ເຈົ້າແຂວງສາລະວັນ ເນັ້ນເມືອງຕຸ້ມລານ ສຸມໃສ່ການຜະລິດປູກຝັງ-ລ້ຽງສັດ

439

ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງໆສາລະວັນ ພ້ອມຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງຕຸ້ມລານ ໃນວັນທີ 3 ກັນຍາ 2021 ໂດຍການຕ້ອນຮັບຂອງທ່ານ ທອງໃສ ເພັດລາສີ ເຈົ້າເມືອງໆຕຸ້ມລານ ພ້ອມຄະນະ ໂດຍມີບັນດາທ່ານການນຳພະແນກການທີ່ກ່ຽວຂ້ອງຂອງພະແນກກະສິກຳ ແລະ ການຄ້າແຂວງ, ກະສິກຳ-ປ່າໄມ້ແຂວງ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ບັນດາຫ້ອງການອ້ອມຂ້າງເມືອງ, ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.


ເນື່ອງໃນໂອກາດທີ່ ທ່ານເຈົ້າແຂວງໆສາລະວັນ ໄດ້ລົງຢ້ຽມຢາມຄອບຄົວຕົວແບບ ກໍໄດ້ເນັ້ນໃຫ້ການນຳຂອງເມືອງຕຸ້ມລານ ສຸມສຸມໃສ່ການຜະລິດປູກຝັງ-ລ້ຽງສັດ ເປັນຫຼັກເຊັ່ນ: ລ້ຽງສັດໃຫຍ່ປະເພດງົວ, ຄວາຍ, ໝູ ແລະສັດປິກປະເພດອື່ນໆ ໂດຍໃຫ້ກຳນົດເຂດບ້ານການຜະລິດຢ່າງຈະແຈ້ງ, ໃຫ້ລົງເກັບກໍາຂໍ້ມູນ ຄອບຄົວຕົວແບບຕ່າງໆໃນເມືອງ ເພື່ອສົ່ງເສີມໃຫ້ເຂົາເຈົ້າ ເຂົ້າເຖິງເຕັກນິກການປູກ-ການລ້ຽງຮູບແບບໃໝ່, ສ້າງສິ່ງອຳນວຍຄວາມສະດວກ, ຜະລິດໃຫ້ຫຼາຍກາຍເປັນສິນຄ້າ, ສ້າງຄວາມເຂັ້ມແຂງໃນຄອບຄົວດີຂຶ້ນເທື່ອລະກ້າວ.

ພ້ອມດຽວກັນນັ້ນກໍຕ້ອງເອົາໃຈໃສ່ສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ເຂັ້ມງວດ ແລະ ຕິດຕາມ, ກວດກາ ພ້ອມທັງລາຍງານຢ່າງເປັນປົກກະຕິ, ຕໍ່ເນື່ອງ.


ຈາກນັ້ນ, ທ່ານເຈົ້າແຂວງສາລະວັນ ໄດ້ລົງຊຸກຍູ້ຄອບຄົວຕົວແບບການລ້ຽງປາຂອງ ທ່ານ ບຸນຕື້ ລືເດດມູນສອນ ຢູ່ບ້ານແກ້ງຮັງ ເມືອງຕຸ້ມລານ ເຊິ່ງເປັນອີກຄອບຄົວໜຶ່ງ ໄດ້ລີ່ເລີ່ມບຸກເບີກມາແຕ່ປີ 1999-2000 ໂດຍໄດ້ເຮັດແບບທໍາມະຊາດ, ແບບປະສົມປະສານ ເປັນຕົ້ນ: ເຮັດນາປູກເຂົ້າ, ລ້ຽງປາ, ລ້ຽງເປັດ-ໄກ່, ຜະລິດໃນຕົ້ນທຶນຕໍ່າ ແລ້ວຂະຫຍາຍອອກເທື່ອລະນ້ອຍ , ເຊິ່ງໄດ້ນຳໃຊ້ແຮງງານໃນຄອບຄົວ 5 ຄົນ, ຍິງ 2 ຄົນ ແລະ ເລີ່ມຕົ້ນຂາຍປາ ນັບແຕ່ປີ 2017 ເປັນຕົ້ນມາ ໄດ້ເຮັດໃຫ້ຄອບຄົວ ມີທຶນໝູນວຽນ, ເຂັ້ມແຂງ ແລະ ໝັ້ນຄົງ. ປັດຈຸບັນ ມີໜອງປາທັງໝົດເກືອບ 10 ໜອງ, ນຳໃຊ້ເນື້ອທີ່ 5 ເຮັກຕາ ຄາດຈຳນວນປາໃນໜອງທັງໝົດ ປະມານ 16 ໂຕນ.


ພາບ-ຂ່າວ: ວິໄລວອນ ສິດທິໄຊ