ອາລີບາບາ ກຽມທຸ່ມງົບ 100 ຕື້ຢວນ ສະໜັບສະໜູນນະໂຍບາຍຂອງລັດຖະບານ

342

ໜັງສືພິມ ເຈີຈຽງ ເດລີ ຂອງຈີນ ລາຍງານໃນວັນທີ 3 ກັນຍາ 2021 ວ່າ: ກຸ່ມບໍລິສັດອາລີບາບາ ເຊິ່ງເປັນບໍລິສັດດ້ານອີຄອມເມີດ ຍັກໃຫຍ່ຂອງຈີນ ຈະທຸ່ມງົບລົງທຶນປະມານ 100 ຕື້ຢວນ ເພື່ອສະໜັບສະໜູນນະໂຍບາຍ “ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ ” ຂອງລັດຖະບານ ສປ ຈີນ.

ການລົງທຶນຂອງບໍລິສັດອາລີບາບາ ຈະເນັ້ນການລົງທຶນໃສ່ທຸລະກິດຂະໜາດນ້ອຍ ແລະ ກາງ ລວມທັງພາກກະສິກຳ ແລະ ເດີນໜ້າຈັດຕັ້ງ “ ກອງທຶນເພື່ອການພັດທະນາຄວາມຈະເລີນຮຸ່ງເຮືອງຮ່ວມກັນ ” ມູນຄ່າ 20 ຕື້ຢວນ.

ກ່ອນໜ້ານີ້, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ກ່າວໄວ້ວ່າ: ຄວາມຈະເລີນຮຸ່ງເຮືອງຮ່ວມກັນ ບໍ່ໄດ້ໝາຍເຖິງຄວາມຈະເລີນຮຸ່ງເຮືອງສຳລັບກຸ່ມຄົນພຽງບໍ່ເທົ່າໃດຄົນ ແຕ່ເປັນການສະໜັບສະໜູນຄວາມມັ່ງຄັ່ງລະດັບປານກາງສຳລັບປະຊາຊົນທຸກຄົນ ໂດຍຄວາມກ້າວໜ້າສູ່ເປົ້າໝາຍດັ່ງກ່າວນັ້ນຈະຍັບເຂົ້າເທື່ອລະກ້າວ.

ໃນໄລຍະ 20 – 30 ປີຜ່ານມາ ຄວາມແຕກໂຕນຂອງລາຍໄດ້ຂອງປະຊາຊົນຈີນ ທີ່ມີປະຊາກອນຫຼາຍເຖິງ 1,4 ຕື້ຄົນໄດ້ເພີ່ມຂຶ້ນ ໂດຍຜູ້ມີລາຍໄດ້ສູງ ( ຜູ້ມັ່ງຄັ່ງ ) ລະດັບຕົ້ນໆຂອງປະເທດ ຈຳນວນ 10% ຂອງປະຊາກອນ ມີລາຍໄດ້ກວມສັດສ່ວນ 41% ຂອງລາຍໄດ້ປະຊາຊາດໃນປີ 2015 ເພີ່ມຂຶ້ນຈາກ 27% ໃນປີ 1984.