ເຈົ້າແຂວງຫລວງນໍ້າທາ ຢ້ຽມຢ້າມສູນກັກບໍລິເວນ ແລະ ໂຮງໝໍພາກສະໜາມຂອງແຂວງ

391

ວັນທີ 3 ກັນຍາ  ທ່ານ ຄໍາໄຫລ ສີປະເສີດ ເຈົ້າແຂວງຫລວງນໍ້າທາ ພ້ອມຄະນະສະເພາະກິດເພື່ອປ້ອງກັນ,ຄວບຄຸມ,ແກ້ໄຂ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງລົງຢ້ຽມຢາມສູນກັກບໍລິເວນ 14 ວັນ ແລະ ສູນປິ່ນປົວພາກສະໜາມຂອງແຂວງ, ພ້ອມທັງມອບເຄື່ອງຊ່ວຍເຫລືອໃຫ້ຈຳນວນໜຶ່ງ.


ໂອກາດນີ້, ທ່ານ ດຣ ບຸນນໍາ ເພັດສີຄາມ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ທັງເປັນຫົວໜ້າສູນກັກບໍລິເວນ 14 ວັນ ໄດ້ລາຍງານໃຫ້ຮູ້ວ່າ: ເລີ່ມແຕ່ສ້າງຕັ້ງສູນກັກບໍລິເວນ ຂອງງແຂວງມີຜູ້ມາຈຳກັດບໍລິເວນ ທັງໝົດ 2.348 ຄົນ, ຍິງ 1.388 ຄົນ, ມາຮອດປັດຈຸບັນຢູ່ສູນຍັງມີຜູ້ມາຈໍາກັດບໍລິເວນ 43 ຄົນ, ຍິງ 33 ຄົນໃນນັັ້ນ ມີຄົນຈາກແຂວງຫລວງນໍ້ທາ, ອຸດົມໄຊ, ບໍ່ແກ້ວ, ຫົວພັນ, ຜົ້ງສາລີ, ວຽງຈັນ,ຫລວງພະບາງ ແລະ ແຂວງບໍລິຄໍາໄຊ ທີ່ໄປເຮັດວຽກຢູ່ຕ່າງປະເທດແລ້ວຈະກັບບ້ານຂອງຕົນ ແຕ່ຕ້ອງໄດ້ກັກບໍລິເວນ 14 ວັນ ເພື່ອຈະກວດຫາເຊື້ອພະຍາດໂຄວິດ-19.


ພ້ອມກັນນີ້, ທ່ານ ດຣ ແສງວົງ ບຸດຕະວົງ ອໍານວຍການໂຮງໝໍແຂວງ ກໍໄດ້ລາຍງານການປີ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ພາຍໃນແຂວງຫລວງນໍ້າທາ ເຊິ່ງມີທັງໝົດ 69 ກໍລະນີ, ໃນນັ້ນ ມີຄົນຈີນມາຈາກຕ່າງແຂວງ 39 ຄົນ, ຄົນລາວ 30 ຄົນ, ຄົນລາວມາຈາກຕ່າງແຂວງ 7 ຄົນ, ແຮງງານລາວມາແຕ່ສາມຫລ່ຽມຄໍາ 4 ຄົນ,ຄົນພາຍໃນແຂວງ 19 ຄົນ, ໄດ້ປິ່ນປົວຫາຍດີແລ້ວ 22 ຄົນ, ກໍາລັງນອນປີ່ນປົວຢູ່ 47 ຄົນ, ປັດຈຸບັນນອນປີ່ນປົວຢູ່ໂຮງໝໍພາກສະໜາມຂອງແຂວງ ຈໍານວນ 20 ຄົນ, ຍິງ 11 ຄົນ ແລະ ເດັກນ້ອຍ 2 ຄົນ, ການປປິ່ນປົວ ແມ່ນປິ່ນປົວຕາມອາການຂອງແຕ່ລະຄົນ, ແທກອຸນຫະພູມທຸກໆມື້ ແລະ ການແຍກຂີ້ເຫຍຶ້ອໃນການປິ່ນປົວລະອຽດ ແລະ ຈູດທໍາລາຍສະເພາະເພື່ອໃຫ້ປອດໄພ.

ຂ່າວ: ມຸນຕີ ໄຊຍະສິດທິວົງ