ໂຣນັລໂດ ແຊງຂຶ້ນເປັນນັກເຕະທີ່ຍິງປະຕູໃນທີມຊາດຫຼາຍທີ່ສຸດ

304
Portugal's Cristiano Ronaldo, left, celebrates with Joao Moutinho after scoring his side's first goal during the World Cup 2022 group A qualifying soccer match between Portugal and the Republic of Ireland at the Algarve stadium outside Faro, Portugal, Wednesday, Sept. 1, 2021. (AP Photo/Armando Franca)

ຄຣິສເຕຍໂນ ໂຣນັລໂດ ກອງໜ້າທີມຊາດປ໊ອກຕຸຍການ ກາຍເປັນນັກເຕະທີ່ຍິງປະຕູໃນນາມທີມຊາດຫຼາຍທີ່ສຸດໄປແລ້ວ ຈໍານວນ 111 ປະຕູ ຫຼັງຈາກທີ່ຍິງຄົນດຽວ 2 ປະຕູໃນທ້າຍເກມຊ່ວຍ ປ໊ອກຕຸຍການ ເປີດບ້ານເອົາຊະນະ ສາທາລະນະລັດໄອຣ໌ແລນ 2-1 ໃນການແຂ່ງຂັນບານໂລກ 2022 ຮອບຄັດເລືອກ ໂຊນເອີຣົບ ກຸ່ມ A ເມື່ອວັນທີ 1 ກັນຍາ 2021.

.

ກ່ອນນັດດັ່ງກ່າວ ໂຣນັລໂດ ຄອງອັນດັບ 1 ຮ່ວມກັບ ອາລີ ດາອີ ຕໍານານດາວຍິງທີມຊາດອີຣານ ທີ່ຈໍານວນ 109 ປະຕູ, ແຕ່ 2 ປະຕູໃນນັດທີ່ພາ ປ໊ອກຕຸຍການ ເອົາຊະນະ ສາທາລະນະລັດໄອຣ໌ແລນ 2-1 ໃນນາທີໆ 89 ກັບ 90 ເຮັດໃຫ້ ໂຣນັລໂດ ກ້າວຂຶ້ນມາເປັນນັກເຕະທີ່ຍິງປະຕູໄດ້ຫຼາຍທີ່ສຸດໃນທີມຊາດແບບດ່ຽວໆ.

ນອກນັ້ນ, ໂຣນັລໂດ ຍັງສ້າງສະຖິຕິລົງສະໜາມໃຫ້ກັບທີມຊາດປ໊ອກຕຸຍການ ເປັນນັດທີ 180 ເຊິ່ງເປັນນັກເຕະຈາກພາກພື້ນເອີຣົບ ທີ່ລົງແຂ່ງຂັນໃຫ້ກັບທີມຊາດຫຼາຍທີ່ສຸດຮ່ວມກັບ ເຊຄິໂອ ຣາມອສ ກອງຫຼັງທີມຊາດແອັດສະປາຍ ອີກດ້ວຍ.

ຮູບຈາກ: AP