ເອເອັຟຊີ ເລືອກ ບາເຣນ ເປັນເຈົ້າພາບກຸ່ມ A ຄັດບານເຕະຍິງ ຊີງແຊັມອາຊີ 2022, ສ່ວນ ໄຕ້ຫວັນ ແຂ່ງຕໍ່

370

ການແຂ່ງຂັນບານເຕະຍິງຊີງແຊັມອາຊີ 2022 ຮອບຄັດເລືອກ ( AFC Women’s Asian Cup 2022 Qualifiers ) ກ່ອນໜ້ານີ້ເຂົ້າໃຈຜິດວ່າ ເຈົ້າພາບ ໄຕ້ຫວັນ ປະກາດຖອນຕົວ ແຕ່ທີ່ຈິງແລ້ວແມ່ນ ປະກາດຖອນຕົວຈາກການເປັນເຈົ້າພາບເທົ່ານັນ ເນື່ອງຈາກບໍ່ສາມາດເປັນເຈົ້າພາບໄດ້ ເພາະໄດ້ຮັບຜົນກະທົບຈາກ ໂຄວິດ-19.

ຫຼ້າສຸດມື້ນີ້ວັນທີ 9 ກັນຍາ 2021 ສະຫະພັນ​ບານເຕະອາຊີ​ ( ​ເອເອັຟຊີ ) ປະກາດຢ່າງເປັນທາງການເລືອກ​ ບາເຣນ​ ເປັນເຈົ້າພາບ ຈັດການແຂ່ງຂັນກິລາບານເຕະຍິງ ຊີງແຊັມອາຊີ 2022 ຮອບຄັດເລືອກ ກຸ່ມ ເອ

ສ່ວນຕາຕະລາງກາ​ແຂ່ງຂັນ​ ທີມຊາດລາວ
-ວັນທີ 18 ຕຸລາ 2021 ລາວພົບ ໄຕ້ຫວັນ
-ວັນທີ 21 ຕຸລາ 2021 ລາວພົບ ບາເຣນ
ຂ່າວ-ຮູບ: ຄໍາສອນ