ແລະ ສັງຄົມຕື່ມອີກ.