ການກໍ່ສ້າງ ຂົວຂ້າມນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ5 ມີຄວາມຄືບໜ້າ 14,42%

1460

ຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ 5 ທີ່ເຊື່ອມຕໍ່ລະຫວ່າງ ແຂວງບໍລິຄໍາໄຊ ຫາ ຈັງຫວັດບຶງການ ປະເທດໄທ ທີ່ລົງມືກໍ່ສ້າງມາແຕ່ຕົ້ນເດືອນມັງກອນ 2021 ແມ່ນຄືບໜ້າຫຼາຍໜ້າວຽກ ແລະ ມາຮອດທ້າຍເດືອນສິງຫາ 2021 ແຕ່ປະຕິບັດໄດ້14,42% ລື່ນຄາດໝາຍ 5,67%.

ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ 5 (ຕັ້ງຢູ່ເຂດບ້ານກ້ວຍອຸດົມ ເມືອງປາກຊັນ ແຂວງບໍລິຄໍາໄຊ ໂດຍຫ່າງຈາກເທດສະບານເມືອງປາກຊັນ ໄປທາງທິດເໜືອຕາມທາງເລກ 13 ໃຕ້ ປະມານ 10 ກິໂລແມັດ ແລະ ຫ່າງຈາກທາງເລກ 13 ໃຕ້ 2.860 ແມັດ. ໂຄງການດ່ັງກ່າວໄດ້ຖືກສ້າງຕັ້ງຂຶ້ນໃນເດືອນ ສິງຫາ 2019 ເຊິ່ງເປັນໂຄງການເງິນກູ້ຈາກອົງການ ຄວາມຮ່ວມມືທາງດ້ານເສດຖະກິດ ກັບ ປະເທດເພື່ອນບ້ານ (ອົງການມະຫາຊົນ) ຈາກປະເທດໄທ (ອົງການ NEDA) ທີ່ລັດຖະບານລາວ ໄດ້ຮັບເງິນກູ້ຢືມເປັນຈໍານວນເງິນ 1.380.067.000 ບາດ (ສະກຸນເງິນໄທ) ແບ່ງອອກເປັນສອງສັນຍາ ຄື : ສັນຍາທີ 1 ແມ່ນສັນຍາກໍ່ສ້າງຂົວຂ້າມນ້ໍາຂອງ ແລະ ສັນຍາທີ 2 ແມ່ນສັນຍາກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ກໍ່ສ້າງອາຄານດ່ານກວດຄົນເຂົ້າ-ອອກເມືອງ.

ໂຄງສ້າງຂົວຊ່ວງກາງນ້ໍາເປັນລັກສະນະຂົວແຂວນ (Extradoses) ຢູ່ຊ່ວງກາງນ້ໍາ ຮູບແບບຂາງເປັນຮູບກັບແບບ ມີປີກ (Box Girder) ແບ່ງອອກເປັນຫຼາຍຊ່ວງທີ່ແຕກຕ່າງກັນຄື: ຊ່ວງຂົວທີ່ຢູ່ເທິງບົກມີ 16 ຊ່ວງ, ໃນນັ້ນຍາວ 40 ແມັດ 8 ຊ່ວງ, ຍາວ 50 ແມັດ 8 ຊ່ວງ, ຢູ່ກາງນໍ້າມີ 5 ຊ່ວງ ຍາວ 90 ແມັດ 2 ຊ່ວງ ແລະ ຍາວ 150 ແມັດ 3 ຊ່ວງ. ມີເສົາເທິງບົກ 18 ເສົາ ແລະເສົາສູງຄຶງສາຍກາບກາງນ້ໍາ 4 ເສົາ, ລວງຍາວສະເພາະຂົວທັງໝົດ 1.350 ແມັດ, ໃນນັ້ນລາວເຮົາຮັບຜິດຊອບ 535 ແມັດ ແລະ ໄທຮັບຜິດຊອບ 815 ແມັດ ແລະ ມີທາງເຊື່ອມຕໍ່ຂຶ້ນຫົວຂົວ ( Approach Road ) ເບື້ອງລະ 85 ແມັດ, ລວງກວ້າງຂອງຂົວທັງໝົດ 17,30 ແມັດ.


ສໍາລັບທາງເຂົ້າຂົວ (Connecting Road) ປູດ້ວຍເບຕົງເສີມເຫຼັກໜາ 25 ຊັງຕີແມັດ ມີຄວາມກວ້າງທັງໝົດ 24,10 ແມັດ, ໃນນັ້ນມີຄອງລົດແລ່ນເບື້ອງລະ 2×3,50 ແມັດ, ມີບ່າທາງເບື້ອງລະ 2,50 ແມັດ, ມີດອນກາງທາງລວມທັງຂອບປ້ອງກັນກວ້າງ 5,10 ແມັດ, ສໍາລັບຈຸດປ່ຽນທິດທາງຈາລະຈອນ ແມ່ນໄດ້ກຳນົດຢູ່ເບື້ອງປະເທດລາວ ໂດຍກຳນົດຄວາມກວ້າງຂອບເຂດສະຫງວນຂອງທາງເບື້ອງລະ 50 ແມັດ.

ມູນຄ່າ ແລະ ສັນຍາຂອງໂຄງການ1.380.067.000 ບາດ; ໃນນີ້ ມູນຄ່າວຽກກໍ່ສ້າງຂົວ 476ລ້ານ ບາດ, ມູນຄ່າວຽກກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ 780ລ້ານ ບາດ, ມູນຄ່າວ່າຈ້າງທີ່ປຶກສາຄວບຄຸມການກໍ່ສ້າງ 44ລ້ານບາດ ມູນຄ່າບໍລິຫານ ແລະ ກວດສອບໂຄງການ 15ລ້ານບາດ; ມູນຄ່າເງິນແຮ (ເພື່ອເຫຼືອ ເພື່ອຂາດ) 63ລ້ານ ບາດ ແລະ ຄ່າທໍານຽມການບໍລິການ:2.067.000 ບາດ.

ວຽກງານຮັບເໝົາກໍ່ສ້າງ ສັນຍາທີ 1 (Package 2B) ໄດ້ເຊັນສັນຍາຮັບເໝົາກໍ່ສ້າງ ຂົວຂ້າມນ້ຳຂອງ ເບື້ອງປະເທດລາວ ລະຫວ່າງ ກົມຂົວທາງ ກັບ ບໍລິສັດ NPA Construction Co., LTD ເມື່ອວັນທີ 30ພະຈິກ2020 ໃນມູນຄ່າ 379ລ້ານກວ່າບາດ, ຊຶ່ງເລີ່ມຕົ້ນສັນຍາໃນວັນທີ 04/01/2021 ແລະ ສໍາເລັດໃນວັນທີ 03/01/2024 ໄລຍະເວລາກໍ່ສ້າງ 36 ເດືອນ ແລະ ໄລຍະຄໍ້າປະກັນ 24 ເດືອນ.


ວຽກງານຮັບເໝົາກໍ່ສ້າງ ສັນຍາທີ 2 (Package 3) ໄດ້ເຊັນສັນຍາຮັບເໝົາກໍ່ສ້າງທາງເຂົ້າຂົວ ລວມທັງອາຄານດ່ານແລະ ສິ່ງອໍານວຍຄວາມສະດວກອື່ນໆເບື້ອງປະເທດລາວ ລະຫວ່າງ ກົມຂົວທາງ ກັບ ບໍລິສັດ Sraloong Construction Co., Ltd ຮ່ວມກັບ ບໍລິສັດ Advanced International Engineering Construction Sole Co., Ltd. Joint Venture ໃນວັນທີ 30 ພະຈິກ2020 ໃນມູນຄ່າ 773ລ້ານກວ່າບາດ, ວັນທີເລີ່ມຕົ້ນສັນຍາ 04/01/2021 ແລະ ສໍາເລັດໃນວັນທີ 03/07/2023 ໄລຍະເວລາກໍ່ສ້າງ 30 ເດືອນ, ໄລຍະຄໍ້າປະກັນ 24 ເດືອນ.

ສະເລ່ຍຄວາມຄືບໜ້າທັງ 2 ສັນຍາ ກໍ່ຄືຄວາມຄືບໜ້າລວມຂອງໂຄງການ ຮອດທ້າຍເດືອນສິງຫາ 2021 ຕາມແຜນການແມ່ນ 8,75 % ແຕ່ປະຕິບັດໄດ້ຕົວຈິງ 14,42% ລື່ນຄາດໝາຍ 5,67%.

ທ່ານໃຫ້ຮູ້ຕື່ມວ່າ: ວຽກງານໄກ່ເກ່ຍສິ່ງກີດຂວາງ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ5 ຜ່ານມາທາງຄະນະກຳມະການໄກ່ເກັ່ຍສິ່ງກີດຂວາງໄດ້ລົງສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະ ໄດ້ຊ້ອງໜ້າກັນກັບບັນດາເຈົ້າຂອງເນື້ອທີ່ດິນ ທີ່ຖືກຮັບຜົນກະທົບຈາກໂຄງການດັ່ງກ່າວ ແລະ ໄດ້ເຮັດບົດບັນທຶກຮ່ວມກັນເປັນທີ່ຮຽບຮ້ອຍແລ້ວ ເຊິ່ງມີເນື້ອທີ່ດິນສວນຕົ້ນ ໄມ້ຂອງປະຊາຊົນທັງໝົດ 52,4 ເຮັກຕາ ຈຳນວນຄອບຄົວຜູ້ທີ່ຖືກຜົນກະທົບ 51 ຄອບຄົວ ມູນຄ່າການຊົດເຊີຍຕໍ່ຜູ້ຖືກຜົນກະທົບ ຈໍານວນ 5,33 ຕື້ກ່ວາກີບ ໂດຍນໍາໃຊ້ທຶນສົມທົບພາຍໃນເປັນງົບປະມານການລົງທຶນຂອງລັດຖະບານລາວເຂົ້າໃນການຊຳລະໃຫ້ປະຊາຊົນຜູ້ທີ່ຖືກຜົນກະທົບ ໃນແຜນງົບປະມານ ປີ 2020 ແລະ 2021 ໄດ້ຮັບອະນຸມັດຈຳນວນ 772 ລ້ານກີບ ແລະ ແຜນດັດແກ້ທ້າຍປີ ຂອງງົບປະມານ ປີ 2021 ຈຳນວນ 620 ລ້ານກີບ ລວມເປັນ 1,39 ຕື້ກີບ.

[ຂ່າວ: ຄຳນ້ອຍ]