ເຈົ້າເມືອງປະທຸມພອນ ອອກຄໍາສັ່ງ ລ໋ອກດາວ 68 ບ້ານທົ່ວເມືອງ !

4483

ສະຖານະການໃຈບໍ່ດີຂຶ້ນນັບມື້ ກ່ຽວກັບຜູ້ຕິດເຊື້ອໂຄວິດ 19 ທັງກໍລະນີນຳເຂົ້າ ແລະ ໃນ ຊຸມຊົນ ທີ່ເພ່ມຂຶ້ນ ແລະ ໜ້າເປັນຫ່ວງຫຼາຍ
ຫຼ້າສຸດ ເຈົ້າເມືອງປະທຸມພອນ ອອກຄໍາສັ່ງເພີ່ມເຕີມ ສະບັບເລກທີ 13 / ຈມ.ປພ ,ລົງວັນທີ 03 ກັນຍາ 2021 ລ໋ອກດາວ 68 ບ້ານທົ່ວເມືອງ

ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ເມືອງ ປະທຸມພອນຂອງພວກເຮົາເກີດມີການຕິດເຊື້ອໃນຊຸມ, ຊົນເພີ່ມຂຶ້ນຢູ່ຫຼາຍບ່ອນ ເຊິ່ງເປັນແພດ-ຫມໍ ແລະ ເຈົ້າຫນ້າທີ່ປະຈໍາຢູ່ສູນກັກກັນເປັນສ່ວນໃຫ່ຍ
ປະຈຸບັນມີບ້ານທີ່ໄດ້ກໍານົດ ເປັນບ້ານສີແດງ ຈໍານວນ 2 ບ້ານ: ບ້ານນາກອກ ແລະ ບ້ານຫຼັກ 40, ບ້ານສີເຫຼືອງ ຈໍານວນ 6 ບ້ານຄື: ບ້ານກ້ຽດໂງ້ງ, ບ້ານ ປະທຸມພອນ, ບ້ານ ອຸດົມພັນ, ບ້ານ ຝຸ່ນ, ບ້ານ ໂຕະໂຫມະທ່າ ແລະ ບ້ານນາລານ ເຊິ່ງເປັນບ້ານທີ່ຕ້ອງໄດ້ປະຕິບັດ ມາດຕະການ ລ່ອກດາວຢ່າງເຂັ້ມງວດ; ເພື່ອຮັບປະກັນບໍ່ໃຫ້ເຊື້ອພະຍາດໂດວິດ-19 ສາມາດແຜ່ເຊື້ອໄປສູ່ທ້ອງຖິ່ນອື່ນ.

ເຈົ້າເມືອງປະທຸມພອນ ອອກຄໍາສັ່ງເພີ່ມເຕີມ
1 ມອບໃຫ້ເລຂາຄະນະພັກຮາກຖານ 9 ກຸ່ມບ້ານ ແລະ ນາຍບ້ານ 88 ບ້ານ ປະຕິບັດມາດຕະການ Lock down ເປັນເວລາ 14 ວັນ, ປີດການເຂົ້າ-ອອກບ້ານໃນທົ່ວເມືອງ ເລີ່ມແຕ່ເວລາ 21:00 ໂມງ ຂອງວັນທີ 04 ຫາ 06:00 ໂມງເຊົ້າ ຂອງວັນທີ 17/09/2011, ຍົກເວັ້ນການສັນຈອນຕາມເສັ້ນທາງຫຼວງເລກທີ 13 ໃຕ້ ແລະ ຜູ້ທີ່ໄດ້ຮັບອະນຸຍາດຢ່າງເປັນທາງ ການຈາກອໍານາດການປົກ ຄອງບ້ານ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງ,

ສ່ວນບ້ານທີ່ໄດ້ລ່ອກດາວກ່ອນຫນ້ານີ້ແມ່ນໃຫ້ສືບຕໍ່ ປະຕິບັດຕາມດໍາສັ່ງເລກທີ 11/ຈມ.ປພ, ລົງວັນທີ 01/03/2001 ແລະ ແຈ້ງການເລກທີ 17/ຈມ.ປພ, ລົງວັນທີ 30/08/2021,
2 ມອບໃຫ້ກອງບັນຊາການທະຫານເມືອງ ແລະ ກອງບັນຊາການ ປກສ ເມືອງ ຕັ້ງຈຸດກວດກາຄົນເຂົ້າ-ອອກເມືອງ 2 ຈຸດຄື: ຈຸດຫຼັກ 16 ແລະ ຈູດທາງເຂົ້າບ້ານບຸ່ນ, ຫ້າມບໍ່ໃຫ້ຄົນເມືອງປະທຸມພອນ ເດິນທາງອອກໄປເມືອງອື່ນ ແລະ ຫ້າມ ຄົນເມືອງອື່ນເດີນທາງເຂົ້າເມືອງປະທຸມພອນ (ຍົກເວັ້ນກໍລະນີຈໍາເປັນ) ແຕ່ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງ,

ສໍາລັບຜູ້ທີ່ສັນຈອນຕາມເສັ້ນຫຼວງແມ່ນອະນຸຍາດຜ່ານ ແຕ່ຫ້າມຢຸດແວ່ເຂົ້າບ້ານໃນຂອບເຂດ ທົ່ວເມືອງປະທຸມພອນ; ພ້ອມດຽວກັນນັ້ນ ກໍ່ໃຫ້ສົມທົບກັບຄະນະພັກຮາກຖານກຸ່ມບ້ານ ລົງເຄື່ອນໄຫວຊີ້ນໍາ, ຕິດຕາມ, ກວດກາ ແລະ ຊຸກຍູ້ ການຕັ້ງຈຸດກວດກາຂອງອໍານາດການປົກຄອງບ້ານ ຕາມທາງເຂົ້າ-ອອກບ້ານໃນທົ່ວເມືອງ

3 ໃຫ້ສືບຕໍ່ປີດຮ້ານກິນດື່ມ-ບັນເທີງ, ຮ້ານຂາຍເຄື່ອງດື່ມທີ່ມີທາດເຫລົ້າ, ຮ້ານອາຫານ, ຮ້ານຂາຍເຝີ, ຮ້ານ ຂາຍຍ່ອຍ, ຮ້ານດາຣາໂອເກະ, ຮ້ານນວດ, ຮ້ານເກມອອນລາຍທຸກປະເພດ, ຮ້ານອິນເຕີເນັດ, ຮ້ານສະຫນຸກເກີ້, ສັງວຽນ ໄກ່ຕີ, ຮ້ານສະຫນຸກເກີ, ຮ້ານເກມ, ຮ້ານຕັດຜົມ ແລະ ຮ້ານເສີມສວຍ ໃນຂອບເຂດທົ່ວເມືອງປະທຸມພອນ
4 ມອບໃຫ້ເຈົ້າຫນ້າທີ່ການຄ້າ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງເຄື່ອນໄຫວຕິດຕາມກວດກາສະພາບການເຫນັງຕີງ ຂອງລາຄາສິນຄ້າຕາມທ້ອງຕະຫຼາດ ເປັນຕົ້ນ: ອຸປະກອນທາງການແພດ ຜ້າປິດປາກ-ດັງ, ນ້ໍາຢາລ້າງມື, ຢາປົວພະຍາດ, ແລະ ສິນຄ້າທີ່ກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຖ້າພົບເຫັນການລະເມີດ ສວຍໂອກາດຂຶ້ນລາຄາສິນຄ້າ, ກັກຕູນ ສິນຄ້າ ຕ້ອງດໍາເນີນມາດຕະການຕາມລະບຽບກົດຫມາຍຢ່າງເຂັ້ມງວດ.

5 ຫ້າມໂຮມຊຸມນຸມ, ນະມັດສະການທາງສາສະຫນານອກໂບດ, ການຈັດງານລ້ຽງສ້າງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່ຕ່າງໆ, ຍົກເວັ້ນງານສົບ-ງານສົ່ງສະການ-ແຈກເຂົ້າ, ສະເພາະໃນເຂດທີ່ມີການລະບາດໃນຊຸມຊົນ (ເຂດ ສີແດງ, ເຂດສີເຫຼືອງ) ອະນຸຍາດໃຫ້ຈັດສະເພາະໃນຄອບຄົວ ແລະ ຍາດພີ່ນ້ອງ, ເເຕ່ຕ້ອງປະຕິບັດຕາມມາດຕະການປ້ອງ ກັນການລະບາດຢ່າງເຂັ້ມງວດ.
6 ມອບໃຫ້ຄະນະສະເພາະກິດຂັ້ນເມືອງ, ແພດ-ຫມໍ ລົງເກັບຕົວຢ່າງຂໍ້ມູນຜູ້ສໍາຜັດໃກ້ຊິດໃຫ້ຄົບຖ້ວນ ເພື່ອນໍາໄປ ກວດຊອກຫາເຊື້ອ, ພ້ອມທັງຈໍາກັດບໍລິເວນ ແລະ ຕິດຕາມອາການເປົ້າຫມາຍກຸ່ມສ່ຽງຢ່າງທັນການ, ຖ້າບຸກຄົນໃດມີອາການ ໄຂ້-ໄອ ຫຼື ແຫນ້ນຫນ້າເອິກ ແມ່ນໃຫ້ຮີບຮ້ອນລາຍງານຕໍ່ຄະນະສະເພາະກິດຂັ້ນເມືອງ (ຫ້ອງການສາທາລະນະສຸກເມື່ອງ) ເພື່ອກວດຊອກຫາເຊື້ອພະຍາດໂຄວິດ-10 ຢ່າງທັນການ.

7 ມອບໃຫ້ຄະນະສະເພາະກິດຂັ້ນເມືອງ ສົມທົບເລຂາຄະນະພັກຮາກຖານກຸ່ມບ້ານ ລົງເຄື່ອນໄຫວໂຄສະນາເຜີຍແຜ່ ຂໍ້ມູນດ້ານສຸຂະສຶກສາໃຫ້ກັບປະຊາຊົນ ດ້ວຍການລົງເຄື່ອນໄຫວເຜີຍແຜ່ໂດຍການນໍາໃຊ້ລົດໂຄສະນາປະຊາສໍາພັນຕາມ ເສັ້ນທາງຫຼວງ, ໂຄສະນາຜ່ານສື່ອອນລາຍ ແລະ ຊີ້ນໍາອໍານາດການປົກຄອງບ້ານໂຄສະນາຜ່ານໂທລະໂຄ່ງບ້ານຢ່າງເປັນ ປົກກະຕິ
8 ສໍາລັບວັນບຸນຫໍ່ເຂົ້າປະດັບດິນ ທີ່ຈະມາເຖີງນີ້ມອບໃຫ້ອົງການແນວລາວສ້າງຊາດເມືອງ ປະສານສົມທົບກັບ ຄະນະ ອພສ ເມືອງ ອອກແຈ້ງການເຖີງເຈົ້າອະທິການວັດໃນທົ່ວເມືອງປະທຸມພອນ ໂດຍສະເພາະ ບ້ານທີ່ໄດ້ກໍານົດເປັນ ບ້ານແດງ ແລະ ບ້ານເຫຼືອງ ແມ່ນໃຫ້ໂຈະການຖວາຍສັງກະທານໃນມື້ບຸນຫໍ່ເຂົ້າປະດັບດິນ, ສ່ວນບ້ານທີ່ຍັງບໍ່ມີການລະບາດ ແມ່ນໃຫ້ປະຕິບັດມາດຕະການຕ່າງໆ ທີ່ຄະນະສະເພາະກິດຂັ້ນແຂວງ ແລະ ຂັ້ນເມືອງວາງອອກຢ່າງເຂັ້ມງວດ.

.

9 ໃຫ້ອົງການປົກເມືອງ, ຄະນະສະເພາະກິດຂັ້ນເມືອງ, ແຕ່ລະອະນຸກໍາມະການລົງເຄື່ອນໄຫວຕາມສິດ ແລະ ພາລະ ບົດບາດຂອງຕົນດ້ວຍຄວາມຮັບຜິດຊອບສູງ ໂດຍການສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເປັ້ນເຈົ້າການໃນການຕິດຕາມ, ກວດກາການຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້ຢ່າງເຂັ້ມງວດ ໃນກໍລະນີພົບເຫັນການລະເມີດຕໍ່ຄໍາສັ່ງສະບັບນີ້ແມ່ນໃຫ້ດໍາເນີນ ມາດຕະການຕາມກົດຫມາຍ ແລະ ລະບຽບການຢ່າງເຂັ້ມງວດ.
10 ຄໍາສັ່ງສະບັບນີ້ມີຜົນສັກສິດ ແລະ ນໍາໃຊ້ໄດ້ນັບແຕ່ວັນລົງລາຍເຊັນ ຈົນເຖິງວັນທີ 18/09/2021 ໃນກໍລະນີທີ່ມີ ການປ່ຽນແປງອົງການປົກຄອງເມືອງຈະແຈ້ງໃຫ້ຊາບຕື່ມເປັນແຕ່ລະໄລຍະ.